Mediaພິທີມອບຮັບເຮືອບິນເອລີກອບເຕີ Mi -17 ຂອງລັດເຊຍ ໃຫ້ແກ່ກອງທັບອາກາດສປປລາວ
ພິທີມອບຮັບເຮືອບິນເອລີກອບເຕີ Mi -17 ຂອງລັດເຊຍ ໃຫ້ແກ່ກອງທັບອາກາດສປປລາວ
ວັນອາທິດ, 16:03, 15/07/2018
Duc Anh
(VOVWORLD) - ວັນທີ 12 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ສປປ ລາວ ໄດ້ຈັດຕັ້ງພິທີມອບສົ່ງເຮືອບິນເອລີກອບເຕີ Mi – 17 ລວມທັງ 4 ລຳໃຫ້ແກ່ກອງທັບອາກາດ ລາວ ໂດຍບໍລິສັດ “Russian Helicopters” ຂຶ້ນກັບກະຊວງປ້ອງກັນປະເທດ ລັດເຊຍ ສ້ອມແປງປະຈຳໄລຍະຢູ່ກັບທີ່.
 |
| ພິທີມອບຮັບ |
 |
| ເຂົ້າຮ່ວມພິທີມີຜູ້ຕາງໜ້າກະຊວງປ້ອງກັນປະເທດ ສປປ ລາວ, ຜູ້ຕາງໜ້າບໍລິສັດ “Russian Helicopters”, ກຳລັງກອງທັບອາກາດ ລາວ ແລະ ນັກຂ່າວເປັນຈຳນວນຫຼວງຫຼາຍ. |
 |
| ປະຈຸບັນ, ສປປ ລາວ ໄດ້ກຳມະສິດເຮືອບິນກ່ວາ 20 ລຳໂດຍລັດເຊຍ ຜະລິດ, ໃນນັ້ນມີລຸ້ນ Mi 17 ແລະ Ka 32 |
 |
| 2 ໃນຈຳນວນເຮືອບິນເອລີກອບເຕີ 4 ລຳໄດ້ມອບຮັບໃນຄັ້ງນີ້ |
 |
| ຫວ່າງແລ້ວນີ້, ເອລີກອບເຕີ Mi 17 ໂດຍກອງທັບ ອາກາດລາດຊະວົງໄທ ໄດ້ນຳໃຊ້ໃນບັ້ນກອບກູ້ເອົາຊີວິດທີມບານເຕະເຍົາວະຊົນທີ່ຕິດຄ້າງຢູ່ໃນຖ້ຳຫຼວງນາງນອນເກືອບ 3 ອາທິດຢ່າງມີປະສິດທິຜົນ. |
 |
| ບັນດານັກເຕັກນິກພວມປະຕິບັດລະບຽບການບໍລິຫານກ່ອນທີ່ນຳເຮືອບິນເຂົ້າເຄື່ອນໄຫວ |
 |
| ການບິນທົດລອງໃນສະໜາມບິນການທະຫານຢູ່ ວຽງຈັນ |
 |
| ໃນເງື່ອນໄຂອາກາດບໍ່ສະດວກນັ້ນ, ເຮືອບິນ Mi 17 ຍິ່ງສະແດງລັກສະນະພິເສດຂອງຕົນ |
 |
| ຜູ້ຕາງໜ້າ 2 ປະເທດ ແລະ ນັກຂ່າວເປັນຈຳນວນຫຼວງຫຼາຍທັງຢູ່ພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມເຫດການນີ້ |
 |
| 2 ຝ່າຍແລກປ່ຽນລາຍລະອຽດກ່ຽວກັບບັນດາຄຸນລັກສະນະດ້ານເຕັກນິກຂອງເຮືອບິນ |
 |
| ພາຍຫຼັງການບິນທົດລອງ, ຜູ້ຕາງໜ້າ 2 ຝ່າຍໄດ້ດຳເນີນການລົງນາມສັນຍາມອບສົ່ງເຮືອບິນ |
 |
| 2 ຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາໂຄງການກ່ຽວກັບການສ້ອມແປງ, ຫັນເຮືອບິນເອລີກອບເຕີ ເປັນທັນສະໄໝ, ກໍ່ຄືຊື້ເຮືອບິນໃໝ່ໃຫ້ກອງທັບອາກາດ ສປປ ລາວ. |
 |
| ຜູ້ຕາງໜ້າ ບໍລິສັດ “Russian Helicopters” ໄດ້ມອບໃບຢັ້ງຢືນເຮືອບິນໃຫ້ແກ່ຝ່າຍລາວ. |
Tag:VOV / VOVworld / ເຮືອບິນ / ເອລີກອບເຕີ