Mediaຄວາມງາມຂອງດອກບານຢູ່ໃຈກາງຮ່າໂນ້ຍ
ຄວາມງາມຂອງດອກບານຢູ່ໃຈກາງຮ່າໂນ້ຍ
ວັນສຸກ, 10:46, 09/03/2018
Duc Anh
(VOVWORLD) - ພາຍຫຼັງບຸນເຕັດ, ບັນຍາກາດອົບອຸ່ນ, ຢູ່ຖະຫນົນສາຍຕ່າງໆໃນຕົວເມືອງຮ່າໂນ້ຍ ດອກບານພວມບານສະພັ່ງເອ້ຄວາມງາມຢູ່ຕາມຖະໜົນສາຍຕ່າງໆທີ່ຮ່າໂນ້ຍ, ອັນໄດ້ດຶງດູດຜູ້ຄົນມາຖ່າຍຮູບເປັນຈຳນວນຫຼວງຫຼາຍ.
 |
| ເມື່ອເວົ້າເຖິງດອກບານ, ຜູ້ຄົນທັງຫຼາຍຄິດເລີຍເຖິງດອກໄມ້ພິເສດຢູ່ເຂດພູຜາປ່າໄມ້ທາງທິດຕາເວັນຕົກສ່ຽງເໜືອຂອງຫວຽດນາມເມື່ອລະດູບານໃໝ່ວຽນມາ. ແຕ່ດົນນານມາແລ້ວ, ດອກບານໄດ້ຖືກນຳມາປູກຢູ່ຮ່າໂນ້ຍ. ໃນລະຫວ່າງທ້າຍເດືອນກຸມພາຫາຕົ້ນເດືອນມີນາ, ດອກບານໄດ້ບານສະພັ່ງເອ້ຄວາມງາມຢູ່ຕາມຖະໜົນສາຍຕ່າງໆທີ່ຮ່າໂນ້ຍ. |
 |
| ໂດຍອີງຕາມສີສັນດອກໄມ້, ດອກບານຖືກຈັດເປັນຫຼາຍຊະນິດເຊັ່ນ: ດອກບານຂາວ, ດອກບານແດງຫຼືດອກບານສີມ່ວງ. |
 |
| ບໍລິເວນທາງບັກເຊີນ ໄດ້ດຶງດູດຜູ້ຄົນມາຖ່າຍຮູບດ້ວຍດອກບານຂາວຖືກປູກເປັນ 2 ແຖວພວມບານສະພັ່ງຢ່າງສວຍງາມ. |
 |
| ດອກບານປູກຢູ່ນີ້ແມ່ນດອກບານຂາວມີກີບໃຫຍ່ ແລະ ບານສະເໝີ |
 |
| ອາກາດໃນຊຸມມື້ນີ້ ອົບອຸ່ນແທດເໝາະກັບການຖ່າຍຮູບ. |
 |
| ບັນດາເພື່ອນໜຸ່ມນຸ່ງຊຸດເສື້ອຍາວ ຖ່ຍຮູບກັບດອກບານຢູ່ບໍລິເວນຖະໜົນຮວ່າງຢ້ຽວ ຕໍ່ໜ້າກັບທາງບັກເຊີນ. |
 |
| ພໍ່ລູກເຮົາພ້ອມກັບຖ່າຍຮູບກັບດອກບານເດີ. |
 |
| 2 ມື້ທ້າຍອາທິດ, ຖະໜົນຮ່ວາງຢ້ຽວຮຸ່ງແຈ້ງດ້ວຍສີສັນສວຍງານຂອງຊຸດເສື້ອຍາວພ້ອມກັບດອກບານ. |
 |
| ດອກບານນອກຈາກຖືກປູກຢູ່ບັກເຊີນ-ຮ່ວາງຢ້ຽວແລ້ວ, ດອກບານຍັງຖືກປູກຢູ່ຫຼາຍບ່ອນເຊັ່ນ: ໜອງໂຮ່ໄຕ, ບໍລິເວນອະນຸສາວະລີ ເລນິນ, ຫງວຽນຢູ… |
 |
| ຖະໜົນຫງວຽນຢູ, ໄປລຽບຕາມຝັ່ງໜອງ ຖ່ຽນກວາງ ແມ່ນຖະໜົນສາຍໜຶ່ງປູກດອກບານສີມ່ວງພວມບານສະພັ່ງຢ່າງຫຼວງຫຼາຍ. |
 |
| ທາງ 5 ແຍກ ຫງວຽນທ້າຍຫອກ- ເກືອນາມ-ຮ່າງບົງ-ຟານໂບ້ຍເຈົາ |
 |
| ສວນດອກໄມ້ຮ່າງເດົ້າ |
 |
| ປະຈຸບັນ, ດອກບານໄດ້ກາຍເປັນດອກໄມ້ຊະນິດທີ່ລຶ້ງເຄີຍກັບຊາວນະຄອນຫຼວງເມື່ອລະດູບານໃໝ່ວຽນມາ ແລະ ພ້ອມກັບດອກໄມ້ນາໆຊະນິດ ເອ້ຄວາມງາມ, ປະກອບສ່ວນເຮັດໃຫ້ນະຄອນຫຼວງຮ່າໂນ້ຍເພີ່ມຄວາມສວຍງາມຫຼາຍຂຶ້ນ. |
Tag:VOV / VOVworld / ດອກໄມ້ / ບັ່ງບານ