Mediaປະມຸກລັດຫວຽດນາມຕ້ອນຮັບ ທ່ານ Donald Trump ປະທານາທິບໍດີອາເມລິກາ
ປະມຸກລັດຫວຽດນາມຕ້ອນຮັບ ທ່ານ Donald Trump ປະທານາທິບໍດີອາເມລິກາ
ວັນພຸດ, 18:43, 27/02/2019
VOV5
(VOVWORLD) -ຕອນສວາຍວັນທີ 27 ກຸມພາ, ປະທານາທິບໍດີ ອາເມລິກາ Donald Trump ໄດ້ມີການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຕາມລຳດັບ.
 |
|
ຕອນສວາຍວັນທີ 27 ກຸມພາ, ຢູ່ ທຳນຽບປະທານປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມຫງວຽນຟູຈ້ອງໄດ້ຕ້ອນຮັບປະທານາທິບໍດີອາເມລິກາ Donald Trump ມາ ຫວຽດນາມ ເຂົ້າຮ່ວມການພົບປະສຸດຍອດອາເມລິກາ - ສປປເກົາຫລີ ຄັ້ງທີ 2.
|
 |
|
ນີ້ເປັນຄັ້ງທີ 2 ປະທານາທິບໍດີ ອາເມລິກາ Donald Trump ມາ ຫວຽດນາມ.
|
 |
|
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ ເຈລະຈາກັບທ່ານປະທານາທິບໍດີອາເມລິກາ Donald Trump
|
 |
|
ທີ່ການເຈລະຈາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ ຂ່ຳນັບຮັບຕ້ອນປະທານາທິບໍດີ ອາເມລິກາ Donald Trump ແລະຄະນະຜູ້ແທນຂັ້ນສູງ ອາເມລິກາ ຢ້ຽມຢາມ ຫວຽດນາມ, ຊົມເຊີຍ ອາເມລິກາ ແລະ ສປປເກົາຫລີ ໄດ້ເລືອກເຟັ້ນ ຫວຽດນາມ ເປັນສະຖານທີ່ດຳເນີນການພົບປະສຸດຍອດຄັ້ງທີ 2
|
 |
| ປະທານາທິບໍດີ ອາເມລິກາ Donald Trump ຂອບອົກຂອບໃຈ ຫວຽດນາມ ໄດ້ກະກຽມຢ່າງລອບຄອບຖີ່ຖ້ວນຮັບໃຊ້ໃຫ້ການພົບປະສຸດຍອດ ອາເມລິກາ - ສປປ.ເກົາຫລີ ເຖິງວ່າເວລາແມ່ນສັ້ນທີ່ສຸດ ແລະຢືນຢັນ ອາເມລິກາ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານກັບ ຫວຽດນາມ ກໍ່ຄືບົດບາດຂອງ ຫວຽດນາມ ໃນພາກພື້ນມະຫາສະມຸດ ອິນເດຍ - ປາຊີຟິກ. |
 |
|
ປະມຸກລັດ ຫວຽດນາມ ຕ້ອນຮັບປະທານາທິບໍດີ ອາເມລິກາ Donald Trump.
|
 |
| ພາຍຫລັງການເຈລະຈາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືເສດຖະກິດສຳຄັນບາງສະບັບ ລວມມູນຄ່າປະມານ 21 ຕື້ USD |
 |
|
ທ່ານເລຂາທີການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ສົ່ງທ່ານປະທານາທິບໍດີ ອາເມລິກາ Donald Trump ພາຍຫລັງສິ້ນສຸດການເຈລະຈາ(ພາບ: VnExpress)
|
 |
| ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານາທິບໍດີ ອາເມລິກາ Donald Trump |
 |
| ການນຳສອງທ່ານຈັບມືກັນຢູ່ ຫ້ອງວ່າການລັດຖະບານ |
 |
| ການນຳສອງທ່ານແລກປ່ຽນກ່ຽວກັບວຽກງານແລະພ້ອມກັນຮັບປະທານອາຫານທ່ຽງ. |
Tag:VOV / VOVworld / Donald Trump / ປະມຸກລັດຫວຽດນາມ / ຫງວຽນຊວນຟຸກ.