Mediaຄວາມງາມຂອງຫາດດອນຫີນຊາ ແທງເຈືອງດຶງດູດນັກທ່ອງທ່ຽວມາຢ້ຽມຊົມເປັນຈຳນວນຫລວງຫລາຍໃນໂອກາດບຸນເຕັດ
ຄວາມງາມຂອງຫາດດອນຫີນຊາ ແທງເຈືອງດຶງດູດນັກທ່ອງທ່ຽວມາຢ້ຽມຊົມເປັນຈຳນວນຫລວງຫລາຍໃນໂອກາດບຸນເຕັດ
ວັນອາທິດ, 10:12, 17/02/2019
VOV5
(VOVWORLD) - ໂດຍຫ່າງຈາກນະຄອນ ວີງ ປະມານ 50 ກິໂລແມັດ ແລະ ເກື໋ອຫລໍ່ ປະມານ 70 ກິໂລແມັດ, ຫາດດອນຫີນຊາ ແທງເຈືອງ ແຂວງເງ້ອານ ມີຄວາມງາມດັ່ງໃນຝັນ ດ້ວຍໂນນຊາທີ່ກວ້າງໃຫຍ່ປົກຄຸມໄປດ້ວຍສີຂຽວອຸ່ມທຸ່ມງົດງາມ ແລະ ມີຫນອງນ້ຳຂຽວສະອາດຢູ່ອ້ອມຮອບ. ໃນໂອກາດບຸນເຕັດປີກຸນ, ຫາດດອນຫີນຊາ ແທງເຈືອງ ດຶງດູດນັກທ່ອງທ່ຽວມາຢ້ຽມຊົມເປັນຈຳນວນຫລວງຫລາຍ
 |
| 1. ຫາດດອນຫີນຊາ ແທງເຈືອງ ຂຶ້ນກັບຕາແສງ ແທງອານ ເມືອງ ແທງເຈືອງ ແຂວງ ເງ້ອານ. ທີ່ນີ້ ມີຄອບຄົວຊາວກະສິກອນ ປະມານ 180 ຄອບຄົວໄດ້ທຳການປູກຊາໃນເນື້ອທີ່ປະມານ 420 ເຮັກຕາ. |
 |
| 2. ເພື່ອໄປຫາ ຫາດດອນຫີນຊາ ແທງເຈືອງ, ນັກທ່ອງທ່ຽວຕ້ອງຂີ່ເຮືອຈັກໃຊ້ເວລາປະມານ 20 ນາທີ ດ້ວຍຄ່າໄປກັບແມ່ນ 30.000 ດົງ. |
 |
| ເມື່ອໄປຮອດ ຫາດດອນຫີນຊາ ແທງເຈືອງ, ນັກທ່ອງທ່ຽວອາດຈະເຊົ່າເຮືອ ຫລື ກາໂນໄປຢ້ຽມຊົມໂນນຊານ້ອຍ. ຄ່າເຊົ່າເຮືອປະມານ 100.000 ດົງ - 150.000 ດົງ. |
 |
| ໂນນຊາແຕ່ລະຫນ່ວຍມີເນື້ອທີ່ປະມານ 1 ເຮັກຕາ ສ້າງຄວາມສະດວກໃຫ້ນັກທ່ອງທ່ຽວໃນການໄປຢ້ຽມຊົມ. |
 |
| ຮູບພາບຂອງທິວທັດທຳມະຊາດ ພ້ອມກັບຄວາມງາມຂອງໂນນຊາຂຽວສົດງົດງາມ ໄດ້ສ້າງຄວາມຈັບອົກຈັບໃຈຕໍ່ນັກທ່ອງທ່ຽວ |
 |
| ຫາດດອນຫີນຊາ ແທງເຈືອງ ດຶງດູດເພື່ອນຫນຸ່ມມາຢ້ຽມຊົມ ແລະ ຖ່າຍຮູບເປັນຈຳນວນຫລວງຫລາຍ. |
 |
| ນັກທ່ອງທ່ຽວສາມາດເຊົ່າບັນດາຊຸດອາພອນປະຈຳເຜົ່າເພື່ອຖ່າຍຮູບ |
 |
| ຊາວທ້ອງຖິ່ນແມ່ນຜູ້ຮັກແພງແຂກຄົນ ແລະ ສະຫນິດສະຫນົມທີ່ສຸດ. |
 |
| ເງ້ອານ ບໍ່ພຽງແຕ່ແມ່ນເຂດດິນ ມີປູຊະນີຍະສະຖານປະຫວັດສາດຫລາຍແຫ່ງເທົ່ານັ້ນ ຫາກຍັງມີສະຖານທີ່ທ່ອງທ່ຽວລືຊື່ຫລາຍແຫ່ງອີກດ້ວຍ. ຫາດດອນຫີນຊາ ແທງເຈືອງ ປະຈຸບັນພວມກາຍເປັນສະຖານທີ່ທ່ອງທ່ຽວຈັບອົກຈັບໃຈ ແລະ ດຶງດູດນັກທ່ອງທ່ຽວພາຍໃນປະເທດ ແລະ ຕ່າງປະເທດມາຢ້ຽມຊົມນັບມື້ນັບຫລາຍ; |