Media

ຊົມວິວຖະໜົນທະເລ ກຸຍເຍິນ ຂອງ ຢາລາຍ ທີ່ເຫຼື້ອມຍິບຍັບໃນຍາມກາງຄືນ

ຊົມວິວຖະໜົນທະເລ ກຸຍເຍິນ ຂອງ ຢາລາຍ ທີ່ເຫຼື້ອມຍິບຍັບໃນຍາມກາງຄືນ

(VOVWORLD) - ເມື່ອດວງຕາເວັນຕົກດິນ, ຄ່ອຍຽລັດຂອບຟ້າ, ຖະໜົນທະເລ ຢາລາຍ ຖືກປົກຄຸມໄປດ້ວຍລະບົບແສງສີຫຼາກຫຼາຍຍິບຍັບທີ່ໜ້າມະຫັດສະຈັນ ແຕ່ສະຫງົບງຽບ, ຄຶກຄື້ນ ແຕ່ລຽບງ່າຍໃນທ່າມກາງລົມຫາຍໃຈຂອງຊີວິດ.

ຖະໜົນທະເລ ກຸຍເຍິນ, ຢາລາຍ ຍາມແລງ (ນະຄອນ ກຸຍເຍິນ, ແຂວງບິ່ງດິ້ງເກົ່າ) 

ນີ້ກໍແມ່ນຈຸດປ່ຽນເວລາລະຫວ່າງວັນກັບຄືນໃນຖະໜົນທະເລ 
ແສງໄຟສ່ອງລົງຫາດຊາຍທະເລ ສ້າງເປັນແຖບຜ້າໄໝທີ່ເຫຼືອມຍິບຍັບ

ບັນດາຜູ້ຄົນຍ່າງເລາະ ແລະ ລະຫຼີ້ນໃນສະພາບອາກາດທີ່ປອດໂປ່ງ
ຮູບພາບທົ່ວນະຄອນ ກຸຍເຍິນ ຖືກປົກຄຸມໄປດ້ວຍແສງໄຟຍິບຍັບ

 

ຖະໜົນທະເລຍາມກາງຄືນ ດ້ວຍຄວາມງາມທີ່ຂະຫຍັນຂັນເຄື່ອນ, ທັນສະໄໝ ແລະ ຮຸ່ງເຮືອງເຫຼືອງເຫຼື້ອມ
ເບິ່ງຈາກມູມສູງ, ແສງໄຟຄືໄດ້ແຕ້ມແຜນຜັງຂອງນະຄອນ

ຖະໜົນທະເລນັບມື້ນັບກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ, ດຶງດູດແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ


This site is protected by reCAPTCHA and the Google Privacy Policy and Terms of Service apply.