Media

ຄວາມປະທັບໃຈກ່ຽວກັບ 3 ຂອດບຸກທະລຸຍຸດທະສາດປ່ຽນແປງໂສມໜ້າ ກາວບັ່ງ

ຄວາມປະທັບໃຈກ່ຽວກັບ 3 ຂອດບຸກທະລຸຍຸດທະສາດປ່ຽນແປງໂສມໜ້າ ກາວບັ່ງ

(VOVWORLD) - ກາວບັ່ງ ພວມມີບັນດາການຫັນປ່ຽນຕົນເອງຢ່າງຕັ້ງໜ້າ, ພ້ອມທັງປະຕິບັດໜ້າທີ່ພັດທະນາເສດຖະກິດ ໄປກັບການຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ຮັບປະກັນອະທິປະໄຕແຫ່ງຊາດໄວ້ຢ່າງໝັ້ນຄົງ.

ກາວບັ່ງ ແມ່ນແຂວງພູດອຍຢູ່ເຂດຊາຍແດນ ມີທ່າແຮງຫຼາຍຢ່າງທາງດ້ານຊັບພະຍາກອນທຳມະຊາດ, ພ້ອມກັບພື້ນຖານວັດທະນະທຳທີ່ເຂັ້ມຂຸ້ນໄປດ້ວຍສີສັນຂອງບັນດາຊົນເຜົ່າອ້າຍນ້ອງ.
ກາວບັ່ງ ໄດ້ສຸມໃສ່ 3 ຂອດບຸກທະລຸກ່ຽວກັບການພັດທະນາການທ່ອງທ່ຽວ - ການບໍລິການແບບຍືນຍົງ; ກະສິກຳອັດສະລິຍາ ແລະ ກະສິກຳຕາມທິດຜະລິດສິນຄ້າສະເພາະ ຕິດພັນກັບການປຸງແຕ່ງ; ເສດຖະກິດດ່ານຊາຍແດນ.
5 ປີຜ່ານມາ, ທາງແຂວງໄດ້ກໍ່ສ້າງ, ຍົກລະດັບທາງຄົມມະນາຄົມ, ຮ່ວມສຳພັນຕໍ່ບັນດາສະຖານທີ່ທ່ອງທ່ຽວ ແລະ ດ່ານຊາຍແດນໃນບໍລິເວນແຂວງ, ສ້າງເງື່ອນໄຂສະດວກໃຫ້ແກ່ການຂົນສົ່ງສິນຄ້າ, ການໄປມາຂອງປະຊາຊົນ.
ສູນກອງປະຊຸມແຂວງ ກາວບັ່ງ.
ຖະໜົນທາງຍ່າງ ກິມດົ່ງ
ເຂດທ່ອງທ່ຽວນ້ຳຕົກຕາດ ບານຢົກ, ຖ້ຳ ເງື່ອມຟຸກ, ເງື່ອມງາວ… ແມ່ນບັນດາສະຖານທີ່ທ່ອງທ່ຽວທີ່ໜ້າປະທັບໃຈຂອງແຂວງ ກາວບັ່ງ.
ດ້ວຍຄວາມງາມທີ່ເປັນເອກະລັກສະເພາະຂອງລະບົບພູຫີນ, ນ້ຳຕົກຕາດ, ສວນສາທາລະນະທໍລະນີສາດ ກາວບັ່ງ ໄດ້ຮັບການຮັບຮອງເອົາຈາກອົງການ UNESCO ວ່າແມ່ນສວນສາທາລະນະທໍລະນີສາດທົ່ວໂລກໃນປີ 2018.
ໄລຍະ 2016 – 2020, ມີນັກທ່ອງທ່ຽວກວ່າ 5 ລ້ານເທື່ອຄົນມາທ່ອງທ່ຽວ ຢູ່ແຂວງ ກາວບັ່ງ.
ດ່ານຊາຍແດນ ຈ່າລິ້ງ ຕິດກັບຈີນ
ຂອດບຸກທະລຸຍຸດທະສາດສຳຄັນອື່ນຂອງແຂວງ ກາວບັ່ງ ແມ່ນກະສິກຳອັດສະລິຍະ
ພ້ອມກັບການເຄື່ອນໄຫວຜະລິດໃນຂະໜາດສະຫະກອນ, ຄອບຄົວກະສິກຳ.
ກາວບັ່ງ ໄດ້ເສີມຂະຫຍາຍທ່າແຮງທີ່ມີຢູ່ແລ້ວເທື່ອລະກ້າວ, ສ້າງເງື່ອນໄຂເພື່ອໃຫ້ເຂດດິນແດນທາງທິດເໜືອ ສືບຕໍ່ພັດທະນາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.