Mediaຄວາມງາມອາຊີບຕ່ຳແຜ່ນແພພື້ນເມືອງຂອງຊົນເຜົ່າ ລື້
ຄວາມງາມອາຊີບຕ່ຳແຜ່ນແພພື້ນເມືອງຂອງຊົນເຜົ່າ ລື້
ວັນສຸກ, 16:22, 01/12/2023
Khắc Kiên/VOV
(VOVWORLD) - ໃນຈຸດເວລາເປົ່າຫວ່າງ, ແມ່ຍິງຊົນເຜົ່າ ລື້, ຢູ່ຕາແສງ ບ້ານຮອນ, ເມືອງ ຕາມເດືອງ, ແຂວງ ລາຍເຈົາ ເຄີຍເຕົ້າໂຮມກັນເພື່ອຕ່ຳຫູກທໍໄໝ. ການເຄື່ອນໄຫວນີ້ບໍ່ພຽງແຕ່ຊ່ວຍໃຫ້ພໍ່ແມ່ປະຊາຊົນຮັກສາອາຊີບຕ່ຳແຜ່ນແພພື້ນເມືອງເທົ່ານັ້ນ, ຫາກຍັງມີລາຍຮັບຕື່ມອີກເພື່ອຮັບປະກັນດຳລົງຊີວິດເປັນປົກກະຕິ.
 |
| ຊາວເຜົ່າ ລື້ ຢູ່ ລາຍເຈົາ ມີເກືອບ 6.800 ຄົນ, ອາໄສຢູ່ 4 ບ້ານຂຶ້ນກັບຕາແສງ ບ້ານຮອນ, ເມືອງ ຕາມເດືອງ ເປັນຕົ້ນ. ນີ້ແມ່ນໜຶ່ງໃນຈຳນວນ 14 ຊົນເຜົ່າມີປະຊາກ່ອນຕ່ຳກວ່າ 10.000 ຄົນໃນທົ່ວປະເທດ. |
 |
| ເຖິງວ່າຊີວິດການເປັນຢູ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ຊາວເຜົ່າ ລື້ ດຳລົງຊີວິດດ້ວຍຄວາມປະເອີບໃຈ ແລະ ຍາມໃດກໍ່ຖືເປັນສຳຄັນການຮັກສາບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອຂອງຊົນເຜົ່າຕົນ. |
 |
| ແມ່ຍິງອາຍຸກາງຊົນເຜົ່າ ລື້ ສ່ວນຫຼາຍໄດ້ຍ້ອມແຂ້ວເປັນສີດຳ |
 |
| ຄອບຄົວບັນດາຊາວເຜົ່າ ລື້ ຢູ່ ບ້ານຮອນ ສ່ວນຫຼາຍມີກີ່ຕ່ຳຫູກ ແລະ ບັນດາເຄື່ອງຂອງເພື່ອຕ່ຳບັນດາຊຸດອາພອນທີ່ເປັນມູນເຊື້ອດ້ວຍຕົນເອງ. |
 |
| ວັດຖຸດິບຕົ້ນຕໍ່ເພື່ອເຮັດບັນດາຊຸດສິ້ນ, ເຊື້ອທີ່ເປັນມູນເຊື້ອແມ່ນຝ້າຍທີ່ໄດ້ປູກ ຫຼື ເອົາມາຈາກປ່າ. |
 |
| ຝ່າຍໄດ້ເຮັດດ້ວຍມື… |
 |
| … ຫຼັງຈາກນັ້ນເຮັດເປັນເສັ້ນຝ້າຍ. |
 |
| ຍ້ອນສີໃຫ້ເສັ້ນຝ່າຍເພື່ອຕ່ຳແພໄໝ. |
 |
| ຜະລິດຕະພັນຂອງແມ່ຍິງຊົນເຜົ່າ ລື້ ມີຫຼາຍຊະນິດ, ຄື: ສິ້ນ, ເຊື້ອ, ຜ້າ, ກະເປົາ… |
 |
| ຊຸດອາພອນຂອງຊາວເຜົ່າ ລື້ ເປັນເອກະລັກສະເພາະທີ່ສຸດ, ດ້ວຍບັນດາລວດລາຍເປັນເອກະລັກສະເພາະ. |
 |
| ເອື້ອຍ, ນ້ອງຊາວເຜົ່າ ລື້ ສ່ວນຫຼາຍໄດ້ເຮັດບັນດາຂັ້ນຕອນເພື່ອຕ່ຳບັນດາຊຸດສິ້ນ, ເຊື້ອທີ່ເປັນມູນເຊື້ອ. |
 |
| ພ້ອມກັບຊຸດອາພອນທີ່ເປັນມູນເຊື້ອ, ຊຸດອາພອນເພື່ອສະແດງຂອງຊາວເຜົ່າ ລື້ ໄດ້ຮັບການຕີລາຄາວ່ານອນໃນກຸ່ມຊຸດອາພອນທີ່ເປັນເອກະລັກສະເພາະພິເສດທີ່ສຸດໃນຈຳນວນບັນດາຊົນເຜົ່າຢູ່ແຂວງ ລາຍເຈົາ. |
 |
| ທິວທັດທຳມະຊາດຫົກເຫື້ອ, ສະຫງົບງຽບຂອງ ບ້ານຮອນ ກໍ່ແມ່ນຈຸດເດັນເພື່ອ ດຶງດູດແຂກທ່ອງທ່ຽວໃນຊຸມປີມໍ່ໆມານີ້. |
 |
| ຍ້ອນໄດ້ຖືວັດທະນະທຳທີ່ເປັນມູນເຊື້ອ, ຮັກສາທິວທັດທຳມະຊາດເປັນສຳຄັນນັ້ນ, ບັນດາບ້ານຂອງຊາວເຜົ່າ ລື້ ຢູ່ ບ້ານຮອນ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວຂອງນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼາຍ. |
 |
| ອາຊີບຕ່ຳຫູກທໍໄໝທີ່ເປັນມູນເຊື້ອ ແລະ ພື້ນຖານວັດທະນະທຳບໍ່ເປັນວັດຖຸທີ່ອຸດົມສົມບູນ ໄດ້ດຶງດູດແຂກທ່ອງທ່ຽວມາຄົ້ນຫາ ບ້ານຮອນ ເວົ້າສະເພາະ, ແຂວງ ລາຍເຈົາ ເວົ້າລວມ ນັບມື້ນັບຫຼາຍຂຶ້ນ. |