Mediaວັດ ໂບ໋ດາ - ປູຊະນີຍະສະຖານລະດັບຊາດພິເສດ
ວັດ ໂບ໋ດາ - ປູຊະນີຍະສະຖານລະດັບຊາດພິເສດ
ວັນສຸກ, 18:29, 30/03/2018
My Tra
(VOVWORLD) - ວັດ ໂບ໋ດາ ຖືກຕັ້ງຢູ່ຕີນພູ ໂບ໋ດາ ຂຶ້ນກັບຕາແສງ ຕຽນເຊີນ ເມືອງ ຫວຽດອຽນ ແຂວງ ບັກຢາງ ແມ່ນສູນພຸດທະສາສະຫນາໃຫຍ່ຂອງ ບັກຢາງ.
 |
| ວັດໂບ໋ດາ ແມ່ນວັດບູຮານມີມາແຕ່ດົນນານ ແລະ ໄດ້ຮັບການເປີດກວ້າງ, ພັດທະນາຢ່າງແຮງໃນສັດຕະວັດທີ XVII-XVIII |
 |
| ວັດແຫ່ງນີ້ແມ່ນບ່ອນຖືສິນກິນເຈ ແລະ ບຳລຸງສ້າງພະສົງສຳມະເນນສາສະນິກະຊົນເຊື່ອຖືນິກາຍເລີມເຕໃນກວ່າ 300 ປີ. |
 |
| ວັດໂບ໋ດາ ປະກອບມີຫ້ອງໃຫຍ່ນ້ອຍເກືອບ 100 ຫ້ອງ |
 |
| ເຄື່ອງປັ້ນດິນເຜົາໄດ້ນຳໃຊ້ຕົບແຕ່ງໃນວັດແຫ່ງນີ້ແມ່ນເອົາມາຈາກໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາໂຖຮ່າໃກ້ກັບວັດ |
 |
| ປະຈຸບັນ ວັດໂບ໋ດາ ຍັງຮັກສາກວ່າ 40 ພະພຸດທະຮູບ |
 |
| ພິເສດຢູ່ວັດໂບ໋ດາ ພວມເກັບຮັກສາແມ່ພິມຄຳພີສາສະຫນາພຸດ 1.935 ສະບັບ ແລະ ປື້ມຄຳພີຫລັກ 18 ຊຸດ ທີ່ຫາກໍ່ໄດ້ຮັບຮອງຈາກພັນທະມິດສະຖິຕິໂລກ Worldking ວ່າແມ່ນຊຸດແມ່ພິມຄຳພີສາສະຫນາຄວັດເທິງໄມ້ທີ່ເກົ່າແກ່ກວ່າໝູ່ໃນໂລກ. |
 |
| ນີ້ແມ່ນສາງເອກະສານອັນລ້ຳຄ່າ ບໍ່ພຽງແຕ່ສຳລັບດ້ານປະຫວັດສາດເທົ່ານັ້ນ ຫາກຍັງມີຄຸນຄ່າຄົ້ນຄ້ວາກ່ຽວກັບຫລາຍດ້ານອີກດ້ວຍ. |
 |
| ສວນທາດຢູ່ວັດແຫ່ງນີ້ແມ່ນສວນທາດໃຫຍ່ກວ່າໝູ່ຢູ່ ຫວຽດນາມ. |
Tag:VOV / VOVworld / ໝູ່ບ້ານ / ເກົ່າແກ່