Media

ສູນຄົ້ນຫາວິທະຍາສາດ ກຸຍເຍິນ: ນໍາວິທະຍາສາດຫຍັບມໍ່ເຂົ້າກັບມະຫາຊົນ

ສູນຄົ້ນຫາວິທະຍາສາດ ກຸຍເຍິນ: ນໍາວິທະຍາສາດຫຍັບມໍ່ເຂົ້າກັບມະຫາຊົນ

(VOVWORLD) - ສູນຄົ້ນຫາວິທະຍາສາດ ກຸຍເຍິນ (ExploraScience Quy Nhơn), ສູນວິທະຍາສາດສາມັນທຳອິດຂອງ ຫວຽດນາມ, ແມ່ນສະຖານທີ່ປາຍທາງວິຊາການສຶກສາ, ບ່ອນສຶກສາທີ່ໄດ້ເຊື່ອມຕໍ່ກັບເຕັກໂນໂລຢີ, ບ່ອນພູມປັນຍາຕິດພັນກັບການຄົ້ນຫາທ່ອງທ່ຽວ.

ສູນຄົ້ນຫາວິທະຍາສາດ ກຸຍເຍິນ (ExploraScience Quy Nhon), ຕັ້ງຢູ່ບໍລິເວນເສັ້ນທາງຫຼວງ ຄວາຫອັກ (ຕາແສງ ກຸຍເຍິນ ໃຕ້, ແຂວງ ຢາລາຍ), ປະກອບມີ 2 ກິດຈະກຳ ນັ້ນແມ່ນສຳນັກງານໃຫຍ່ ແລະ ຫໍດູດາວດາລາສາດສາມັນ. ສຳນັກງານໃຫຍ່ມີສະຖາປັດຕະຍາກຳເປັນຮູບວົງມົນທີ່ພົ້ນເດັ່ນຢູ່ທ່າມກາງສີຂຽວເຢັນສະບາຍ, ເຊິ່ງເປັນສັນຍາລັກໃຫ້ແກ່ວິວັດການຄົ້ນຫາພູມປັນຍາສົມທົບກັບການທ່ອງທ່ຽວວິທະຍາສາດ. ພາບ: explorascience.vn
ປະຕູໂຂງທາງເຂົ້າໄດ້ຮັບການອອກແບບຢ່າງແປກໃໝ່ ແລະ ງາມຕາ.
ເຂດຄົ້ນຫາຢູ່ກາງແຈ້ງແມ່ນເດີ່ນຫຼີ້ນ, ພ້ອມທັງແມ່ນຫ້ອງທົດລອງທຳມະຊາດ, ທັງແມ່ນບ່ອນບັນເທິງ ທັງຮຽນກ່ຽວກັບບັນດາປະກົດການທຳມະຊາດເຊັ່ນ ລົມຫົວກຸດ/ລົມໝູນ, ຟ້າເຫຼື້ອມຟ້າຜ່າ ພາຍໃຕ້ການແນະນຳຂອງປັນຍາຊົນວິທະຍາສາດ.
ດ້ວຍເນື້ອທີ່ປະມານ 7.200 ຕາແມັດ, ສຳນັກງານໃຫຍ່ ປະກອບມີ 7 ຫ້ອງວາງສະແດງ ແລະ ຫ້ອງສາຍອາວະກາດ 1 ຫ້ອງ. ແຕ່ລະຫ້ອງວາງສະແດງ ແມ່ນໜຶ່ງຫົວຂໍ້ເຊັ່ນ ລະບົບສຸລິຍະ, ຄົ້ນຫາວັດຖຸ, ຄົ້ນຫາດາວອັງຄານ,….
ບັນດາທາງຊ້າງເຜືອກ (Milky Way) ໃນຫ້ອງລະບົບສຸລິຍະ

“ຢູ່ທີ່ນີ້, ບໍ່ຈຳເປັນຕ້ອງມີກ້ອງສ່ອງທາງໄກເພື່ອເບິ່ງເຫັນອາວະກາດ. ອາວະກາດຢູ່ທາງໜ້າເລີຍ - ມີຊີວິດຊີວາ, ມີການກະທົບຕອບ ແລະ ສາມາດສຳຜັດໄດ້ເລີຍ.
ເດັກນ້ອຍຜູ້ໜຶ່ງຕັ້ງໃຈຊົມຮູບຈຳລອງລູກສອນໄຟຄົ້ນຫາອາວະກາດ ຫ້ອງແກ້ວລອງສຳຜັດກັບລະດັບແຮງລົມ
ມີຜູ້ປົກຄອງຫຼາຍຄົນໄດ້ເລືອກສູນຄົ້ນຫາວິທະຍາສາດ ກຸຍເຍິນ ແມ່ນສະຖານທີ່ເພື່ອໃຫ້ເດັກນ້ອຍສາມາດສຳຜັດ, ຄົ້ນຫາວິທະຍາສາດແບບທຳມະຊາດທີ່ສຸດ.
ແຕ່ລະເຂດວາງສະແດງຢູ່ໃນຫ້ອງຮຽນທີ່ໃຫຍ່ໂຕ, ບ່ອນທີ່ຄວາມຮູ້ດ້ານຟິຊິກສາດ, ດາລາສາດ, ສິ່ງແວດລ້ອມ ແລະ STEM Robotics ໄດ້ຮັບການປະກົດຕົວຜ່ານເກມປະເພດຕ່າງໆ ເພື່ອສ້າງການກະທົບຕອບ, ສ້າງຄວາມດູດດື່ມໃຫ້ແກ່ຜູ້ຊົມ.
ເຂດວາງສະແດງຕົວຈິງບັນດາລາຍການວິທະຍາສາດຟີຊິກສາດ ກ່ຽວກັບໄຟຟ້າສະຖິດ ແລະ ໄຟຟ້າແຮງສູງ.

ສູນຄົ້ນຫາວິທະຍາສາດ ກຸຍເຍິນ ໄດ້ນຳມາເຊິ່ງວິທີການສຶກສາໃຫ້ຄົນລຸ້ນໜຸ່ມ ບໍ່ພຽງແຕ່ໃນຫ້ອງຮຽນເທົ່ານັ້ນ, ຫາກຍັງຢູ່ໃນສະພາບແວດລ້ອມເປີດອີກດ້ວຍ, ບ່ອນທີ່ພວກນ້ອງຈະໄດ້ສຳຜັດ ແລະ ຄົ້ນຫາໂດຍກົງ.


This site is protected by reCAPTCHA and the Google Privacy Policy and Terms of Service apply.