Media

ທິວທັດທຳມະຊາດຂອງ ຫວຽດນາມ ນອນໃນ top 10 ປະເທດຫຼີກຄວາມຮ້ອນຢູ່ເຂດ ອາຊີ

ທິວທັດທຳມະຊາດຂອງ ຫວຽດນາມ ນອນໃນ top 10 ປະເທດຫຼີກຄວາມຮ້ອນຢູ່ເຂດ ອາຊີ

(VOVWORLD) - ຫວ່າງມໍ່ໆມານີ້, ຊ່ອງຂ່າວ Channel NewsAsia (ສິງກະໂປ) ໄດ້ຈັດ ຊາປາ (ລາວກາຍ), ບ່ານ່າ (ດ່ານັ້ງ) ແລະ ດ່າລາດ (ເລິມດົ່ງ) ເຂົ້າບັນຊີລາຍຊື່ສະຖານທີ່ເຢັນສະບາຍ 10 ແຫ່ງເພື່ອຫຼີກລະດູຮ້ອນຢູ່ເຂດ ອາຊີ.

ຕາມນັ້ນແລ້ວ, Channel NewsAsia ໄດ້ພັນລະນາວ່າ ຊາປາ ມີອາກາດເຢັນສະບາຍ, ປອດໂປ່ງ, ທິວທັດທຳມະຊາດໃຫຍ່ໂຕມະໂຫຖານ ແລະ ສວຍງາມທີ່ສຸດ ດ້ວຍບັນດານາຂັ້ນໄດ, ນ້ຳຕົກຕາດທີ່ຊ້ອນຕົວຢູ່ທ່າມກາງພູຜາປ່າໄມ້.
(ພາບ: Travel + Leisure Asia)
ນ້ຳຕົກຕາດ ບາກ ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ບໍ່ອາດບໍ່ແວ່ເມື່ອໄປ ຊາປາ.
(ພາບ: topriviu.vn)
ມາແຫ່ງນີ້, ແຂກທ່ອງທ່ຽວສາມາດປີນພູນ Fansipan - ເຊິ່ງແມ່ນພູສູງທີ່ສຸດຂອງ ຫວຽດນາມ.
(ພາບ: Sunworld)
ກິ່ວ ໂອກຸຍໂຮ່, ແມ່ນກິ່ວໃຫຍ່ ແລະ ສວຍງາມທີ່ສຸດຢູ່ ຊາປາ.
(ພາບ: vietnamnet.vn)
ເຂດພູ ບ່ານາ, ດ່ານັ້ງ
(ພາບ: toquoc.vn)
ລະບົບກະເຊົ້າລອຍຟ້າຢູ່ Bana Hills.
(ພາບ: Sunworld)
ເຂດທ່ອງທ່ຽວບຳລຸງສຸຂະພາບ Sun World Bana Hills ມີຫຼາຍກິດຈະກຳກໍ່ສ້າງທີ່ເປັນເອກະລັກພິເສດ.
(ພາບ: vietnamnet.vn)
ຂົວ ຫວ່າງ (ຂົວຄຳ) ແມ່ນໜຶ່ງໃນບັນດາກິດຈະກຳເປັນສັນຍາລັກຂອງ ດ່ານັ້ງ.
(ພາບ: toquoc.vn)
ສຳລັບ ດ່າລາດ, Channel News Asia ຖືວ່າ ເຂດນີ້ໄດ້ຮັບຖືວ່າແມ່ນ “ປາຣີ ຂອງ ຫວຽດນາມ”.
(ພາບ: amazingourworld.com)
ສະຖານີລົດໄຟ ດ່າລາດ, ສະຖານີລົດໄຟສວຍງາມທີ່ສຸດຢູ່ ອິນດູຈີນ
(ພາບ: tapchikientruc.com.vn)
ໂດຍມີອາກາດປອດໂປ່ງ, ທິວທັດທຳມະຊາດທີ່ສວຍງາມ ໄດ້ຊ່ວຍໃຫ້ ດ່າລາດ ດຶງດູດແຂກທ່ອງທ່ຽວມາຢ້ຽມຢາມເປັນຈຳນວນຫຼາຍ.
(ພາບ: bestprice.vn)

ນອກຈາກບັນດາສະຖານທີ່ດັ່ງກ່າວ, Channel News Asia ກໍ່ແນະນຳບາງສະຖານທີ່ອື່ນໆອີກ ຄື: Cameron Highlands, Genting Highlands  ແລະ Kundasang ຂອງ ມາເລເຊຍ, Khao Yai, Khao Kho, ຊຽງຣາຍ (ໄທ), Alishan (ໄຕ້ຫວັນ).

This site is protected by reCAPTCHA and the Google Privacy Policy and Terms of Service apply.