Mediaທິດຕາເວັນຕົກສຸດ ອາຟາຈາຍ - 3 ປະເທດພ້ອມກັນໄດ້ຍິນສຽງໄກ່ຂັນ
ທິດຕາເວັນຕົກສຸດ ອາຟາຈາຍ - 3 ປະເທດພ້ອມກັນໄດ້ຍິນສຽງໄກ່ຂັນ
ວັນພຸດ, 14:00, 29/04/2020
CTV Hải Ngô/VOV.VN
(VOVWORLD) - ທຸກຄົນເອີ້ນ ທິດຕາເວັນຕົກສຸດ ອາຟາຈາຍວ່າແມ່ນແຫ່ງທີ່ມີສຽງໄກ່ຂັນຢູ່ 3 ປະເທດກໍ່ພາກັນໄດ້ຍິນ. ຢູ່ ທິດຕາເວັນຕົກສຸດຂອງຫວຽດນາມ ແມ່ນມີຫຼັກໝາຍແດນເລກ 0, ແມ່ນ 3 ແຍກຊາຍແດນລະຫວ່າງຫຽດນາມ - ຈີນ - ລາວ. ທິດຕາເວັນຕົກສຸດ ອາຟາຈາຍ ຂຶ້ນກັບຕາແສງ ສິ໊ນເທົ່າ, ເມືອງ ເມື່ອງແຍ໊, ແຂວງດ້ຽນບຽນ.
 |
| ຫຼັກໝາຍຊາຍແດນເລກ 0, ແມ່ນ 3 ແຍກຊາຍແດນລະຫວ່າງຫວຽດນາມ - ຈີນ - ລາວ. ເສັ້ນທາງໄປຫາທິດຕາເວັນຕົກສຸດ ອາຟາຈາຍ ແມ່ນເລີ່ມແຕ່ນະຄອນ ລາຍເຈົາ, ແມ່ນການເດີນທາງທີ່ເປັນໜ້າຈັບໃຈ, ເມື່ອໄປຜ່ານບັນດາເສັ້ນທາງທີ່ເຕັມໄປດ້ວຍດອກໄມ້, ໂດຍສະເພາະແມ່ນ ດອກຕາເວັນປ່າຍາມລະດູໜາວ. |
 |
| ເຂດພູຜາປ່າໄມ້ ລາຍເຈົາ ທີ່ໃຫຍ່ໂຕມະໂຫຖານ, ສວຍງາມດັ່ງໃນຝັນ. ເຖິງວ່າເສັ້ນທາງໄປມີຄວາມຫຍຸ້ງຍາກລຳບາກກໍ່ຕາມ, ແຕ່ກໍ່ໄດ້ນຳມາເຊິ່ງຄວາມຈັບອົກຈັບໃຈ, ຫຼົງໄຫຼເມື່ອໄດ້ຮັບຊົມຍາມສາຍັນ. |
 |
| ຍາມສາຍັນໃນເສັ້ນທາງຈາກ ຟາເຕິ່ນ ໄປຫາ ເມື່ອງແຕ່. |
 |
| ໄປລຽບຕາມແຄມແມ່ນ້ຳ ດ່າ, ນັກທ່ອງທ່ຽວຈະຮູ້ສຶກໄດ້ເຖິງຄວາມສະຫງົບງຽບ, ຫົກເຫື້ອເປົ່າຫວ່າງ, ໄດ້ຮັບຊົມແມ່ນ້ຳຂຽວໃສທີ່ໄຫຼອອກມາຈາກພູສູງຊັນ. |
 |
| ຕອນໜຶ່ງຢູ່ແຄມຝັ່ງແມ່ນ້ຳ ດ່າ ຈາກເມື່ອງແຕ່ ໄປຫາ ປັກມາ. |
 |
| ທະເລເມກສັງເກດຈາກບ້ານ ຕ່າຕົງ. |
 |
| ຍອດແມ່ນ້ຳດ່າ |
 |
| ຈາກປ້ອມປ້ອງກັນຊາຍແດນ ອາຟາຈາຍ ໄປເຖິງຫຼັກໝາຍຊາຍແດນເລກ 0 ເພື່ອນຕ້ອງໄດ້ ຜ່ານໄລຍະທາງເກືອບ 10 ກມ. |
 |
| ຫຼັກໝາຍຊາຍແດນເລກ 0 ເປັນຮູບ 3 ແຈ, ເຊິ່ງແມ່ນຂີດໝາຍຂອງ 3 ແຍກຊາຍແດນຂອງ 3 ປະເທດຫວຽດນາມ - ລາວ - ຈີນ, ແຕ່ລະດ້ານໄດ້ຂຽນໜັງສືໃສ່ດ້ວຍຄວາມໝາຍຄືກັນ. |
 |
| ຫຼັກໝາຍຊາຍແດນເລກ 0 |