Mediaປະມວນພາບບັນຍາກາດພິທີໄຂງານວາງສະແດງ “80 ປີໄລຍະທາງແຫ່ງເອກະລາດ - ເສລີພາບ - ຄວາມຜາສຸກ”
ປະມວນພາບບັນຍາກາດພິທີໄຂງານວາງສະແດງ “80 ປີໄລຍະທາງແຫ່ງເອກະລາດ - ເສລີພາບ - ຄວາມຜາສຸກ”
ວັນອາທິດ, 09:00, 31/08/2025
VOV5
(VOVWORLD) - ພິທີໄຂງານວາງສະແດງຜົນງານຂອງປະເທດຊາດ “80 ປີໄລຍະທາງແຫ່ງເອກະລາດ - ເສລີພາບ - ຄວາມຜາສຸກ” ຖືກໄຂຂຶ້ນສົມກຽດ ຢູ່ສູນງານວາງສະແດງຕະຫຼາດນັດແຫ່ງຊາດ (VEC), ດົງແອັງ, ຮ່າໂນ້ຍ.
 |
| ຕອນເຊົ້າວັນທີ 28 ສິງຫາ, ພິທີໄຂງານວາງສະແດງຜົນງານຂອງປະເທດຊາດ “80 ປີໄລຍະທາງແຫ່ງເອກະລາດ - ເສລີພາບ - ຄວາມຜາສຸກ” ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະການປະຕິວັດ ແລະ ວັນສະຖາປະນາປະເທດ ສສ. ຫວຽດນາມ ທີ 2 ກັນຍາ ຄົບຮອບ 80 ປີ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ສູນວາງສະແດງຕະຫຼາດນັດແຫ່ງຊາດ (VEC), ດົງແອັງ, ຮ່າໂນ້ຍ. |
|
ເຂົ້າຮ່ວມພິທີໄຂມີທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ, ທ່ານ ນົງດຶກແມ້ງ ອະດີດເລຂາທິການໃຫຍ່, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ, ທ່ານ ຫງວຽນເຕິນຢຸງ ອະດີດນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ, ທ່ານນາງ ຫງວຽນທິກິມເງິນ ອະດີດປະທານສະພາແຫ່ງຊາດ ຫວຽດນາມ…
|
 |
ພ້ອມດຽວກັນນັ້ນ ຍັງມີບັນດາທ່ານກຳມະການກົມການເມືອງ, ອະດີດກຳມະການກົມການເມືອງ, ເລຂາທິການສູນກາງພັກ, ອະດີດເລຂາທິການສູນກາງພັກ, ກຳມະການສູນກາງພັກ, ອະດີດກຳມະການສູນກາງພັກ, ການນຳບັນດາຄະນະ, ກະຊວງ, ຂະແໜງການ; ຜູ້ຕາງໜ້າບັນດາອົງການການທູດ, ອົງການຈັດຕັ້ງສາກົນ; ຜູ້ຕາງໜ້າບັນດາວິສາຫະກິດເຂົ້າຮ່ວມງານວາງສະແດງ.
|
 |
ເມື່ອກ່າວຄຳເຫັນຊີ້ນຳພິທີໄຂ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຊີ້ແຈ້ງວ່າ: ງານວາງສະແດງ “80 ປີໄລຍະທາງແຫ່ງເອກະລາດ - ເສລີພາບ - ຄວາມຜາສຸກ” ໄດ້ສ່ອງແສງຢ່າງເລິກເຊິ່ງ ແລະ ແມ່ນໝາກຜົນຂອງການປະກອບສ່ວນ, ການອຸທິດສ່ວນຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບໃນຕະຫຼອດໄລຍະປະຫວັດສາດ 80 ປີທີ່ສະຫງ່າລາສີ, ອົງອາດກ້າຫານຂອງການປະຕິວັດ ຫວຽດນາມ, ດ້ວຍການເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການ, ປະດິດຄິດສ້າງຂອງບັນດາອົງການພັກຂັ້ນສູນກາງ, ບັນດາອົງການຂອງສະພາແຫ່ງຊາດ, ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນຕ່າງໆ, ຜູ້ຕາງໜ້າປະຊາຄົມວິສາຫະກິດໃນວິວັດການຈັດຕັ້ງປະຕິບັດ.
|
 |
ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກ “ງານວາງສະແດງຍັງແມ່ນ ‘ໂຮງຮຽນທີ່ມີຊີວິດຊີວາ’ ດ້ວຍການປະສົມປະສານຢ່າງກົມກຽວລະຫວ່າງລັກສະນະທີ່ເປັນມູນເຊື້ອ ແລະ ຍຸກສະໄໝ, ນຳປະຫວັດສາດກາຍເປັນສິ່ງທີ່ໃກ້ຊິດ, ເຂົ້າເຖິງໄດ້ງ່າຍ, ເພື່ອໃຫ້ລຸ້ນຄົນປັດຈຸບັນ ມີຄວາມເຂົ້າໃຈແຈ້ງກ່ຽວກັບກົກເຄົ້າເຫງົ້າກໍ, ກ່ຽວກັບການເສຍສະຫຼະອັນໃຫຍ່ຫຼວງ ແລະ ຜົນງານຂອງລຸ້ນພໍ່ລຸ້ນອ້າຍ; ຈາກນັ້ນ ກໍເສີມສ້າງກຳລັງແຮງ, ສົ່ງແຫຼ່ງບັນດານໃຈ, ຫຼໍ່ລ້ຽງຄວາມຄາດຫວັງນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່, ສັງກາດຮັ່ງມີເຂັ້ມແຂງ, ອະລິຍະທຳ, ວັດທະນາຖາວອນ, ສີວິໄລ, ທຽບທັນກັບບັນດາປະເທດມະຫາອຳນາດໃນ 5 ທະວີບ”.
|
 |
ທ່ານ ຫງວຽນວັນຮຸ່ງ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ກ່າວຄຳເຫັນທີ່ພິທີໄຂງານວາງສະແດງ.
|
 |
ການນຳພັກ, ລັດ ແລະ ບັນດາອະດີດການນຳ ກົດປຸ່ມໄຂງານວາງສະແດງ.
|
 |
ສູນວາງສະແດງຕະຫຼາດນັດແຫ່ງຊາດ ມີຂອບຂະໜາດ 900.000 ຕາແມັດ, ໃນນັ້ນ ເນື້ອທີ່ເຮືອນໃນຮົ່ມ 304.000 ຕາແມັດ, ເດີ່ນກາງແຈ້ງ 200.000 ຕາແມັດ, ເຂດກອງປະຊຸມບັນລຸມາດຖານສາກົນ ສາມາດບັນຈຸ 5.000 ຄົນ ພ້ອມກັບລະບົບພື້ນຖານດ້ານວັດຖຸ, ເຕັກນິກ, ການບໍລິການທີ່ມີຄຸນນະພາບສູງ ແລະ ທັນສະໄໝ.
|
 |
ບັນດາລາຍການສະແດງສິລະປະໃນພິທີໄຂງານວາງສະແດງ
|
 |
| ງານວາງສະແດງຜົນງານຂອງປະເທດຊາດ “80 ປີໄລຍະທາງແຫ່ງເອກະລາດ - ເສລີພາບ - ຄວາມຜາສຸກ” ເປີດປະຕູຕ້ອນຮັບແຂກແຕ່ 9 ໂມງ ຫາ 22 ໂມງ ຂອງທຸກໆວັນແຕ່ວັນທີ 29 ສິງຫາ ຫາວັນທີ 05 ກັນຍາ ຈຶ່ງອັດລົງ. |
Tag:VOV / VOVworld / ຜົນງານຂອງປະເທດຊາດ “80 ປີໄລຍະທາງແຫ່ງເອກະລາດ - ເສລີພາບ - ຄວາມຜາສຸກ” / ພິທີໄຂງານວາງສະແດງ