Media

ຖະໜົນ ຮ່າງມ໊າ ເຕັມໄປດ້ວຍສີສັນຂອງບຸນປີໃໝ່ປະຈຳຊາດ

ຖະໜົນ ຮ່າງມ໊າ ເຕັມໄປດ້ວຍສີສັນຂອງບຸນປີໃໝ່ປະຈຳຊາດ

(VOVWORLD) - ໃນຊຸມມື້ນີ້, ຖະໜົນ ຮ່າງມ໊າ (ເມືອງ ຮວ່ານກຽມ, ຮ່າໂນ້ຍ) ເບິ່ງຄືວ່າໄດ້ປ່ຽນໂສມໜ້າໃໝ່ ເພື່ອຕ້ອນຮັບບຸນປີໃໝ່ປະຈຳຊາດ ປີມະເສັງ 2025. ທົ່ວຖະໜົນສາຍນີ້ເຕັມໄປດ້ວຍສີເຫຼືອງ, ສີແດງ ເຮັດໃຫ້ຖະໜົນຫົນທາງມີຄວາມຄຶກຄື້ນ ແລະ ມ່ວນຊື່ນກວ່າ.

ແຕ່ດົນນານມາແລ້ວ, ຖະໜົນ ຮ່າງມ໊າ ໄດ້ຮັບຖືວ່າ “ສະຫວັນ” ຂອງການຊື້ເຄື່ອງປະດັບໃນໂອກາດບຸນປີໃໝ່, ລະດູບານໃໝ່ວຽນມາ ຂອງປະຊາຊົນນະຄອນຫຼວງ.
ໃນຊຸມວັນນີ້, ສີແດງທີ່ເປັນເອກະລັກຂອງບຸນເຕັດກໍມີເຕັມໃນຖະໜົນສາຍນີ້, ດຶງດູດປະຊາຊົນ, ແຂກທ່ອງທ່ຽວມາຢ້ຽມຊົມ ແລະ ຊື້ເຄື່ອງຂອງ.
ບັນດາຜະລິດຕະພັນທີ່ເປັນຮູບຈຳລອງ ກ່ອງຂອງຂວັນປີໃໝ່ແບບດັ້ງເດີມ ຍັງຄົງໄດ້ຮັບຄວາມນິຍົມຈາກລູກຄ້າ
ສິ່ງທີ່ໜ້າສົນໃຈແມ່ນ, ປີນີ້ ບັນດາຜະລິດຕະພັນຫັດຖະກຳດຶງດູດຜູ້ມາຊື້ເປັນຈຳນວນຫຼາຍ.
ແຕ່ລະຮ້ານວາງຂາຍເຄື່ອງປະດັບປະດາບໍ່ຄືກັນ. ແຕ່ທັງໝົດທັງມວນ ລ້ວນແຕ່ເຂັ້ມຂຸ້ນໄປດ້ວຍສີສັນຂອງບຸນປີໃໝ່ປະຈຳຊາດ.
ແມ່ຄ້າແບ່ງປັນສູ່ຟັງວ່າ “ພວກຂ້າພະເຈົ້າໄດ້ເລີ່ມລົງມືເຮັດ ແລະ ກະກຽມບັນດາຜະລິດຕະພັນຫັດຖະກຳນີ້ແຕ່ທ້າຍເດືອນ ທັນວາ, ຮອດປັດຈຸບັນ ກໍໃກ້ຈະສຳເລັດແລ້ວ”.

ບັນດາເຄື່ອງປະດັບປະດາມີຄົບຊຸດທຸກຊະນິດຄື ພາໝາກໄມ້ 5 ຊະນິດ, ດອກຄາຍ, ດອກພິລາ, ໝາກກະໂພກປອມ... ມີລາຄາເຖິງ 2 – 3 ລ້ານດົ່ງ. 
ບັນດາສາຍປະດັບປະດາ ໄດ້ວາງຂາຍດ້ວຍຫຼາຍຮູບຫຼາຍແບບທີ່ສະດຸດຕາ.
ສຳລັບຫຼາຍຄອບຄົວ, ການແຂວນແຖວໜັງສືປະຕິຄູ່ສີແດງ ແມ່ນສ່ວນໜຶ່ງທີ່ຂາດບໍ່ໄດ້ໃນໂອກາດບຸນປີໃໝ່ປະຈຳຊາດ.
ແມ່ຄ້າຊາວຂາຍ ບຸລິມະສິດຂາຍດອກໄມ້ປອມທີ່ເຕັມໄປດ້ວຍສີສັນ ແລະ ຊະນິດທີ່ແຕກຕ່າງກັນ
ບັນດາຮູບແຕ້ມທີ່ເຕັມໄປດ້ວຍບັນຍາກາດບຸນປີໃໝ່ໃນເມື່ອກ່ອນ.

ປີ 2025, ປີມະເສັງ - ບັນດາເຄື່ອງປະດັບທີ່ມີຮູບໂຕງູ ຈະແມ່ນເຄື່ອງທີ່ພາດບໍ່ໄດ້.
ໃນຊຸມວັນນີ້, ຜູ້ຊື້ - ຜູ້ຂາຍໄປມາຢ່າງຄັບຄາໜາແໜ້ນໃນຖະໜົນ ຮ່າງມ໊າ. ໃຜໆກໍຢາກນຳເອົາສີແດງ, ສີສັນຂອງບຸນເຕັດກັບເມືອເຮືອນ ດ້ວຍຄວາມເຊື່ອນຳເອົາຄວາມໂຊກດີ ແລະ ຄວາມສະຫງົບສຸກມາໃຫ້ຄອບຄົວໃນປີໃໝ່.
 

Minh Đức/VTCnews


This site is protected by reCAPTCHA and the Google Privacy Policy and Terms of Service apply.