Media

ງານວາງສະແດງພາບຖ່າຍ “ຮ່າໂນ້ຍ ໃນດວງໃຈຂອງຂ້ອຍ”: ຮ່າໂນ້ຍ ບືນຕົວບຸກທະລຸ

ງານວາງສະແດງພາບຖ່າຍ “ຮ່າໂນ້ຍ ໃນດວງໃຈຂອງຂ້ອຍ”: ຮ່າໂນ້ຍ ບືນຕົວບຸກທະລຸ

(VOVWORLD) - ພາບຖ່າຍ 80 ແຜ່ນທີ່ມີຊີວີດຊີວາ ແມ່ນບັນດາເອກະສານທີ່ລ້ຳຄ່າບັນທຶກໄລຍະເວລາປະຫວັດສາດ, ບັນດາຂີດໝາຍທີ່ໜ້າຈົດຈຳ ແລະ ຜົນງານທີ່ຮຸ່ງເຮືອງເຫຼືອງເຫຼື້ອມຂອງ ຮ່າໂນ້ຍ ພາຍຫຼັງໄດ້ຮັບການປົດປ່ອຍເປັນເວລາ 70 ປີ.

ເພື່ອຂ່ຳນັບຮັບຕ້ອນ 70 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10/10/1954 – 10/10/2024), ຢູ່ສູນເຄື່ອນໄຫວວັດທະນະທຳວິທະຍາສາດ ວັນມຽວ - ກວັກຕືຢາມ, ພວມຈັດງານວາງສະແດງພາບຖ່າຍ “ຮ່າໂນ້ຍ ໃນດວງໃຈຂອງຂ້ອຍ” ປີ 2024.
ດ້ວຍຫົວຂໍ້ “ຮ່າໂນ້ຍ ບືນຕົວບຸກທະລຸ”, ງານວາງສະແດງ “ຮ່າໂນ້ຍ ໃນດວງໃຈຂອງຂ້ອຍ” ຄັ້ງທີ 19 ປີ 2024 ໄດ້ແນະນຳພາບຖ່າຍທີ່ມີຊີວິດຊີວາ 80 ແຜ່ນເຖິງມະຫາຊົນ.
ພາກທີໜຶ່ງ: “ຮ່າໂນ້ຍ - ນະຄອນຫຼວງແຫ່ງວິລະຊົນ” ແມ່ນບັນດາພາບຖ່າຍເອກະສານທີ່ລ້ຳຄ່າຂອງຊຸມເດືອນ, ປີທີ່ສະຫງ່າອົງອາດ, ບັນດາຂີດໝາຍປະຫວັດສາດຮຸ່ງເຮືອງເຫຼືອງເຫຼື້ອມຂອງ ຮ່າໂນ້ຍ ນັບແຕ່ຈຸດເວລາປົດປ່ອຍນະຄອນຫຼວງ ໃນວັນທີ 10 ຕຸລາ 1945 ຮອດປີ 1975.
ພາບຖ່າຍ “ວັນທີ 10 ຕຸລາ 1945, ມີຊາວ ຮ່າໂນ້ຍ ນັບໝື່ນໆຄົນ ໄດ້ລົງຖະໜົນຕ້ອນຮັບກອງທະຫານຮັບໄຊຊະນະປົດປ່ອຍນະຄອນຫຼວງ”.
ພາບຖ່າຍ “ທ່ານຮອງປະທານຄະນະກຳມະການການເມືອງການທະຫານ ຮ່າໂນ້ຍ ເຈິ່ນຢຸຍຮືງ ຈາກ ຫວຽດບັກ ມາບໍລິຫານນະຄອນຫຼວງ”.
ພາກທີສອງ: “ຮ່າໂນ້ຍ ບົນເສັ້ນທາງແຫ່ງການປ່ຽນແປງໃໝ່” ແມ່ນບັນດາພາບຖ່າຍສຸມໃສ່ໄລຍະ 1975 – 2008.
ໜອງ ຮວ່ານກຽມ ປີ 1976.
ພາບຖ່າຍ “ເປີດສະຫຼອງຂະບວນລົດໄຟເອກະພາບ ເໜືອ - ໃຕ້ ຢູ່ສະຖານີລົດໄຟ ຮ່າໂນ້ຍ, ປີ 1976”.
ພາບຖ່າຍ “ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ຫງວຽນຝູຈ້ອງ ຢ້ຽມຢາມບໍລິສັດ Hanel, ປີ 2001”.
ພາກທີສາມ: “ຮ່າໂນ້ຍ ບຸກທະລຸໃນປະຈຸບັນ” ແມ່ນບັນດາພາບຖ່າຍກ່ຽວກັບນະຄອນຫຼວງ ຮ່າໂນ້ຍ ແຫ່ງອະລິຍະທຳ - ສິວິໄລ - ທັນສະໄໝໃນປະຈຸບັນ.
ບັນດາພາບຖ່າຍທີ່ວາງສະແດງໄດ້ນຳມາເຊິ່ງບັນດາຄວາມຮູ້ສຶກກ່ຽວກັບນະຄອນຫຼວງແຫ່ງອະລິຍະທຳ - ສີວິໄລ - ທັນສະໄໝ, ພວມບືນຕົວບຸກທະລຸຜ່ານບັນດາແງ່ມູມກ່ຽວກັບຊາວ ຮ່າໂນ້ຍ ສິວິໄລ, ສຸພາບຮຽບຮ້ອຍ, ພາບທີ່ມີຊີວິດຊີວາກ່ຽວກັບການພົວພັນທີ່ໃກ້ຊິດສະໜິດສະໜົມ, ເຊື່ອມໂຍງ ແລະ ການພົວພັນແລກປ່ຽນກັບເພື່ອມິດສາກົນ ກັບນະຄອນຫຼວງ ຮ່າໂນ້ຍ ມາສູ່ມະຫາຊົນ.
ງານວາງສະແດງໄດ້ດຶງດູດຫຼາຍໝູ່ຄະນະແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຊົມ.

ພາບຖ່າຍຈຳນວນໜຶ່ງທີ່ງານວາງສະແດງ

ງານວາງສະແດງຈັດຂຶ້ນແຕ່ວັນທີ 01 ຕຸລາ, ຢູ່ສະຖານີລົດໄຟ ກາດລິງ (ຮ່າໂນ້ຍ).

This site is protected by reCAPTCHA and the Google Privacy Policy and Terms of Service apply.