Media

ທິວທັດທຳມະຊາດທີ່ສວຍສົດງົດງາມຈົນອ່ອນໃຈ ຢູ່ແຂວງ ບິ່ງດິ້ງ

ທິວທັດທຳມະຊາດທີ່ສວຍສົດງົດງາມຈົນອ່ອນໃຈ ຢູ່ແຂວງ ບິ່ງດິ້ງ

(VOVWORLD) - ຢູ່ແຂວງ ບິ່ງດິ້ງ ບໍ່ພຽງແຕ່ມີທະເລຂຽວໃສ, ຫາດຊາຍຂາວ, ແສງແດດເຫຼືອງອ່ອນເທົ່ານັ້ນ ຫາກຍັງມີບັນດາສາຍພູທີ່ໄດ້ປົກຄຸມໄປດ້ວຍເມກຂາວຕະຫຼອດປີອີກດ້ວຍ.

ຊຸມປີມໍ່ໆມານີ້, ບິ່ງດິ້ງ ໄດ້ຮັບການຂະໜານນາມວ່າ ເປັນແດນສະຫວັນແຫ່ງການທອ່ງທ່ຽວ. ແຕ່ລະປີ, ແຂວງນີ້ໄດ້ດຶງດູດນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດນັບລ້ານເທື່ອຄົນມາຢ້ຽມຊົມ, ພັກຜ່ອນຢ່ອນອາລົມ
ບິ່ງດິ້ງ ມີນະຄອນທະເລ ກຸຍເຍິນ, ເຊິ່ງເປັນນະຄອນທີ່ບໍ່ຄຶກໂຄມ, ບໍ່ອວດອ້າງ ຫາກນຳມາເຊິ່ງຄວາມຮູ້ສຶກສະຫງົບງຽບ, ອ່ອນໂຍນ ແຕ່ມີຄວາມເອກອ້າງທະນົງໃຈບໍ່ໜ້ອຍກວ່າແຫ່ງອື່ນໆ
ນະຄອນ ກຸຍເຍິນ ຫຼັງອີງໃສ່ພູ, ອວ່າຍໜ້າອອກສູ່ທະເລທີ່ຂຽວໃສ, ໂອບເອົາຫາດຊາຍທະເລ ກີ່ກໍ - ແອັວຢໍ, ເກາະ ຮ່ອນໂຄ.... ທະເລ ກຸຍເຍິນ ນ້ຳຂຽວໃສ, ສາຍລົມພັດຕະຫຼອດປີ, ຕອນເຊົ້າແດດອ່ອນໆ, ຮອດຕອນແລງບັນດາສາຍເມກຫຼັ່ງໄຫຼກັນມາເຕັມ
ເກາະ ຮ່ອນໂຄ ທີ່ປະຖົມປະຖານ ແມ່ນລາຊະອານາຈັກຂອງສະຫຼ່າຍທີ່ກວ້າງໃຫຍ່ຍາວຢຽດຢູ່ພື້ນທະເລ.
ແຫຼມ ເຍິນຫຼີ ນອກຈາກບັນດາທັດສະນີຍະພາບທີ່ມີຊື່ສຽງ ຄື ກີ່ກໍ - ແອັວຢໍ ແລ້ວ, ຍັງມີຫາດຊາຍທະເລທີ່ຕັ້ງຢູ່ຕີນພູ, ນ້ຳໃສປານແກ້ວ, ຂີ້ຊາຍຂາວນິ້ມດີປານຄີມ ແລະ ຍັງມີບັນດາຜາຫີນຕັ້ງຂຶ້ນທີ່ໃຫຍ່ໂຕມະໂຫຖານອີກດ້ວຍ. ສະຖານທີ່ແຫ່ງນີ້ໄດ້ຮັບຂະໜານນາມວ່າ “ຈຸດຊົມວິວຕາເວັນຕົກດິນງາມກວ່າໝູ່ຢູ່ ຫວຽດນາມ”.
ຢູ່ບັນດາໝູ່ບ້ານຊາວປະມົງ ບິ່ງດິ້ງ ນັ້ນ, ບໍ່ຍາກທີ່ຈະເຫັນປະຈັກຕາຮູບພາບຊາວປະມົງໄປຫວ່ານແຫຢູ່ກາງທະເລອັນກວ້າງໃຫຍ່, ຮູບພາບພໍ່ແມ່ປະຊາຊົນດຶງແຫຈັບປາໃນຍາມຕາເວັນຂຶ້ນ ເໝືອນດັ່ງພາບແຕ້ມວິຖີຊີວິດທີ່ງາມດັ່ງໃນຝັນ.
ຈຸດຍອດຍິ່ງທີ່ສຸດ ເຊິ່ງທຳມະຊາດດົນບັນດານໃຫ້ ບິ່ງດິ້ງ ແມ່ນພາບໂຕປາວານພາກັນມາຫາກິນ ຢູ່ເຂດທະເລ ເດ່ຢີ (ເມືອງ ຝູ່ກາດ) ຫຼື ແຫຼມ ຮວ່າຍຫາຍ (ເທດສະບານ ຮວ່າຍເຊີນ).
ທີ່ ບຶງ ທິນ້າຍ, ເຂດປາກນ້ຳເຄິ່ງຈືດເຄິ່ງເຄັມ ໃຫຍ່ສຸດຂອງ ບິ່ງດິ້ງ ມີດອນນົກ - ບ່ອນອາໄສຂອງນົກຫາຍາກນັບພັນຊະນິດ.
ແກ້ງຫີນ ຮວ່າຍຫາຍ (ເທດສະບານ ຮວ່າຍເຊີນ) ຍັງຮັກສາໄດ້ຄວາມງາມແບບຮົກເຮື້ອ
ບິ່ງດິ້ງ ຍັງມີສາຍພູ ອານຕວ່ານ (ເມືອງ ອານຫຼາວ) ບ່ອນຮັກສາສີຂຽວຂອງປ່າດົງພົງໄພຢູ່ ບິ່ງດິ້ງ, ເຊິ່ງມີຄວາມສູງກວ່າ 1.200 ແມັດ ເມື່ອທຽບໃສ່ໜ້ານ້ຳທະເລ, ອາກາດເຢັນສະບາຍ, ມີເມກປົກຄຸມຕະຫຼອດປີ
ສະຖານທີ່ແຫ່ງນີ້ມີຫ້ວຍນ້ອຍໃຫຍ່ຫຼາຍສາຍໄຫຼຜ່ານ, ມີນ້ຳຕົກຕາດຢູ່ກາງປ່າ ແລະ ໝູ່ບ້ານຂອງພໍ່ແມ່ປະຊາຊົນເຜົ່າ ບານາ. ທັງໝົດທັງມວນໄດ້ສ້າງເປັນລະບົບນິເວດທີ່ເປັນເອກະລັກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.