Media

VOV ແລະ ການເຄື່ອນໄຫວມຸ້ງໄປສູ່ການສະເຫລີມສະຫລອງ70ປີແຫ່ງວັນທະຫານເສຍອົງຄະແລະນັກຮົບເສຍສະຫລະຊີວິດເພື່ອຊາດ

VOV ແລະ ການເຄື່ອນໄຫວມຸ້ງໄປສູ່ການສະເຫລີມສະຫລອງ70ປີແຫ່ງວັນທະຫານເສຍອົງຄະແລະນັກຮົບເສຍສະຫລະຊີວິດເພື່ອຊາດ

(VOVWORLD) - ເພື່ອມຸ້ງໄປສູ່ການສະເຫລີມສະຫລອງ 70 ປີແຫ່ງວັນ ທະຫານເສຍອົງຄະແລະນັກຮົບເສຍສະຫລະຊີວິດເພື່ອຊາດ (27/7/1947-27/7/2017), ຄະນະຊາວຫນຸ່ມສູນເຕັກນິກວິທະຍຸກະຈາຍສຽງຫວຽດນາມ ແລະ ຄະນະຊາວຫນຸ່ມຂັ້ນຮາກຖານທີ່ມີການແຮກສ່ຽວກັນ ໄດ້ຈັດຕັ້ງການເຄື່ອນໄຫວຫລາຍຢ່າງຖະຫວາຍທູບທຽນອາໄລຫານັກຮົບເສຍສະຫລະຊີວິດເພື່ອຊາດ ແລະ ຈັດລາຍການສະແດງສິລະປະ, ການພົບປະແລກປ່ຽນບັນດາອະນຸສອນ.

ຕອນເຊົ້າວັນທີ 18 ກໍລະກົດ, ຄະນະຜູ້ແທນໄດ້ໄປຖະຫວາຍທູບທຽນຢູ່ ອະນຸສາວາລີ ບັກເຊີນ - ບາດີງ ຮ່າໂນ້ຍ

ນີ້ແມ່ນການເຄື່ອນໄຫວເປີດສາກໃຫ້ ລາຍການສະເຫລີມສະຫລອງ 70 ປີແຫ່ງວັນທະຫານເສຍອົງຄະ ນັກຮົບເສຍສະຫລະຊີວິດເພື່ອຊາດ(27/7/1947-27/7/2017), ໂດຍຄະນະຊາວຫນຸ່ມ VOV ແລະ ບັນດາຜູ້ແທນຄະນະຊາວຫນຸ່ມຂັ້ນຮາກຖານແຮກສ່ຽວ ສົມທົບກັນຈັດຕັ້ງ
ບັນດາຜູ້ແທນເຂົ້າຮ່ວມງານວາງສະແດງປື້ມ ແລະ ຮູບພາບ ຢູ່ ຫໍພິພິດທະພັນ ຮ່າໂນ້ຍ

ການເຄື່ອນໄຫວໄດ້ດຶງດູດຊາວຫນຸ່ມ, ນັກຮົບເກົ່າ ແລະ ກຳລັງຕຳຫລວດເຂົ້າຊົມເປັນຈຳນວນຫລວງຫລາຍ 

ຮູບຈຳລອງ ສຸສານປະທານໂຮ່ຈິມີນ ສ້າງດ້ວຍປື້ມທີ່ງານວາງສະແດງ

ບັນດາຊາວຫນຸ່ມເຂົ້າຮ່ວມ ແລະ ພົບປະແລກປ່ຽນກັບນັກຮົບເກົ່າ

  ງານວາງສະແດງແມ່ນການເຄື່ອນໄຫວສະເຫລີມສະຫລອງ 70 ປີແຫ່ງວັນ ທະຫານເສຍອົງຄະແລະນັກຮົບເສຍສະຫລະຊີວິດເພື່ອຊາດ (27/7/1947-27/7/2017) ພ້ອມທັງກໍ່ແມ່ນການເຄື່ອນໄຫວສ້າງກຳລັງຫນູນໃຫ້ຄົນລຸ້ນຫລັງ


  ລາຍການສະແດງສິລະປະໂດຍ ຄະນະຊາວຫນຸ່ມ VOV ສະແດງ

ບັນດາຊາວຫນຸ່ມເຂົ້າຮ່ວມ ແລະ ພົບປະແລກປ່ຽນກັບນັກຮົບເກົ່າ

ລາຍການພົວພັນແລກປ່ຽນ ແລະ ພົບປະກັບນັກຮົບເກົ່າ ແມ່ນຫນຶ່ງໃນການເຄື່ອນໄຫວຫລາຍຢ່າງທີ່ມີຄວາມໝາຍ ສະແດງຄວາມຮູ້ບຸນຄຸນ, ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳຂອງຄະນະຊາວຫນຸ່ມສຳລັບຄົນລຸ້ນກ່ອນ. 


This site is protected by reCAPTCHA and the Google Privacy Policy and Terms of Service apply.