Media

ງານ Festival ມໍລະດົກກວາງນາມກ່ອນຈຸດເວລາຈັດພິທີໄຂ

ງານ Festival ມໍລະດົກກວາງນາມກ່ອນຈຸດເວລາຈັດພິທີໄຂ

(VOVWORLD) - ບໍລິເວນຕາມແທງໄດ້ກຽມພ້ອມຮັບຕ້ອນພິທີໄຂງານ Festival ມໍລະດົກກວາງນາມຄັ້ງທີ 6 ປີ 2017.

ງານ Festival ມໍລະດົກກວາງນາມຄັ້ງທີ 6 ປີ 2017 ຖືກໄຂຂຶ້ນໃນເວລາ 20 ໂມງຂອງວັນທີ 9 ມິຖຸນາປີ 2017 ຢູ່ສະໜາມຫຼວງຕາມແທງ, ນະຄອນຕາມກີດ້ວຍຫົວຂໍ້ “ ກວາງນາມ - ການເດີນທາງເຊື່ອມຕໍ່ມໍລະດົກ ”

ດ້ວຍຄວາມຫວັງສຸມໃສ່ການທ່ອງທ່ຽວເຂດທະເລໝູ່ເກາະ, ພິທີໄຂ ງານ Festival ມໍລະດົກກວາງນາມຄັ້ງທີ 6 ປີ 2017 ຈະຖືກຈັດຂຶ້ນຢູ່ນະຄອນຕາມກີແທນທີ່ຈັດຕັ້ງຢູ່ນະຄອນໂຫ້ຍອານຄືຊຸມປີກ່ອນນີ້.

 ບັນຍາກາດງານ Festival ມໍລະດົກຟົດຟື້ນຫຼາຍຂຶ້ນຈາກປະຕູເຂົ້າສູນກາງປົກຄອງແຂວງກວາງນາມ.

ຖະໜົນຫົນທາງ, ຫາດຊາຍທະເລຖືກປະດັບປະດາດ້ວຍດອກໄມ້ ແລະ ເຄື່ອງຂອງຕ່າງໆຂອງແຂວງກວາງນາມ

ຫາດຊາຍທະເລຕາມແທງ-ແຫ່ງດຳເນີນພິທີໄຂງານ Festival ມໍລະດົກກວາງນາມຄັ້ງທີ 6 ປີ 2017

  ໝູ່ບ້ານບິກຮ້ວາຈຸງແທງ, ແຫ່ງທີ່ມີທາງນ້ຳໂດຍໃຊ້ເຮືອໂມຮັບໃຊ້ແຂກທ່ອງທ່ຽວໄປຮ່ວມງານ Festival ມໍລະດົກກວາງນາມ

ເວທີສະແດງຮັບໃຊ້ພິທີໄຂໄດ້ກະກຽມຢ່າງຮຽບຮ້ອຍແລ້ວ

ບັນດານັກສິລະປີນຝຶກແອບເພື່ອສະແດງໃນພິທີໄຂ. 


This site is protected by reCAPTCHA and the Google Privacy Policy and Terms of Service apply.