Media

ນຸ່ງຊຸດເສື້ອຍາວລົງຖະໜົນຍາມລະດູບານໃໝ່

ນຸ່ງຊຸດເສື້ອຍາວລົງຖະໜົນຍາມລະດູບານໃໝ່

(VOVWORLD) - ຮ່າໂນ້ຍ ມີສະຖານທີ່ສວຍງາມຫຼາຍແຫ່ງເພື່ອຖ່າຍຮູບກັບຊຸດເສື້ອຍາວໃນໂອກາດບຸນເຕັດ

ແຕ່ລະເທື່ອ, ເມື່ອລະດູບານໃໝ່ວຽນມາ, ມີຫຼາຍຄົນໄດ້ນຸ່ງຊຸດເສື້ອຍາວໄປຖ່າຍຮູບຢູ່ຖະໜົນສາຍຕ່າງໆໃນນະຄອນຫຼວງ ຮ່າໂນ້ຍ.
ເຖິງວ່າແມ່ນເຂດທີ່ລື້ງເຄີຍ, ແຕ່ໜອງ ຮວ່ານກຽມ ຍາມໃດກໍ່ຍັງແມ່ນສະຖານທີ່ຫຼາຍຄົນມາຖ່າຍຮູບຄັ້ງທຳອິດໃນຍາມບຸນເຕັດ.
ບັນຍາກາດຂອງບຸນເຕັດພວມວຽນມາຕາມຖະໜົນຫົນທາງຫຼາຍສາຍຂອງ ຮ່າໂນ້ຍ. ຖະໜົນ ຕ້າຫ້ຽນ (ເມືອງ ຮ່ວານກຽມ) ແມ່ນໜຶ່ງໃນບັນດາຖະໜົນທີ່ດຶງດູດໄວໜຸ່ມຫຼາຍທີ່ສຸດ.
(ພາບ: kinhtedothi.vn)
ມີກຸ່ມເພື່ອນໜຸ່ມຫຼາຍຄົນໄດ້ພາກັນຖ່າຍຮູບກັບຊຸດເສື້ອຍາວ.
ໃນຊຸມມື້ນີ້, ສູນວັດທະນະທຳສິລະປະ ເຮືອນເລກທີ 22 ຖະໜົນ ຮ່າງບວມ, ໄດ້ດຶງດູດແຂກທ່ອງທ່ຽວຫຼາຍຄົນມາຢ້ຽມຢາມ, ຖ່າຍຮູບ.
(ພາບ: Nguyễn Hoàng Thức/Râu Studio)
ເນື່ອງໃນໂອກາດນີ້, ມີເດັກຫຼາຍຄົນກໍ່ນຸ່ງຊຸດເສື້ອຍາວເພື່ອຖ່າຍຮູບ.
(ພາບ: Nguyễn Hoàng Thức/Râu Studio)

This site is protected by reCAPTCHA and the Google Privacy Policy and Terms of Service apply.