Media

ຖະໜົນຫົນທາງ ຮ່າໂນ້ຍ ໃນວັນບຸນຄຼິດສະມາດ

ຖະໜົນຫົນທາງ ຮ່າໂນ້ຍ ໃນວັນບຸນຄຼິດສະມາດ

(VOVWORLD) -ບັນຍາກາດວັນບຸນຄຼິດສະມາດ ໃກ້ຈະວຽນມາແລ້ວ, ຖະໜົນສາຍຕ່າງໆຢູ່ະຄອນຫຼວງ ຮ່າໂນ້ຍ ແມ່ນມີຄວາມຄຶກຄັກ, ເຫື້ຼຶອມຍິບຍັບດ້ວຍໄຟແສງສີທີ່ຫຼາກຫຼາຍຂອງວັນບຸນຄຼິດສະມາດ.

ບັນຍາກາດວັນບຸນຄຼິດສະມາດຢູ່ຕາມສູນການຄ້າໃຫຍ່ແຫ່ງຕ່າງໆ.
ສູນການຄ້າ Lotte ຢູ່ຖະໜົນ ດ່າວເຕີນ, ມີຕົ້ນແປກໃຫຍ່ໄດ້ຕັ້ງຢູ່ຕໍ່ໜ້າຂອງຕຶກອາຄານ, ດຶງດູດເອົາຜູ້ມາຫຼິ້ນ ແລະ ຖ່າຍຮູບ.
(ພາບ: VOV2)
ເຂດຕົວເມືອງຢູ່ຖະໜົນ ຫງວຽນຈ້າຍ
(ພາບ: VOV2)
ຖະໜົນ ຮ່າງມ້າ ວາງຂາຍຫຼາຍຜະລິດຕະພັນໃນການປະດັບປະດາວັນບຸນຄຼິດສະມາດ.
ບັນດາເຄື່ອງປະດັບດຶງດູດຜູ້ມາຊົມເບິ່ງ ແລະ ຊື້ຫຼາຍຢ່າງ
… ພິເສດແມ່ນເດັກນ້ອຍ.
(ພາບ: CTV/VOV5)
ບັນຍາກາດຂອງວັນບຸນຄຼິດສະມາດຢູ່ຖະໜົນຫຼາຍສາຍຂອງນະຄອນຫຼວງ, ຢູ່ແຕ່ລະຮ້ານອາຫານ, ໂຮງໂຮມ…
ແຕ່ລະເທື່ອ, ເມື່ອວັນບຸນຄຼິດສະມາດ ວຽນມາ, ໂບດເກົ່າແກ່ແຫ່ງຕ່າງໆຢູ່ ຮ່າໂນ້ຍ ໄດ້ກາຍເປັນສະຖານທີ່ທູດດຶງດູດປະຊາຊົນມາຢ້ຽມຊົມເປັນຈຳນວນຫຼວງຫຼາຍ.
ໂບດໃຫຍ່ ຮ່າໂນ້ຍ ໄດ້ປະດັບປະດາສວຍງາມດ້ວຍໄຟແສງສີເຫຼື້ອມຍິບຍັບ.
ໂບດ ຮ່າມລອງ ກໍ່ສຳເລັດຂັ້ນຕອນສຸດທ້າຍເພື່ອຮັບໃຊ້ໃນໂອກາດວັນບຸນຄຼິດສະມາດ 2022.
(ພາບ: VOV2)
ທາງໃນໂບດ ຮ່າມລອງ.
(ພາບ dantri.com.vn)
(ພາບ dantri.com.vn)
ໂບດ ແກແຊດ, ຍັງເອີ້ນວ່າໂບດ ລ່າງຕາມ ຫຼື ໂບດ ທິ້ງລຽດ (ຮ່ວາງມາຍ).
(ພາບ dantri.com.vn)

This site is protected by reCAPTCHA and the Google Privacy Policy and Terms of Service apply.