Media

ລະດູໝາກພັບຢູ່ເຂດພູສູງ ມົກເຈົາ

ລະດູໝາກພັບຢູ່ເຂດພູສູງ ມົກເຈົາ

(VOVWORLD) -ນັບແຕ່ເດືອນ ກັນຍາ ຮອດທ້າຍເດືອນ ທັນວາ, ເຂດພູສູງ ມົກເຈົາ ເຕັມໄປດ້ວຍສີສົ້ມ, ສີແດງຂອງລະດູໝາກພັບສຸກແດງ.

ຮອດລະດູໃບໄມ້ຫຼົ່ນ, ເຂດພູສູງ ມົກເຈົາ ບໍ່ເກີດຝົນໂດຍບັງເອີນຄືລະດູແລ້ງ, ໃຫ້ທີ່ນັ້ນແມ່ນບັນຍາກາດທີ່ປອດໂປ່ງ ແລະ ເຢັນສະບາຍກວ່າ. ນັບແຕ່ເດືອນ ກັນຍາ ຮອດທ້າຍເດືອນ ທັນວາ, ເຂດພູສູງ ມົກເຈົາ ເຕັມໄປດ້ວຍສີສົ້ມ, ສີແດງຂອງລະດູໝາກພັບສຸກແດງ.

ໝາກພັບຢູ່ ມົກເຈົາ ມີຫຼາຍຊະນິດ, ນັບແຕ່ໝາກພັບແດງ, ໝາກພັບກອບ ແລະ ໝາກພັບຝາດ. ໝາກພັບແຕ່ລະຊະນິດນັ້ນ ມີລົດຊາດສະເພາະ ແລະ ໄດ້ຮັບຄວາມນິຍົມຈາກແຂກທ່ອງທ່ຽວ.
(ພາບ: ngoisao.vnexpress.net)
ສີແດງສົ້ມຈະຄ່ອຍໆປ່ຽນໄປສູ່ເປັນສີແດງສົດໃນຍາມທ້າຍປີ ເຮັດໃຫ້ເຂດນີ້ຍິ່ງພົ້ນເດັ່ນຂຶ້ນ
(ພາບ: mocchau24h.vn)
(ພາບ: mocchau24h.vn)
ມົກເຈົາ ຫ່າງຈາກນະຄອນ ຮ່າໂນ້ຍ ໄປທິດຕາເວັນຕົກສ່ຽງເໜືອຂອງ ຫວຽດນາມ ປະມານ 200 ກມ, ໝາກພັບບໍ່ພຽງແຕ່ແມ່ນຜະລິດຕະພັນທີ່ເປັນເອກະລັກສະເພາະ ເພື່ອໃຫ້ແຂກທ່ອງທ່ຽວຊີມກິນ ແລະ ຊື້ເປັນຂອງຂວັນເທົ່ານັ້ນ, ລະດູໝາກພັບສຸກຢູ່ ມົກເຈົາ ຍັງດຶງດູດແຂກທ່ອງທ່ຽວມາຖ່າຍຮູບອີກ.
ມີສວນໝາກພັບຫຼາຍແຫ່ງໄດ້ເປີດປະຕູຕ້ອນຮັບນັກທ່ອງທ່ຽວມາຢ້ຽມຢາມ
(ພາບ: vietgiaitri.com)
ຕົ້ນໝາກພັບໂດດດ່ຽວຢູ່ ມົກເຈົາ.
(ພາບ: mocchau24h.vn)
ມີຫຼາຍຄົນມາຢ້ຽມຢາມສວນໝາກພັບ ແທັງບິ່ງ ມົກເຈົາ ຍາມທ້າຍປີ.
(ພາບ: mocchau24h.vn)
(ພາບ: tcdulichtphcm.vn)
(ພາບ: tcdulichtphcm.vn)
ໝາກພັບສຸກແດງ
(ພາບ: luxurytravel.vn)
(ພາບ: luxurytravel.vn)
ມາຢ້ຽມຊົມສວນໝາກພັບຢູ່ ມົກເຈົາ, ແຂກທ່ອງທ່ຽວຍັງໄດ້ເກັບໝາກພັບເມືອເປັນຂອງຕ້ອນຂອງຝາກ
(ພາບ: mia.vn)
ສຳລັບໝາກພັບສຸກທີ່ຕື່ງ, ຫອມ, ຫວານນັ້ນ ແນ່ນອນວ່າຈະແມ່ນຂອງຕ້ອນຂອງຝາກ ທີ່ໜ້າສົນໃຈ, ແມ່ນສະຖານທີ່ນັດພົບແຂກທ່ອງທ່ຽວເມື່ອມີໂອກາດແວ່ຢ້ຽມຢາມເຂດພູສູງ ມົກເຈົາ.
(ພາບ: Vietnam+)

This site is protected by reCAPTCHA and the Google Privacy Policy and Terms of Service apply.