Media

ງານປະກວດສຽງເພງອາຊຽນ + 3

ງານປະກວດສຽງເພງອາຊຽນ + 3

(VOVWORLD) - ງານປະກວດສຽງເພງອາຊຽນ + 3, ໂດຍວິທະຍຸກະຈາຍສຽງຫວຽດນາມ ສົມທົບກັບກຸ່ມບໍລິສັດ FLC ຈັດຕັ້ງ, ຖືກດຳເນີນໃນລະຫວ່າງວັນທີ 19 – 20 ສິງຫາ 2017, ຢູ່ສູນກອງປະຊຸມສາກົນ, FLC ເຊີມເຊີນ, ແຂວງແທງຮ໋ວາ. ນີ້ແມ່ນງານປະກວດສຽງເພງ POP ຄັ້ງທຳອິດທີ່ສະຫງວນໃຫ້ນັກຮ້ອງໜຸ່ມ 17 ຄົນ, ໃນແກນອາຍຸແຕ່ 18 ຫາ 35 ທີ່ມາຈາກບັນດາປະເທດອາຊຽນ. ງານປະກວດຄັ້ງນີ້ໄດ້ຮັບຖືວ່າແມ່ນເຫດການວັດທະນະທຳພົ້ນເດັ່ນໃນພາກພື້ນ, ເພື່ອແນໃສ່ແລກປ່ຽນວັດທະນະທຳລະຫວ່າງບັນດາປະເທດອາຊຽນ ພ້ອມກັບຄູ່ຮ່ວມມືໃຫຍ່ແມ່ນຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ, ຜ່ານນັ້ນໄດ້ເຊີດຊູບັນດາຄຸນຄ່າວັດທະນະທຳຂອງແຕ່ລະປະເທດ, ຍູ້ແຮງການປະດິດສ້າງສີລະປະ ແລະ ສ້າງເງື່ອນໄຂໃຫ້ບັນດານັກຮ້ອງສະແດງຄວາມສາມາດຂອງຕົນ.

ຕອນຄ່ຳວັນທີ 17 ສິງຫາ, ນັກຮ້ອງທີ່ມາຈາກບາງປະເທດໄດ້ໄປຮອດສະໜາມບິນສາກົນ ໂນ້ຍບາຍ, ຫວຽດນາມ. ນັກຮ້ອງລາວເຂົ້າຮ່ວມງານປະກວດສຽງເພງອາຊຽນ + 3 ມີຢູ່ 2 ຄົນແມ່ນ ນາງ ພອນສະຫວັນ ອິນທະວົງ (ນ້ຳຝົນ) ແລະ ທ້າວ ຄຳປະສົງ ທິລະສັກ (ໂອລາ)
ຕອນເຊົ້າວັນທີ 18 ສິງຫາ, ບັນດານັກຮ້ອງເລີ່ມໄປທ່ຽວຢູ່ເຂດປູຊະນີຍະສະຖານ ຈ່າງອານ

ພາຍຫຼັງຮອດຈ່າງອານ, ບັນດານັກຮ້ອງໄດ້ພາຍເຮືອລອງນ້ຳຢ້ຽມຊົມເຂດທ່ອງທ່ຽວນີ້

ຕອນບ່າຍວັນດຽວກັນ, ນ້ຳຝົນ ແລະ ໂອລາ ພ້ອມກັບນັກຮ້ອງຂອງບັນດາປະເທດເຂົ້າຮ່ວມລາຍການຖີບລົດຖີບເພື່ອສິ່ງແວດລ້ອມ ແລະ ເກັບຂີ້ເຫຍື່ອທຳຄວາມສະອາດຢູ່ຫາດຊາຍທະເລ
ວັນທີ 19 ບັນດານັກຮ້ອງເຂົ້າຮ່ວມການຊ້ອມເພງເພື່ອກະກຽມໃຫ້ຮອບຮອງຊະນະເລີດໃນງານປະກວດ "ສຽງເພງອາຊຽນ +3"

ບັນດານັກຮ້ອງພ້ອມກັບຊ້ອມບົດເພງອາຊຽນ

ໃນຮອບຮອງຊະນະເລີດນັກຮ້ອງ ນ້ຳຝົນ ໄດ້ສະແດງບົດເພງ If I ain't got you

ໃນຮອບຮອງຊະນະເລີດນັກຮ້ອງ ໂອລາ ໄດ້ສະແດງບົດເພງ ເສຍສະຫຼະ

ນ້ຳຝົນ ແຕ່ງໜ້າກະກຽມເຂົ້າຮ່ວມຮອບຮອງຊະນະເລີດ

ຮອບຮອງຊະນະເລີດຂອງງານປະກວດ "ສຽງເພງອາຊຽນ +3" ຖືກດຳເນີນໃນຕອນຄ່ຳວັນທີ 19 ສິງຫາ, ໂດຍມີການເຂົ້າຮ່ວມຂອງນັກຮ້ອງ 17 ຄົນ

ການນຳ VOV ອວຍພອນບັນດານັກຮ້ອງເຂົ້າຮ່ວມງານປະກວດ "ສຽງເພງອາຊຽນ +3"

ນ້ຳຝົນ ເຂົ້າຮ່ວມຮອບຊະນະເລີດດ້ວຍບົດເພງ If I ain't got you ແລະ ໄດ້ຮັບການຄັດເລືອກເປັນ 1 ໃນຈຳນວນນັກຮ້ອງ 10 ຄົນໄດ້ເຂົ້າຮອບຊິງຊະນະເລີດ

ໂທລະພາບ VTC ກະກຽມວີດີໂອ ແນະນຳກ່ຽວກັບນັກຮ້ອງ ນ້ຳຝົນ

ນ້ຳຝົນ ຕອບສຳພາດຕໍ່ນັກຂ່າວ VOV5 ພາກພາສາອັງກິດ 24/7

ງານປະກວດສຽງເພງຄັ້ງນີ້ແມ່ນໂອກາດທີ່ດີ ເພື່ອໃຫ້ນັກຮ້ອງລາວ 2 ຄົນປຶກສາ, ແລກປ່ຽນບົດຮຽນກັບບັນດານັກຮ້ອງທີ່ມາຈາກປະເທດຕ່າງໆເຂົ້າຮ່ວມງານປະກວດ

ຮອບຊິງຊະນະເລີດຖືກດຳເນີນໃນເວລາ 20 ໂມງ, ວັນທີ 20 ສິງຫາ. ດ້ວຍການເຂົ້າຮ່ວມຂອງນັກຮ້ອງ 10 ຄົນ ແລະ ບັນດານັກຮ້ອງຮັບເຊີນທີ່ມາຈາກປະເທດ: ຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ.

ເຂົ້າຮ່ວມຮອບຊິງຊະນະເລີດ ນ້ຳຝົນ ໄດ້ສະແດງບົດເພງ I have nothing

ບັນດານັກຮ້ອງໂອ້ລົມກັນກ່ຽວກັບບົດເພງທີ່ເພື່ອນນັກຮ້ອງຫາກໍ່ສະແດງ

ສິ້ນສຸດຮອບຊິງຊະນະເລີດ, ນັກຮ້ອງຍິງ Darlin Joy Baje, ຊາວ Philippines ຍາດໄດ້ລາງວັນທີ 1. ນ້ຳຝົນຍາດໄດ້ລາງວັນ Style Awrad

ໂອລາ ແລະ ນ້ຳຝົນ ຖ່າຍຮູບພາຍຫຼັງສິ້ນສຸດງານປະກວດ


This site is protected by reCAPTCHA and the Google Privacy Policy and Terms of Service apply.