Media

ພວກນ້ອງນ້ອຍຊອກຮູ້ກ່ຽວກັບແພໄໝດຸຍ ທີ່ເປັນມູນເຊື້ອຂອງຫວຽດນາມ

ພວກນ້ອງນ້ອຍຊອກຮູ້ກ່ຽວກັບແພໄໝດຸຍ ທີ່ເປັນມູນເຊື້ອຂອງຫວຽດນາມ

(VOVWORLD) -ເນື່ອງໃນໂອກາດວັນເດັກນ້ອຍສາກົນ 01 ມິຖຸນາ, ສະຫະກອນຕ່ຳແພໄໝດຸຍ ຢູ່ບ້ານ ນາມກາວ, ແຂວງທ໊າຍບິ່ງ, ໄດ້ຈັດການລົງຕົວຈິງໃຫ້ພວກນ້ອງນ້ອຍນັກຮຽນເພື່ອຊອກຮູ້ຂັ້ນຕອນຜະລິດແພໄໝດຸຍ.

ໃນການລົງຕົວຈິງ, ອາ ເລືອງແທັງແຮ້ງ, ຫົວໜ້າສະຫະກອນ ນາມກາວ ໄດ້ແນະນຳກ່ຽວກັບບັນດາຂັ້ນຕອນຜະລິດແພໄໝດຸຍ ໃຫ້ພວກນ້ອງ.
ຢູ່ສະຫະກອນ ນາມກາວ, ບັນດາຂັ້ນຕອນຜະລິດລ້ວນແຕ່ປະຕິບັດຕາມຮູບແບບຄົບວົງຈອນ, ຈາກການປູກມອນລ້ຽງມ້ອນ ຕະຫຼອດຮອດຂັ້ນຕອນການຜະລິດແພໄໝ.
ດ້ວຍຄວາມເມົາມົວຫຼົງໄຫຼໄປກັບແພໄໝ, ອາ ເລືອງແທັງແຮ້ງ ໄດ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງໃນການປະກອບສ່ວນຊ່ວຍໝູ່ບ້ານອາຊີບຕ່ຳແພໄໝດຸຍ ໃຫ້ມີການພັດທະນາ.
ພວກນ້ອງນັກຮຽນໄດ້ຊອກຮູ້ກ່ຽວກັບກີ່ຕ່ຳຫູກຫັດຖະກຳທີ່ມີອາຍຸ 100 ປີ.
ຈາກໝູ່ບ້ານອາຊີບ ມີອາຍຸ 200 ປີ, ມາຮອດປະຈຸບັນ, ສະຫະກອນ ນາມກາວ ໄດ້ສົ່ງອອກຜະລິດຕະພັນແພໄໝຂອງຕົນໄປຍັງຫຼາຍປະເທດ ດ້ວຍເຄື່ອງໝາຍການຄ້າ Hanhsilk.
ພວກນ້ອງໃຫ້ນັກຮຽນເອົາໃບມອນເກືອມ້ອນ.
ພວກນ້ອງນ້ອຍນັກຮຽນພ້ອມກັບພໍ່ແມ່ແຍ່ສາຍແຂນ.
ປັກແສ່ວຮູບໃສ່ຜ້າແພໄໝດຸຍ.
ບັນດາຜ້າເຊັດໜ້າດຸຍ ຂອງໝູ່ບ້ານແພໄໝ ນາມກາວ.

This site is protected by reCAPTCHA and the Google Privacy Policy and Terms of Service apply.