Mediaຊາວຮ່າໂນ້ຍພາເດັກໄປຂໍຕົວໜັງສືຍາມຕົ້ນປີໃໝ່ຢູ່ໂຮ່ວັນ
ຊາວຮ່າໂນ້ຍພາເດັກໄປຂໍຕົວໜັງສືຍາມຕົ້ນປີໃໝ່ຢູ່ໂຮ່ວັນ
ວັນອາທິດ, 13:32, 25/02/2018
Hoàng Xuân
(VOVWORLD) -ປະເພນີຂໍ ແລະ ໃຫ້ຕົວໜັງສືຍາມຕົ້ນປີ ໄດ້ກາຍເປັນຄວາມງາມດ້ານວັດທະນະທຳທີ່ຂາດບໍ່ໄດ້ໃນຊຸມວັນຕົ້ນລະດູບານໃໝ່ຂອງຊາວຫວຽດນາມເວົ້າລວມ ແລະ ຊາວຮ່າໂນ້ຍເວົ້າສະເພາະ.
 |
| ເມື່ອບຸນເຕັດ, ລະດູບານໃໝ່ວຽນມາ, ວັນມ້ຽວ-ກ໋ວກຕືຢາມ ຊຶ່ງແມ່ນມະຫາວິທະຍາໄລແຫ່ງທຳອິດຢູ່ຫວຽດນາມ ພັດກາຍເປັນສະຖານທີ່ລຶ້ງເຄີຍຂອງປະຊາຊົນນັບພັນຄົນຈາກທຸກແຖບຖິ່ນໃນທົ່ວປະເທດຊາດມາຂໍຕົວໜັງສືຍາມຕົ້ນປີໃໝ່. |
 |
| ງານບຸນຕົວໜັງສືຢູ່ໂຮ່ວັນທີ່ຂຶ້ນກັບ ວັນມ້ຽວ-ກ໋ວກຕືຢາມ ຍາມໃດກໍຟົດຟື້ນມ່ວນຊື່ນດ້ວຍບັນດາລາຍການສະແດງສິລະປະພື້ນເມືອງ. |
 |
| ຢູ່ແຫ່ງນີ້ ບໍ່ພຽງແຕ່ແມ່ນສະຖານທີ່ລະຫຼິ້ນຍາມລະດູບານໃໝ່ຂອງຊາວຮ່າໂນ້ຍເທົ່ານັ້ນ, ຫາກຍັງຂອງຊາວຕ່າງປະເທດຢາກມາຊອກຮູ້ກ່ຽວກັບປະເພນີຕ່າງໆຍາມລະດູບານໃໝ່ອີກດ້ວຍ. |
 |
| ງານບຸນຕົວໜັງສື ຍາມລະດູບານໃໝ່ປີນີ້ ມີການເຂົ້າຮ່ວມຂອງຜູ້ແຕ້ມຕົວໜັງສື 63 ຄົນ; ມີການວາງສະແດງຮູບແຕ້ມຕົວໜັງສື 34 ແຜ່ນທີ່ດີເດັ່ນ ພ້ອມກັບບັນດາການເຄື່ອນໄຫວອື່ນໆເຊັ່ນ: ການວາດພາບເຖິງການສອບເສັງເມື່ອກ່ອນນີ້, ແນະນຳບັນດາຜະລິດຕະພັນຂອງຫມູ່ບ້ານອາຊີບຫັດຖະກຳ, ຈັດການລະຫຼິ້ນພື້ນເມືອງຕ່າງໆ… |
 |
| ຕາມປະເພນີ, ປະຊາຊົນເຄີຍມາຂໍຕົວໜັງສືເມື່ອແຂວນເທິ່ງຝາເຮືອນດ້ວຍຄວາມຫວັງປີໃໝ່ມີຂຸຂະພາບເຂັ້ມແຂງ, ມີຄວາມສະຫງົບສຸກ ແລະ ໂຊກດີ. |
 |
| ສຳລັບໄວເດັກ, ນັກຮຽນ, ນັກສຶກສາເຄີຍມາຂໍຕົວໜັງສື: ເກັ່ງກ້າ, ສະຕິ, ປັນຍາ, ສຳເລັດ…ເພື່ອພາວະນາໃຫ້ມີລະດັບຄວາມຮູ້, ເສັງໄດ້ຄະແນນດີ. ສ່ວນຜູ້ເປັນໄວກາງ ເຄີຍມາຂໍຕົວໜັງສື: ສະຫງົບສຸກ, ບຸນ, ນ້ຳໃຈ…ເພື່ອພາວະນາໃຫ້ມີຄວາມຢູ່ເຢັນເປັນສຸກໃນປີໃໝ່. |
 |
| ພາບພື້ນເມືອງ ກິມຮ່ວາງ ແມ່ນຮ້ານວາງສະແດງໄດ້ຮັບຄວາມນິຍົມຈາກເດັກຫຼາຍຄົນ. |
 |
| ພວກນ້ອງນ້ອຍໄດ້ຊອກຮູ້ກ່ຽວກັບວາດແຕ້ມ ແລະ ສີສັນຂອງພາບ ແລະ ໄດ້ແຕ້ມຕົວຈິງ. |
 |
| ພາບແກະຄວັດສະຫຼັກກໍໄດ້ຮັບຄວາມນິຍົມຈາກພວກເດັກ |
 |
| ປຶ້ມຂຽນທີ່ເຮັດດ້ວຍເຈ້ຍສາຂອງໝູ່ບ້ານອາຊີບບັກນິງ ໄດ້ຮັບຄວາມນິຍົມເລືອກຊື້ຈາກຫຼາຍຄົນ. |
 |
| ຮູບປັ້ນຕໍ່ແຮ ຊຶ່ງແມ່ນເຄື່ອງຫຼິ້ນຂອງເດັກ. |
 |
| ການຫຼິ້ນໝາກເສິກ. |
 |
| ການແຂ່ງຂັນດຶງເຊືອກ. |
 |
| ການທົດລອງຫໍ່ເຂົ້າຕົ້ມ ໄດ້ດຶງດູດໃຈພວກເດັກ. |
 |
| ງານບຸນຕົວໜັງສືຍາມລະດູບານໃໝ່ຈະດຳເນີນຮອດວັນທີ 25 ກຸມພາປີ 2018 ຈຶ່ງອັດລົງ. |