Media

ຮ່ວມມ່ວນຊື່ນກັບພໍ່ແມ່ພີ່ນ້ອງຊາວເຜົ່າ ຮ່າຍີ່, ແຂວງ ລາຍເຈົາ ໃນບຸນປີໃໝ່ ໂຮ່ຊຶຈ່າ

ຮ່ວມມ່ວນຊື່ນກັບພໍ່ແມ່ພີ່ນ້ອງຊາວເຜົ່າ ຮ່າຍີ່, ແຂວງ ລາຍເຈົາ ໃນບຸນປີໃໝ່ ໂຮ່ຊຶຈ່າ

(VOVWORLD) - ໃນບັນຍາກາດທີ່ອົບອຸ່ນຍາມຕົ້ນປີ ໄລ່ຕາມຈັນທະປະຕິທິນ ຂອງເຜົ່າຕົນ, ພໍ່ແມ່ພີ່ນ້ອງຊາວເຜົ່າ ຮ່າຍີ່ ຢູ່ໝູ່ບ້ານແຫ່ງຕ່າງໆໆໃນເຂດຊາຍແດນເມືອງ ເມື່ອງແຕ່ (ແຂວງລາຍເຈົາ) ພວມມ່ວນຊື່ນກັບບຸນປີໃໝ່ ໂຮ່ຊຶຈ່າ, ດ້ວຍຄວາມປາດຖະໜາວ່າ ປີໃໝ່ຈະສະດວກດີ, ດິນຟ້າອຳນວຍຄວາມສະດວກ, ລະດູການປູກຝັງໄດ້ຮັບຜົນດີ.

ໃນວັນທີ 1 ເດືອນພະຈິກ ໄລ່ຕາມຈັນທະປະຕິທິນ, ໝູ່ບ້ານແຫ່ງຕ່າງໆຂອງຊາວເຜົ່າ ຮ່າຍີ່ ຢູ່ບັນດາຕາແສງເຂດຊາຍແດນ ເມືອງ ເມື່ອງແຕ່ (ແຂວງ ລາຍເຈົາ) ພາກັນຕ້ອນຮັບລະດູບານໃໝ່, ປີໃໝ່ ດ້ວຍຄວາມຄຶກຄື້ນມ່ວນຊື່ນ.
ຊາວເຜົ່າ ຮ່າຍີ່ ຢູ່ບັນດາໝູ່ບ້ານໃນຕາແສງ ຕ໊າປະ, ໝູ່ກ້າ, ທູຫຼູມ, ກາລັງຕ້ອນຮັບບຸນປີໃໝ່ທີ່ເປັນມູນເຊື້ອຂອງເຜົ່າຕົນ - ວັນບຸນ ໂຮ່ຊຶຈ່າ ດ້ວຍຄວາມເບີກບານມ່ວນຊື່ນ.
ຕອນເຊົ້າວັນທີ 1 ບຸນເຕັດ (ວັນທີ 1 ເດືອນ 11 ໄລ່ຕາມຈັນທະປະຕິທິນຂອງທຸກໆປີ), ຊາວເຜົ່າ ຮ່າຍີ່ ຈະພາກັນໄປຕັກນ້ຳຢູ່ບໍ່ນ້ຳແຕ່ເຊົ້າມາເຮັດພາເຂົ້າບູຊາ ແລະ ໃຊ້ໃນຊຸມວັນບຸນ.
ນັບແຕ່ຮຸ່ງເຊົ້າ, ພວກປ້າພວກແມ່ຈະໜຶ້ງເຂົ້າໜຽວ ເພື່ອກະກຽມເຮັດເຂົ້າໜົມໄຢ່
ເຂົ້າໜົມໄຢ່ໃນບຸນປີໃໝ່ຂອງຊາວເຜົ່າ ຮ່າຍີ່ ມີຮູບວົງມົນ ໝາຍເຖິງຟ້າ - ດິນ ແລະ ຫອມໜຽວ ຖືເອົາກິ່ນຫອມຂອງພູຜາປ່າໄມ້
ພາຍຫຼັງກະກຽມສຳເລັດ, ພໍ່ແມ່ພີ່ນ້ອງຊາວເຜົ່າ ຮ່າຍີ່ ຈະຖະຫວາຍເຄື່ອງຂອງບູຊາແດ່ບັນພະບຸລຸດ, ເທວະດາຟ້າແຖນ ເພື່ອສະແດງຄວາມຮູ້ບຸນຄຸນທີ່ໄດ້ອຸປະຖຳຄ້ຳຊູໃຫ້ປີເກົ່າມີຄວາມສະຫງົບສຸກ ແລະ ພາວະນາໃຫ້ປີໃໝ່ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ລະດູການໄດ້ຮັບຜົນດີ.
ພາຍຫຼັງພິທີໄຫວ້ບູຊາບັນພະບຸລຸດ, ລູກຫຼານຈະເລືອກເອົາເຄື່ອງຂອງບູຊາທີ່ແຊບທີ່ສຸດເພື່ອຕ້ອນປູຍ່າ, ພໍ່ແມ່ ເພື່ອສະແດງຄວາມກະຕັນຍູຍາມຕົ້ນປີ
ຊີ້ນໝູຢ້າງແມ່ນເຍື່ອງອາຫານແຊບ ແລະ ຂາດບໍ່ໄດ້ໃນຊຸມວັນບຸນເຕັດຂອງຊາວເຜົ່າ ຮ່າຍີ່
ເອື້ອຍນ້ອງແມ່ຍິງກະກຽມຊຸດອາພອນໃໝ່, ສວຍງາມທີ່ສຸດ ເພື່ອນຸ່ງຕ້ອນຮັບລະດູບານໃໝ່, ພົບປະໝູ່ເພື່ອນ
ບຸນເຕັດຂອງຊາວເຜົ່າ ຮ່າຍີ່ ຢູ່ ເມື່ອງແຕ່ ປົກກະຕິດຳເນີນພາຍໃນ 5 ວັນ ດ້ວຍກິດຈະກຳລະຫຼີ້ນ, ອວຍພອນເຊິ່ງກັນ ແລະ ກັນໃຫ້ພົບແຕ່ສິ່ງດີໆໃນປີໃໝ່
ບໍ່ຈຳແນກອາຍຸ, ຜູ້ເຖົ້າຫຼືຜູ້ໜຸ່ມ, ໃຜໆກໍເປົ່າແຄນໃບໄມ້ເພື່ອເຊີນຊ່ວນກັນ, ສຽງແຄນດັງຂຶ້ນທົ່ວເຂດພູຜາປ່າໄມ້
ຍ່າກັບຫຼານຊາວເຜົ່າ ຮ່າຍີ່ ຢູ່ບ້ານ ແມ໊ຢອງ, ຕາແສງ ກາລັງ ຕ້ອນຮັບລະດູບານໃໝ່ດ້ວຍຄວາມມ່ວນຊື່ນ
ແລກປ່ຽນວັດທະນະທຳ, ສະແດງສິລະປະ ແມ່ນການເຄື່ອນໄຫວທີ່ຂາດບໍ່ໄດ້ໃນຊຸມວັນບຸນເຕັດຂອງຊາວເຜົ່າ ຮ່າຍີ່
ທ່ານ ຫວູແມ້ງຮ່າ ກຳມະການສຳຮອງຄະນະບໍລິຫານງານສູນກາງພັກ, ຮອງເລຂາຜູ້ປະຈຳການຄະນະພັກແຂວງ ລາຍເຈົາ ມອບຂອງຂວັນອວຍພອນບຸນເຕັດທີ່ເປັນປະເພນີຂອງຊາວເຜົ່າ ຮ່າຍີ່ ຢູ່ບ້ານ ແໝ໊ຢ໊ອງ, ຕາແສງ ກາລັງ
ໃນຊຸມວັນບຸນເຕັດ, ບັນດາໝູ່ບ້ານຂອງຊາວເຜົ່າ ຮ່າຍີ່ ຕ້ອນຮັບແຂກມາຮ່ວມມ່ວນຊື່ນ, ຄົ້ນຫາ, ຊອກຮູ້ວັດທະນະທຳເປັນຈຳນວນຫຼາຍ
ສີສັນລະດູບານໃໝ່ໃນໝູ່ບ້ານແຫ່ງຕ່າງໆຂອງຊາວເຜົ່າ ຮ່າຍີ່ ຢູ່ເມືອງ ເມື່ອງແຕ່, ແຂວງ ລາຍເຈົາ

This site is protected by reCAPTCHA and the Google Privacy Policy and Terms of Service apply.