Media

ວີທະຍຸກະຈາຍສຽງ ຫວຽດນາມ: 80 ປີຮ່ວມເດີນທາງພ້ອມກັບປະເທດຊາດ

ວີທະຍຸກະຈາຍສຽງ ຫວຽດນາມ: 80 ປີຮ່ວມເດີນທາງພ້ອມກັບປະເທດຊາດ

(VOVWORLD) - ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ສ້າງເຂດວາງສະແດງພິເສດທີ່ງານວາງສະແດງຜົນງານຂອງປະເທດຊາດ “80 ປີແຫ່ງການເດີນທາງແຫ່ງຄວາມເອກະລາດ - ເສີລີພາບ - ຄວາມຜາສຸກ”. ແຫ່ງນີ້ບໍ່ພຽງແຕ່ເກັບຮັກສາບັນດາເອກະສານ, ວັດຖຸພັນທີ່ລ້ຳຄ່າເທົ່ານັ້ນ, ຫາກຍັງເລົ່າຄືນເລື່ອງລາວກ່ຽວກັບການເດີນທາງ 80 ປີສະໜິດຕິດພັນ, ຮ່ວມເດີນທາງພ້ອມກັບປະເທດຊາດອີກດ້ວຍ.

ງານວາງສະແດງ “80 ປີວິທະຍຸກະຈາຍສຽງ ຫວຽດນາມ ຮ່ວມເດີນທາງພ້ອມກັບປະເທດຊາດ” ຢູ່ສູນວາງາແດງແຫ່ງຊາດ ໄດ້ແນະນຳວັດຖຸພັນລ້ຳຄ່າຫຼາຍຢ່າງຂອງ VOV, ໂດຍການປະສານສົມທົບເຕັກໂນໂລຊີທັນສະໄໝເຂົ້າ ແລະ ຂຽນອະທິບາຍຄວາມໝາຍດ້ວຍ 2 ພາສາ.
ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ມີຄວາມໝາຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງໄຊຊະນະການປະຕິວັດເດືອນ ສິງຫາ (19 ສິງຫາ 1945 – 19 ສິງຫາ 2025), ວັນຊາດ ຫວຽດນາມ ທີ 2 ກັນຍາ ແລະ 80 ປີແຫ່ງວັນສ້າງຕັ້ງ VOV (07 ກັນຍາ 1945 – 07 ກັນຍາ 2025).
80 ປີໄດ້ຜ່ານພົ້ນໄປແລ້ວ, ນັບແຕ່ຊຸມມື້ທຳອິດທີ່ປະສົບກັບຄວາມຫຍຸ້ງຍາກມາຮອດປະຈຸບັນ, VOV ໄດ້ກາຍເປັນອົງການສື່ມວນຊົນຫຼາຍປະເພດທີ່ເຕີບໃຫຍ່ເຂັ້ມແຂງ.
ຢູ່ເຂດວາງສະແດງມີເຄື່ອງອຸປະກອນເຕັກນິກຫຼາຍປະເພດ, ໄມໂຄຣໂຟນ, ເຄື່ອງກະຈາຍຄື້ນວິທະຍຸ ທີ່ນຳໃຊ້ໃນບັນດາໄລຍະປະຫວັດສາດ, ໃນນັ້ນ ມີເຄື່ອງສົ່ງຄື້ນ 300W ໄດ້ຖ່າຍທອດສົດພິທີ ຖະແຫຼງປະກາດເອກະລາດ ຈາກສະໜາມຫຼວງ ບາດິ່ງ ໃນວັນທີ 02 ກັນຍາ 1945.
ເຄື່ອງອອກອາກາດຄຳຍອມຈຳນົນຂອງ ເຢືອງວັນມິງ ປະທານທິບໍດີ ສາທາລະນະ ຫວຽດນາມ ໃນຕອນທ່ຽງວັນທີ 30 ເມສາ 1975.
ໜຶ່ງໃນບັນດາວັດຖຸພັນທີ່ດຶງດູດຄວາມສົນໃຈແມ່ນລຳໂພງກະຈາຍສຽງແຫ່ງປະຫວັດສາດຢູ່ເຂດແຄມແມ່ນ້ຳ ຮ່ຽນເລືອງ (ກວາງຈິ) ດ້ວຍຄວາມແຮງ 500W.
ລຳໂພງຢູ່ທາງທິດເໜືອແຄມແມ່ນ້ຳ ເບັນຫາຍ ດ້ວຍຮູຖືກລູກປືນຍິງຫຼາຍຮູ, ເປັນສິ່ງພິສູດຢ່າງມີຊີວິດຊີວາໃຫ້ແກ່ “ສົງຄາມສຽງ” ຢູ່ເສັ້ນຂະໜານທີ 17.
ຈຸດພິເສດທີ່ສ້າງຄວາມປະທັບໃຈຢ່າງແຮງແມ່ນເຂດຊົມພາບສະເໝືອນຈິງ (VR), ເປັນແຫ່ງທີ່ຜູ້ມາຢ້ຽມຊົມສາມາດ “ຢ້ອນຄືນເວລາ” ຢູ່ສະໜາມຫຼວງ ບາດິ່ງ ໃນວັນທີ 02 ກັນຍາ 1945 - ຈຸດເວລາທີ່ ປະທານ ໂຮ່ຈີມິນ ອ່ານບົດຖະແຫຼງປະກາດເອກະລາດ, ສ້າງຕັ້ງປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ.
ພິເສດ, ຢູ່ເຂດວາງສະແດງຂອງ VOV, ຜູ້ຊົມຍັງມີໂອກາດຮັບຟັງຄືນບັນດາເທບບັນທຶກສຽງລາຍການກະຈາຍສຽງໃນຈຸດເວລາປະຫວັດສາດຂອງປະເທດຊາດຜ່ານແຕ່ລະຍຸກສະໄໝ.
ຢູ່ທີ່ນີ້, VOV ຍັງສ້າງພາບຈຳລອງຖ້ຳ ເຈິ່ມ (ຮ່າໂນ້ຍ) - ເປັນສະຖານທີ່ຍົກຍ້າຍທຳອິດຂອງ VOV ແລະ ແມ່ນແຫ່ງກະຈາຍ “ຄຳຮຽກຮ້ອງທົ່ວປະເທດຕໍ່ຕ້ານ” ຂອງປະທານ ໂຮ່ຈີມິນ ໃນວັນທີ 19 ທັນວາ 1946.
ບັນດານ້ອງນ້ອຍມີຄວາມປະຕິຊົມຊື່ນເມື່ອໄດ້ລອງເປັນໂຄສົກຂອງ VOV.
ຕໍ່ຄວາມມັກຮັກ ແລະ ຄວາມປາດຖະໜາຢາກໄດ້ຮັບຂອງຂວັນຂອງມະຫາຊົນເປັນຈຳນວນຫຼາຍ, ເຂດວາງສະແດງ “80 ປີວິທະຍຸກະຈາຍສຽງ ຫວຽດນາມ ຮ່ວມເດີນທາງພ້ອມກັບປະເທດຊາດ” ໄດ້ແກ່ຍາວເວລາເປີດປະຕູຮອດວັນທີ 15 ກັນຍາ 2025 (ປ່ຽນໃຫ້ການປິດປະຕູໃນວັນທີ 05 ກັນຍາ ຄືແຜນກ່ອນໜ້ານັ້ນ) ຢູ່ເຂດ 8, ສູນວາງສະແດງແຫ່ງຊາດ ຫວຽດນາມ (VEC), ໂກລວາ, ດົງແອັງ, ຮ່າໂນ້ຍ.

This site is protected by reCAPTCHA and the Google Privacy Policy and Terms of Service apply.