Mediaປະຫຼາດໃຈຕໍ່ຄວາມງາມຍາມລະດູຝົນໃນທົ່ງນາຂັ້ນໄດຢູ່ແຂວງ ລາວກາຍ
ປະຫຼາດໃຈຕໍ່ຄວາມງາມຍາມລະດູຝົນໃນທົ່ງນາຂັ້ນໄດຢູ່ແຂວງ ລາວກາຍ
ວັນອາທິດ, 08:00, 29/06/2025
VOV5
(VOVWORLD) - ໃນລະດູຝົນນ້ຳໄຫຼຫຼັ່ງເທມາບັນດາທົ່ງນາຂັ້ນໄດຢູ່ ລາວກາຍໄດ້ສ້າງເປັນທັດສະນີ ຍະພາບທີ່ງົດງາມດັ່ງພາບແຕ້ມ, ດຶງດູດແຂກທ່ອງທ່ຽວ ແລະ ເປັນສັນຍາລັກບົ່ງບອກໃຫ້ຮູ້ວ່າ ລະດູດຳນາລະດູໃໝ່ຂອງພໍ່ແມ່ພີ່ນ້ອງເຂດພູສູງໄດ້ໝູນວຽນມາແລ້ວ.
 |
| ພາຍຫຼັງບັນດາຫ່າຝົນຕົ້ນລະດູຝົນຢູ່ເຂດພູພຽງຂາວ ບັກຮ່າ (ແຂວງ ລາວກາຍ), ກະແສນ້ຳຈາກຫ້ວຍຮ່ອງເລີ່ມຫຼັ່ງໄຫຼລົງມານາຂັ້ນໄດແຕ່ລະຊັ້ນ. |
 |
| ລະດູຝົນໝູນວຽນມາ ກໍແມ່ນຈຸດເວລາທີ່ພໍ່ແມ່ປະຊາຊົນເຂດພູສູງຟ້າວຟັ່ງຫ້າງຫາກະກຽມໃຫ້ແກ່ລະດູການໃໝ່. |
 |
| ເມື່ອແສງແດດສາດສ່ອງ ລົງມາ ຍິ່ງເຮັດໃຫ້ບັນດາທົ່ງນາຂັ້ນທີ່ໄດ້ປົກຄຸມໄປດ້ວຍຊັ້ນນ້ຳໃສໆນີ້ເຫຼື້ອມຍິບຍັບ, ສ້າງເປັນພາບທຳມະຊາດທີ່ໃຫຍ່ໂຕມະໂຫຖານ, ຜູ້ໃດເຫັນແລ້ວ ກໍຕ້ອງຊົມຍ້ອງ. |
|
ຢູ່ທ່າມກາງສາຍນ້ຳໝອກຍາມເຊົ້າ, ບັນດາທົ່ງນາຂັ້ນໄດຢູ່ບັນດາຕາແສງ ຖາຍຢ່າງໂຟ່, ຮວ່າງທູໂຟ, ບ້ານລ່ຽນ, ຕ໋າກູຕີ… ໄດ້ປະກົດຕົວຂຶ້ນຢ່າງນິ້ມນວນອ່ອນໂຍນ, ຄົດລ້ຽວອ້ອມຮອບໄປຕາມບັນດາໂນນພູ.
|
|
ນັບແຕ່ເດືອນພຶດສະພາ ຫາເດືອນ ມິຖຸນາ ຂອງທຸກໆປີ, ເມື່ອບັນດາຫ່າຝົນທຳອິດຂອງລະດູຮ້ອນຮ່ຳລົງມາ, ກໍແມ່ນຈຸດເວລາທີ່ແຫຼ່ງນ້ຳເຢັນໆຈາກຫ້ວຍສາຍຕ່າງໆ ໄດ້ຫຼັ່ງໄຫຼລົງບັນດາທົ່ງນາທີ່ພວມແຫ້ງແລ້ງ.
|
 |
ເຂດພູສູງ ໄຕບັກ, ໃນນັ້ນມີເມືອງ ບັກຮ່າ, ຍ້ອນເງື່ອນໄຂດິນຟ້າອາກາດທີ່ໜາວເຢັນ ແລະ ແຫຼ່ງນ້ຳມີຈຳກັດ, ສະນັ້ນ, ເຂົາເຈົ້າເຮັດນາພຽງແຕ່ລະດູດຽວ. ເມື່ອລະດູຝົນວຽນມາ ບໍ່ພຽງແຕ່ແມ່ນຈຸດເວລາທຳການຜະລິດກະສິກຳທີ່ສຳຄັນເທົ່ານັ້ນ, ຫາກຍັງນຳມາເຊິ່ງຄວາມງາມທີ່ເປັນເອກະລັກຂອງເຂດພູຜາປ່າໄມ້ ໄຕບັກ (ເຂດທາງທິດຕາເວັນອອກສ່ຽງເໜືອ).
|
 |
| ສຳລັບພໍ່ແມ່ປະຊາຊົນເຜົ່າມົ້ງ, ເຜົ່າໄຕ ແລະ ພໍ່ແມ່ເຜົ່າສ່ວນໜ້ອຍອື່ນໆທີ່ພວມດຳລົງຊີວິດຢູ່ເຂດພູສູງ ບັກຮ່າ ແລ້ວ, ນີ້ແມ່ນຈຸດເວລາທີ່ວຽກຫຼາຍທີ່ສຸດ ແຕ່ເຕັມໄປດ້ວຍຈິດໃຈຫ້າວຫັນ. ບັນດາຝູງຄວາຍພວມຂະຫຍັນໝັ່ນພຽນໄຖນາ. |
 |
| ຮູບພາບບາມລະດູຝົນຢູ່ ບັກຮ່າ ໄດ້ປະກົດຂຶ້ນຢ່າງຍິບຍັບ ງາມດັ່ງພາບແຕ້ມ, ດຶງດູດແຂກທ່ອງທ່ຽວມາທ່ຽວຊົມເປັນຈຳນວນຫຼາຍ. |
 |
| ພຽງແຕ່ໄດ້ຢືນຢູ່ກາງທົ່ງນາທີ່ກວ້າງໃຫຍ່ ຈຶ່ງຈະຮູ້ສຶກໄດ້ເຖິງຄວາມງາມທີ່ມີຊີວິດຊີວາຂອງເຂດດິນແດນແຫ່ງນີ້. |
 |
| ບໍ່ຄຶກໂຄມ, ບໍ່ຫຼູຫຼາ, ລະດູຝົນຢູ່ ບັກຮ່າ ໄດ້ດຶງດູດແຂກທ່ອງທ່ຽວດ້ວຍຄວາມງາມແບບລຽບງ່າຍ, ປະຖົມປະຖານ ແລະ ດ້ວຍຄວາມຈິງໃຈຂອງປະຊາຊົນຢູ່ທີ່ນີ້. |