Media

ພາບລະດົມກຳລັງໃຈໂຄສະນາເຫດການ75 ປີແຫ່ງວັນທະຫານເສຍອົງຄະນັກຮົບເສຍສະຫຼະຊີວິດເພື່ອຊາດ

ພາບລະດົມກຳລັງໃຈໂຄສະນາເຫດການ75 ປີແຫ່ງວັນທະຫານເສຍອົງຄະນັກຮົບເສຍສະຫຼະຊີວິດເພື່ອຊາດ

(VOVWORLD) -ກົມວັດທະນະທຳ ຮາກຖານ (ກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວ) ຫາກໍ່ປະກາດຊຸດ ພາບປຸກລະດົມຮັບໃຊ້ວຽກງານໂຄສະນາເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນທະຫານເສຍອົງຄະນັກຮົບເສຍສະຫຼະຊີວິດເພື່ອຊາດ (ວັນທີ 27/7/1947 – 27/7/2022).

ພາບຂອງຈິດຕະກອນເຈິ່ນແຄ໊ງຮ່ວຽນ (ແຂວງວິງຟຸກ)

ທີ່ງານປະກວດ ຄະນະຈັດຕັ້ງໄດ້ຮັບເອົາພາບເກືອບ 500 ແຜ່ນຂອງຈິດຕະກອນຫຼາຍກ່ວາ 200 ຄົນໃນທົ່ວປະເທດທີໄດ້ຝາກມາຮ່ວມ. ບັນດາພາບແຕ້ມທີ່ເຂົ້າຮ່ວມການປະກວດ ໄດ້ຍ້ອງຍໍສັນລະເສີນບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ໄດ້ຜ່ານຜ່າຄວາມຫຍຸ້ງຍາກບືນຕົວຂຶ້ນ, ຕັ້ງໜ້າເຂົ້າຮ່ວມບັນດາຂະບວນການແຂ່ງຂັນ ຮັກຊາດ ພັດທະນາທະວີຄຸນບັນດາຕົວແບບທີ່ກ້າວໜ້າໃນບັນດາຂະບວນການຕອບບຸນແທນຄຸນຊ່ວຍເຫຼືອບັນດາຄອບຄົວເປົ້າໝາຍນະໂຍບາຍ. 

ພາບຂອງຈິດຕະກອນຫງວຽນບ໊າຊຽວ (ແຂວງເງະອານ)

ມີພາບແຕ້ມຫຼາຍແຜ່ນໄດ້ເນັ້ນໜັກເຖິງໝາກຜົນທີ່ພົ້ນເດັ່ນໃນການສ້າງ ແລະປະຕິບັດນະໂຍບາຍລະບອບບຸລິມະສິດຕໍ່ຜູ້ມີ ຄຸນງາມຄວາມດີ ກ່ຽວກັບໝາກຜົນການປະຕິບັດ ການເບິ່ງແຍງທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຄອບຄົວທະຫານເສຍສະຫຼະຊີວິດເພື່ອຊາດ ແລະ ການເບິ່ງແຍງດູແລແມ່ຫວຽດນາມ ວິລະຊົນ ກ່ຽວກັບວຽກງານຊອກຫາທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ...

ພາບຂອງຈິດຕະກອນຫງວຽນຢຸຍແທັງ (ນະຄອນຫຼວງຮ່າໂນ້ຍ)

ຄະນະຈັດຕັ້ງ ສະພາສິລະປະກຳໄດ້ໃຫ້ຄະແນນເລືອກເອົາພາບແຕ້ມ 16 ແຜ່ນໄດ້ຮັບລາງວັນ ແລະ ພາບແຕ້ມ 75 ແຜ່ນທີ່ດີເດັ່ນເພື່ອ ນຳມາວາງສະແດງທີ່ງານວາງສະແດງລະດົມກຳລັງໃຈ ແລະ ຮັບໃຊ້ວຽກງານໂຄສະນາ. ມີບາງພາບແຕ້ມໃນຊຸດພາບລະດົມກຳລັງໃຈຮັບໃຊ້ວຽກງານໂຄສະນາເນື່ອງໃນໂອກາດສະເຫຼີມສະຫຼອງ75 ປີແຫ່ງວັນທະຫານເສຍອົງຄະນັກຮົບເສຍສະຫຼະຊີວິດເພື່ອຊາດ:

ພາບຂອງຈິດຕະກອນ ຫງວຽນແມັງຕຽນ (ນະຄອນຫຼວງຮ່າໂນ້ຍ)
ພາບຂອງຈິດຕະກອນ ຮ່າຮຸຍເຈື່ອງ(ແຂວງຫ໋າຍເຢືອງ)
ພາບຂອງຈິດຕະກອນ ຫງວຽນຈຸງກຽນ(ນະຄອນຫຼວງຮ່າໂນ້ຍ)
ພາບຂອງຈິດຕະກອນ ເລງອກເທ໊(ແຂວງເງະອານ)
ພາບຂອງຈິດຕະກອນ ກາວຕວັນວຽດ(ແຂວງທ໊າຍບິ່ງ)
ພາບຂອງຈິດຕະກອນ ຫງວຽນຮຶກລົກ ( ແຂວງກາເມົາ)
ພາບຂອງຮ່າກວັກມິງ (ແຂວງຮ່ວາບິ່ງ)
ພາບຂອງຈິດຕະກອນ ຈິ້ງບ໊າກວາດ (ນະຄອນຫຼວງຮ່າໂນ້ຍ)
ພາບຂອງຈິດຕະກອນ ຫງວຽນເຈິ່ນຫວູ (ແຂວງບັກຢາງ)
ພາບຂອງຈິດຕະກອນ ຫງວຽນຈຸງກຽນ (ນະຄອນຫຼວງຮ່າໂນ້ຍ)
ພາບຂອງຈິດຕະກອນ ຟ້າມງອກແມ້ງ (ນະຄອນຫຼວງຮ່າໂນ້ຍ)
ພາບຂອງຈິດຕະກອນ ເຈິ່ນຢຸຍຈຸກ (ນະຄອນຫຼວງຮ່າໂນ້ຍ)

This site is protected by reCAPTCHA and the Google Privacy Policy and Terms of Service apply.