Media

ສັງກາດປຼາດຕິກ ນຳມາເຊິ່ງສານທີ່ເລິກເຊິ່ງກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ

ສັງກາດປຼາດຕິກ ນຳມາເຊິ່ງສານທີ່ເລິກເຊິ່ງກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ

(VOVWORLD) - ງານວາງສະແດງ ສັງກາດປຼາດຕິກ ນຳມາເຊິ່ງໂລກທີ່ເຕັມໄປດ້ວຍສີສັນດ້ວຍບັນດາຜົນງານແກະຄວັດສະຫຼັກ ໄດໂນເສົາ ແລະ ສັດທີ່ໜ້າປະທັບໃຈ, ເຊິ່ງສ້າງຂຶ້ນຈາກບັນດາເຄື່ອງຫຼິ້ນເກົ່າ.

ທີ່ສູນພົວພັນແລກປ່ຽນວັດທະນະທຳ ຍີ່ປຸ່ນ (ເຮືອນເລກທີ 27 ຖະໜົນ ກວາງຈູງ, ຮ່າໂນ້ຍ) ພວມດຳເນີນງານວາງສະແດງ ສັງກາດປຼາດຕິກ ເຊິ່ງແມ່ນງານວາງສະແດງບັນດາຜົນງານສິລະປະທີ່ເປັນເອກະລັກສະເພາະຂອງນັກສິລະປິນ ຍີ່ປຸ່ນ ທີ່ມີຊື່ສຽງສາກົນ Fuji Hiroshi.
ນັກສິລະບິນ Fuji Hiroshi ໃຫ້ຮູ້ວ່າ: ໂດຍຮັບຮູ້ໄດ້ວ່າ ການພັດທະນາຢ່າງແຮງຂອງບັນດາຜະລິດຕະພັນປຼາດຕິກພວມກໍ່ຜົນຮ້າຍຕໍ່ສິ່ງແວດລ້ອມ, ທ່ານໄດ້ເລີ່ມຕົ້ນວິວັດການຫັນບັນດາວັດຖຸເສດເຫຼືອ ກາຍເປັນຜະລິດຕະພັນສິລະປະ, ສົ່ງສານກ່ຽວກັບສິ່ງແວດລ້ອມ ແລະ ຄວາມຮັບຜິດຊອບໃນການບໍລິໂພກ.
ຂ້າພະເຈົ້າຄິດເຖິງຮູບພາບ ໄດໂນເສົາ - ເຊິ່ງເປັນສັດບູຮານທີ່ຄົງຕົວນັບລ້ານປີ ແລະ ໄດ້ສືບທອດມາຮອດປັດຈຸບັນ. ເພາະສະນັ້ນ, ຂ້າພະເຈົ້າໄດ້ເລືອກເອົາ ໄດໂນເສົາເປັນສັນຍາລັກຂອງບັນດາຜົນງານປຼາດຕິກຂອງຕົນ. ເດັກນ້ອຍຍັງບໍ່ຮູ້ຜົນກະທົບຢ່າງຫຍໍ້ທໍ້ຂອງ ປຼາດຕິກ ຕໍ່ສິ່ງແວດລ້ອມໄດ້ໝົດ, ແຕ່ຂ້າພະເຈົ້າຫວັງວ່າ ຜ່ານງານວາງສະແດງນີ້, ພວກນ້ອງນ້ອຍຈະເຂົ້າໃຈແຈ້ງກ່ຽວກັບບັນຫາມົນລະພິດ”, ນັກສິລະປິນ Fuji Hiroshi ແບ່ງປັນ.
ຈາກເຄື່ອງຫຼິ້ນເກົ່ານັບພັນຢ່າງ, ນັກສິລະປິນໄດ້ສ້າງບັນດາຜົນງານທີ່ເປັນໜ້າປະທັບໃຈກ່ຽວກັບໄດໂນເສົາ ແລະ ສັດປ່າຈຳນວນໜຶ່ງ.
ງານວາງສະແດງສິລະປະ ສັງກາດປຼາດຕິກ ນຳມາເຊິ່ງສະຖານທີ່ທີ່ມີສີສັນຢ່າງຟົດຟຶ້ນ. ຜົນງານແຕ່ລະຢ່າງລ້ວນແຕ່ໄດ້ຮັບການສ້າງຂຶ້ນຈາກເຄື່ອງຫຼິ້ນເກົ່ານັບພັນຢ່າງທີ່ມີຄົບຂະໜາດ ແລະ ມີຮູບແບບທີ່ອຸດົມສົມບູນ.
ທີ່ງານວາງສະແດງ, ແຂກຢ້ຽມຊົມສາມາດພົບເຫັນເຄື່ອງຫຼິ້ນທີ່ເລິ້ງເຄີຍຢ່າງງ່າຍດາຍ
ບັນດາຜະລິດຕະພັນໄດ້ປະກອບຢ່າງລະອຽດລະອໍ
ດ້ວຍສີສັນຫຼາກຫຼາຍ ງານວາງສະແດງດັ່ງກ່າວໄດ້ສ້າງຄວາມປະທັບໃຈຕໍ່ມະຫາຊົນທີ່ມາຊົມເປັນຈຳນວນຫຼາຍ, ພິເສດແມ່ນເດັກນ້ອຍ
ເມື່ອເຂົ້າຊົມ, ມະຫາຊົນອາດສາມາດເຂົ້າຮ່ວມບັນດາລາຍການລະຫຼິ້ນ ເພື່ອຮັບບັນດາຂອງຂວັນທີ່ຈັບໃຈຢູ່ທີ່ນີ້

ງານວາງສະແດງເປີດປະຕູໂດຍບໍ່ເກັບຄ່າ ຈົນຮອດໝົດວັນທີ 01 ມິຖຸນາ 2025 ຢູ່ສູນພົວພັນແລກປ່ຽນວັດທະນະທຳ ຍີ່ປຸ່ນ ປະຈຳ ຫວຽດນາມ, ເຮືອນເລກທີ 27 ຖະໜົນກວາງຈູງ, ເມືອງຮວ່ານກຽມ, ຮ່າໂນ້ຍ.


This site is protected by reCAPTCHA and the Google Privacy Policy and Terms of Service apply.