Media

ຮັກສາຄວາມງາມທີ່ເປັນປະເພນີຂອງບຸນເຕັດຫວຽດນາມ

ຮັກສາຄວາມງາມທີ່ເປັນປະເພນີຂອງບຸນເຕັດຫວຽດນາມ

(VOVWORLD) -ດ້ວຍຈຸດປະສົງຮັກສາຈຸດຄວາມງາມທີ່ເປັນປະເພນີຂອງບຸນເຕັດ ຫວຽດນາມ, ສະໂມສອນສາລາບ້ານ ຫວຽດນາມ ແລະ ສະມາຄົມຊາວໜຸ່ມຕາແສງ ຫວຽດຮຶງ ໄດ້ສົມທົບກັນຈັດຕັ້ງລາຍການ “ຕ້ອນຮັບບຸນເຕັດ ຫວຽດນາມ 2019” ຢູ່ສາລາບ້ານ ເລະເມິດ ທີ່ເມືອງ ລອງບຽນ ຮ່າໂນ້ຍ. ລາຍການໄດ້ວາດພາບເຖິງຄວາມງາມໃນບຸນເຕັດ ຫວຽດນາມ ຄື ປະເພນີໄຫວ້ບູຊາເຈົ້າເຕົ່າ, ການປ່ອຍປາໃນລົງນ້ຳ, ການຕັ້ງໄມ້ໄຜ່ໃນວັນບຸນເຕັດ, ການຫໍ່ເຂົ້າຕົ້ມ…

ຄືເປັນປະເພນີແລ້ວ, ໃນສອງສາມປີມໍ່ໆມານີ້, ລາຍການ “ຕ້ອນຮັບບຸນເຕັດຫວຽດນາມ” ຂອງກຸ່ມສາລາບ້ານ ຫວຽດນາມ ແມ່ນເຫດການວັດທະນະທຳເພື່ອແນໃສ່ວາດພາບເຖິງຄວາມງາມທີ່ເປັນປະເພນີຂອງບຸນເຕັດ ຫວຽດນາມ. 

ລາຍການລວມມີບັນດາການເຄື່ອນໄຫວທີ່ມີຄວາມໝາຍ,  ເຂັ້ມຂົ້ນດ້ວຍສີສັນທີ່ເປັນມູນເຊື້ອ ແຕ່ໃນຊີວິດຍຸກທັນສະໄໝກໍ່ໄດ້ຖືກສູນຫາຍໄປສ່ວນໃດສ່ວນໜຶ່ງເຊັ່ນ: ການຕັ້ງໄມ້ໄຜ່, ການຫໍ່ເຂົ້າຕົ້ມ, ໄປຢາມຕະຫຼາດເຂດບ້ານນາ… ອັນໄດ້ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາຮ່ວມຢ່າງຫຼວງຫຼາຍ.

 ລາຍການໄດ້ຖືກຈັດຂຶ້ນຕາມບັນດາຂັ້ນຕອນໃນບຸນເຕັດ ຫວຽດນາມ ເຊິ່ງລວມມີຂັ້ນຕອນຈັດພິທີ ແລະ  ຂັ້ນຕອນຈັດງານບຸນ ເຊິ່ງຖືກດຳເນີນໃນບໍລິເວນສາລາບ້ານ ເລະເມິດ.

ຂັ້ນຕອນຈັດພິທີຖືກດຳເນີນດ້ວຍພິທີໄຫວ້ບູຊາພະອໍລະຫັນຜູ້ກໍ່ຕັ້ງໝູ່ບ້ານ, ບັນພະບູລຸດ, ໄຫວ້ບູຊາເຈົ້າເຕົາ.

ພາຍຫຼັງພິທີໄຫວ້ບູຊາເຈົ້າເຕົ່າແລ້ວ, ກໍ່ແມ່ນການປ່ອຍປາໃນລົງນ້ຳ. ຕາມຄວາມສຳນຶກຂອງຊາວ ຫວຽດນາມ, ປາໃນຈະສົ່ງເຈົ້າເຕົາກັບຄືນສູ່ສະຫວັນ ເພື່ອລາຍງານກ່ຽວກັບວຽກງານໃນໂລກມະນຸດ ໃນປີທີ່ຜ່ານມາ. 

ຕາມປະເພນີແລ້ວ, ພາຍຫຼັງປ່ອຍປາໃນລົງນ້ຳ ສົ່ງເຈົ້າເຕົາຂຶ້ນສູ່ສະຫວັນແລ້ວ, ແມ່ນຮອດພິທີຕັ້ງໄມ້ໄຜ່ດ້ວຍຄວາມໝາຍ ແມ່ນເພື່ອຂັບໄລ່ຜີສາງນາງໄມ້, ກະກຽມຕ້ອນຮັບປີໃໝ່ດ້ວຍຄວາມຢູ່ເຢັນເປັນສຸກ. 

 ໄມ້ໄຜ່ຖືກຕັ້ງຂຶ້ນດ້ວຍເຄື່ອງຂອງຫຼາຍຢ່າງຖືກແຂວນນຳເຊັ່ນ: ໂຄມໄຟ, ແຜ່ນແພສີແດງ… ຊຶ່ງ ມີຄວາມໝາຍ ເພື່ອພາວະນາໃຫ້ມີຄວາມອິ່ມໜຳສຳລານ ແລະ ສົມບູນພູນສຸກ. ຢູ່ເຢັນເປັນສຸກ.

 ບັນດາສະມາຊິກໃນຄະນະຈັດຕັ້ງພວມແນະນຳກ່ຽວກັບຄວາມໝາຍຂອງເຄື່ອງຂອງແຕ່ລະຢ່າງຖືກແຂວນໃສ່ໄມ້ໄຜ່.
 ໂດຍແມ່ນໜຶ່ງໃນບັນດາພິທີສຳຄັນຂອງວັນບຸນເຕັດ, ພິທີຕັ້ງໄມ້ໄຜ່ໄດ້ດຶງດູດຄວາມສົນໃຈຈາກປະຊາຊົນ ຢ່າງຫຼວງຫຼາຍ.
ຕາມຄວາມສຳນຶກຂອງຊາວ ຫວຽດນາມແລ້ວ, ພາຍຫຼັງຕັ້ງໄມ້ໄຜ່ເປັນທີ່ຮຽບຮ້ອຍແລ້ວ, ຢູ່ກົກຂອງໄມ້ໄຜ່ກໍຈະແຕ້ມຮູບທະນູ ເຊິ່ງປາຍຂອງລູກທະນູແມ່ນມຸ່ງໄປສູ່ປະຕູ ເພື່ອຂັບໄລ່ຜີສາງນາງໄມ້.  

ຢູ່ບໍລິເວນໄມ້ໄຜ່ທີ່ຖືກຕັ້ງຮຽບຮ້ອຍແລ້ວ, ຂັ້ນຕອນຈັດງານບຸນຂອງບຸນເຕັດ ໄດ້ຖືກເລີ່ມຂຶ້ນຢ່າງເປັນທາງການ.

 ໃນຈຸດເວລານີ້ ບັນດາຜູ້ເຖົ້າຜູ້ແກ່ໃນໝູ່ບ້ານໄດ້ຍົກຈອກອວຍພອນກັນ ແລະ ຊົມເຊີຍພິທີໄດ້ດຳເນີນໄປຢ່າງສະດວກ ເຊິ່ງເປັນການບອກເຕືອນປີໃໝ່ຈະມີຄວາມຢູ່ເຢັນເປັນສຸກ.

ຂັ້ນຕອນຈັດງານບຸນໄດ້ຖືກຈັດຂຶ້ນ ດ້ວຍບັນດາລາຍການສະແດງສິນລະປະວັນນະຄະດີທີ່ເປັນເອກະລັກເຊັ່ນ ການສະແດງຂັບກາຈູ, ລະຄອນແຈວ, ຂັບຊວານຟູເຖາະ…

ພໍ່ຕູ້ ຮ່ວາງງອກເຢົ້າ ອາຍຸ 90 ປີ, ຊາວບ້ານເລະເມິດ ສວມບົດເປັນນາຍພົນໃນສະໄໝລາດຊະວົງຫຼີ ໃນບົດລະຄອນແຈວທີ່ສະແດງໃນງານບຸນໝູ່ບ້ານ.

ພ້ອມກັບບັນຫາລາຍສະແດງສິລະປະວັນນະຄະດີ ກໍ່ແມ່ນບັນດາການເຄື່ອນໄຫວເຄີຍມີຂຶ້ນໃນບຸນເຕັດ ຫວຽດນາມ ຄື ປະເພນີຂໍຕົວໜັງສືຍາມຕົ້ນລະດູບານໃໝ່, ຕະຫຼາດບຸນເຕັດ… 

ນີ້ກໍ່ແມ່ນໂອກາດເພື່ອແນະນຳໃຫ້ໄວໜຸ່ມລຸ່ນຕ່າງໆ ກ່ຽວກັບພາບພື້ນເມືອງປະເພດຕ່າງໆ. ື ປະເພນີຂໍຕົວໜັງສືຍາມຕົ້ນລະດູບານໃໝ່, ຕະຫຼາດບຸນເຕັດ… 

ແຈໜຶ່ງຢູ່ຕະຫຼາດເຂດບ້ານນາ ດ້ວຍອາຫານພິເສດຫຼາຍເຍື່ອງໃນເຂດບ້ານນາເຊັ່ນ: ເຂົ້າໜົມຈືນ, ບັ໋ນດຸກ, ບັ໋ນເນັບ…  

 ສິລະປິນໄວເດັກສະແດງຂັບຊວານ ໄດ້ຮັບການສະເໜີສະແດງຈາກຜູ້ຊົມຢູ່ເດີ່ນສາລາ. 
ແຂກທ່ອງທ່ຽວສາກົນຖ່າຍຮູບເປັນທີ່ລະນຶກຮ່ວມກັບ ພໍ່ຕູ້ ຮ່ວາງງອກເຢົ້າ ນັກສິລະປິນຂັບແຈວ

ຢູ່ເດີ່ນສາລາບ້ານ, ພວກເດັກ ແລະ ແຂກທ່ອງທ່ຽວໄດ້ເຂົ້າຮ່ວມການຫໍ່ເຂົ້າຕົ້ມ. 

 ໃນຊຸດອາພອນເສື້ອຍາວທີ່ເປັນປະເພນີ, ອ້າຍ ເອຣິກ ມາຈາກອາເມລິກາພວມລົງເຮັດຕົວຈິງ ດ້ວຍການຫໍ່ເຂົ້າຕົ້ມ. 

ຍາມຄ່ຳລົງເມື່ອໝໍ້ເຂົ້າຕົ້ມຄ້າງເຕົາໄຟທີ່ພວມລຸກໄໝ້, ບັນດາຜູ້ເຂົ້າຮ່ວມກໍ່ພ້ອມກັນນັ່ງອ້ອມເຕົາໄຟ ເພື່ອປີ້ງສາລີ, ປີ້ງມັນຕົ້ນ, ລໍ່ຖ້າເຂົ້າຕົ້ມສຸກ. 

ບາງຄອບຄົວຍັງຕັ້ງຕູບເພື່ອນັ່ງລໍຖ້າເຂົ້າຕົ້ມສຸກໃນຕະຫຼອດຄືນ.  

ຢູ່ເດີ່ນສາລາບ້ານ, ບັນດານັກສິລະປິນພ້ອມກັບຜູ້ຊົມໄດ້ຂັບກາບກອນ, ຂັບສຳ… ແນະນຳບັນດາຈຸດຄວາມງາມໃນບຸນເຕັດທີ່ເປັນປະເພນີຂອງຊາດ ຫວຽດນາມ ໃຫ້ແກ່ແຂກທ່ອງທ່ຽວຮັບຊາບ. 

ດ້ວຍຈຸດປະສົງອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຈຸດຄວາມງາມທາງດ້ານວັດທະນະທຳຂອງບຸນເຕັດ ຫວຽດນາມ. ລາຍການ “ຕ້ອນຮັບບຸນເຕັດ ຫວຽດນາມ ປີ 2019” ໄດ້ຊ່ວຍແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດສາມາດເຂົ້າໃຈ ແລະ ຖະຫນຸຖະໜອມຄຸນຄ່າມໍລະດົກຂອງປູ່ຍ່າຕາຍາຍປະໄວ້ໃຫ້, ຈາກນັ້ນມີສະຕິອະນຸລັກຮັກສາ ແລະ ເສີມຂະຫຍາຍບັນຄຸນຄ່າທີ່ປະເສີດ ຂອງບຸນເຕັດ ຫວຽດນາມ ແລະ ມູນເຊື້ອອັນດີງາມຂອງຊາດ.


This site is protected by reCAPTCHA and the Google Privacy Policy and Terms of Service apply.