Media

ຄວາມງາມແບບຮົກເຮື້ອ ແລະ ເລື່ອງລາວຂອງ ມຸຍວີຣົ່ງ ຢູ່ ບິ່ງດິ້ງ

ຄວາມງາມແບບຮົກເຮື້ອ ແລະ ເລື່ອງລາວຂອງ ມຸຍວີຣົ່ງ ຢູ່ ບິ່ງດິ້ງ

(VOVWORLD) - ມຸຍວີຣົ່ງ - ແມ່ນໜຶ່ງໃນບັນດາທິວທັດທຳມະຊາດທີ່ຮັກສາຄວາມງາມແບບຮົກເຮື້ອຂອງແຂວງ ບິ່ງດິ້ງ, ໂດຍເບິ່ງຈາກມູມສູງ, ແຫ່ງນີ້ຄືດັ່ງໂຕມັງກອນໃຫຍ່ພວມບືນຕົວອອກສູ່ທະເລ.

ໂດຍຫ່າງຈາກໃຈກາງນະຄອນ ກຸຍເຍິນ ປະມານ 70 ກມ, ມຸຍວີຣົ່ງ - ແກ້ງຫີນ ຂຶ້ນກັບໝູ່ບ້ານຊາວປະມົງ ເຕີນຟຸ້ງ, ຕາແສງ ມີ້ຖໍ້, ເມືອງ ຝູມີ້, ແຂວງ ບິ່ງດິ້ງ, ແມ່ນທິວທັດທຳມະຊາດທີ່ຍັງຮັກສາຈຸດຮົກເຮື້ອທຳມະຊາດໄວ້ເໝືອນເດີມ.
ມຸຍວີຣົ່ງ ດ້ວຍບັນດາຊັ້ນຫີນຊັບຊ້ອນກັນໂດຍທຳມະຊາດ ໄດ້ສ້າງເປັນຈຸດທີ່ເປັນເອກະລັກສະເພາະ.
ພິເສດ ແຫຼມຫີນທີ່ພົ້ນຊີ້ອອກສູ່ທະເລ ໄດ້ສ້າງເປັນຄວາມປະທັບໃຈທາງສາຍຕາທີ່ເຂັ້ມແຂງທີ່ສຸດ.
ມຸຍວີຣົ່ງ, ບໍ່ພຽງແຕ່ແມ່ນຊື່ເອີ້ນທີ່ເລີ່ມມາຈາກຮູບຊົງທີ່ເປັນເອກະລັກສະເພາະຂອງແຫຼມຫີນເທົ່ານັ້ນ, ຫາກຍັງຊ້ອນແຝງເລື່ອງລາວທີ່ດຶງດູດໃຈ ທີ່ປະຊາຊົນ ບິ່ງດິ້ງ ໄດ້ເລົ່າຕໍ່ກັນຜ່ານຫຼາຍລຸ້ນຄົນ
ມຸຍວີຣົ່ງ ແມ່ນການປະສານສົມທົບລະຫວ່າງຄວາມງາມທີ່ໃຫຍ່ໂຕມະໂຫຖານຂອງພູຫີນ ແລະ ຄວາມອ່ອນໂຍນ, ກວ້າງໃຫຍ່ໄພສານຂອງທະເລ.
ພ້ອມກັບຄວາມງາມທຳມະຊາດນັ້ນ, ມຸຍວີຣົ່ງ ຍັງດຶງດູດແຂກທ່ອງທ່ຽວດ້ວຍຄວາມລຽບງ່າຍ ແລະ ຮັກແພງແຂກຄົນຂອງໝູ່ບ້ານຊາວປະມົງ ເຕີນຟຸ້ງ ອີກດ້ວຍ.
ປະຈຸບັນ, ມຸຍວີຣົ່ງ ພວມຄ່ອຍໆກາຍເປັນຈຸດໜຶ່ງໃນແຜນທີ່ທ່ອງທ່ຽວຂອງແຂວງ ບິ່ງດິ້ງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.