Mediaວັນບຸນອາຊຽນ 2017
ວັນບຸນອາຊຽນ 2017
ວັນພະຫັດ, 21:33, 13/07/2017
Huong Tra
(VOVWORLD) - ຕອນເຊົ້າວັນທີ 13/7, ຢູ່ຫໍພິພິທະພັນຊົນເຜົ່າວິທະຍາຫວຽດນາມ, ນະຄອນຫຼວງຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານໄດ້ເປັນປະທານສົມທົບກັບບັນດາອົງການສຳນັກງານທຽບເທົ່າກະຊວງ, ຂະແໜງການທີ່ກ່ຽວຂ້ອງຈັດຕັ້ງພິທີໄຂວັນບຸນອາຊຽນ (ASEAN Festival). ນີ້ແມ່ນການເຄື່ອນໄຫວນອນໃນແຜນການຈັດຕັ້ງໂຄສະນາ ແລະ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້ສ້າງຕັ້ງອາຊຽນ ແລະ ແຜນການເຄື່ອນໄຫວປີ 2017 ຂອງຄະນະຊີ້ນຳຖະແຫຼງຂ່າວໂຄສະນາອາຊຽນ. ຜ່ານນັ້ນ, ບັນດາຜູ້ຊົມສາມາດສັງເກດໂດຍສັງລວມກ່ຽວກັບຄວາມງາມຂອງປະເທດຊາດ, ປະຊາຊົນ, ວັດທະນະທຳບັນດາປະເທດອາຊຽນ, ຮັກສາສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດໃນພາກພື້ນ; ເຂົ້າໃຈແຈ້ງກ່ວາກ່ຽວກັບປະຊາຄົມອາຊຽນ ແລະ ການພົວພັນຮ່ວມມືລະຫວ່າງບັນດາປະເທດໃນພາກພື້ນ. ວັນບຸນອາຊຽນຈະແກ່ຍາວເຖິງວັນທີ 15 ກໍລະກົດປີ 2017 ຈຶ່ງອັດລົງ.
 |
| ເຂົ້າຮ່ວມວັນບຸນອາຊຽນ 2017 ມີທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ເຈືອງມິນຕ້ວນ, ທ່ານນາງຮອງລັດຖະມົນຕີກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມ ດາວຮົ່ງລານ, ຜູ້ອຳນວຍການ ຫໍພິພິທະພັນຊົນເຜົ່າວິທະຍາຫວຽດນາມ ວໍ້ກວາງຈ້ອງ, ເອກອັກຄະລັດຖະທູດອີນເດຍ ແລະ ເອກອັກຄະລັດຖະທູດບັນດາປະເທດອາຊຽນ ພ້ອມກັບບັນດາອົງການສື່ມວນຊົນ, ສຳນັກຂ່າວສານຢູ່ຮ່າໂນ້ຍ. |
 |
| ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ເຈືອງມິນຕ້ວນກ່າວໄຂວັນບຸນອາຊຽນ 2017 |
 |
| ທ່ານນາງຮອງລັດຖະມົນຕີກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມ ດາວຮົ່ງລານ(ສຸດເບື້ອງຊ້າຍ) ມອບສື່ສິ່ງພິມກ່ຽວກັບອາຊຽນ ແລະ ປະຊາຄົມວັດທະນະທຳ-ສັງຄົມໃຫ້ແກ່ຫໍສະໝຸດແຫ່ງຊາດ, ຫໍສະໝຸດມະຫາວິທະຍາໄລແຫ່ງຊາດ ແລະ ຫໍພິພິທະພັນຊົນເຜົ່າວິທະຍາຫວຽດນາມ. |
 |
| ພາຍຫຼັງພິທີໄຂ, ບັນດາຜູ້ແທນໄປຢ້ຽມຢາມເຂດວາງສະແດງເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງອາຊຽນ. |
 |
| ແຜນວາດກ່ຽວກັບຂະບວນວິວັດແຫ່ງການສ້າງຕັ້ງ ແລະ ພັດທະນາຂອງອາຊຽນ. |
 |
| ເຂດວາງສະແດງຮູບຖ່າຍສື່ມວນຊົນອາຊຽນຖືກວາງສະແດງສ່ອງແສງ ຫຼາຍຫົວເລື່ອງທີ່ອຸດົມສົມບຸນ, ຫຼາຍຮູບຫຼາຍສີ. |
 |
| ຮູບຖ່າຍ: ປ່າກັນຄື້ນຟອງທະເລຖືກທຳລາຍຢູ່ຝັ່ງທະເລກາເມົາຂອງ ຮີ່ງເລີມ ຄ້ວາໄດ້ລາງວັນທີ 1 ໃນການປະກວດຮູບຖ່າຍກ່ຽວກັບການປ້ອງກັນສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດປີ 2013 |
 |
| ນ້ອງນ້ອຍພວມຊົມຮູບຖ່າຍໄດ້ຮັບລາງວັນທີ 1 ໃນການປະກວດຮູບຖ່າຍບັນດາເຜົ່າໃນປະຊາຄົມອາຊຽນ. |
 |
| ຮູບຖ່າຍ : ພິທີຊັກທຸງອາຊຽນຂອງນັກຂ່າວ ທົ້ງເຍິດ - ສຳນັກຂ່າວສານຫວຽດນາມ. |
 |
| ເຂດວາງສະແດງຊຸດສະແຕມໄປສະນີ |
 |
| ສະແຕມລະນຶກ 40 ປີແຫ່ງວັນສ້າງຕັ້ງອາຊຽນ |
 |
| ສະແຕມກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ. |
 |
| ບັນດາຜູ້ແທນຊົມສະແຕມລະນຶກ 40 ປີແຫ່ງວັນສ້າງຕັ້ງຂະແໜງໄປສະນີຫວຽດນາມ. |
 |
| ເນື່ອງໃນໂອກາດນີ້, ຫໍພິພິທະພັນຊົນເຜົ່າວິທະຍາຫວຽດນາມຍັງແນະນຳເຂດວາງສະແດງວັດຖຸພັນວັດທະນະທຳທີ່ເປັນເອກະລັກຂອງບັນດາປະເທດອາຊີຕາເວັນອອກສ່ງໃຕ້. |
 |
| ທ່ານເອກອັກຄະລັດຖະທູດ ມາເລເຊຍ M.Zamruni Khalid (ເບື້ອງຂາວ) ຕັ້ງໃຈຊົມປຶ້ມຄຳພີໂຄຣານ, ວັດທະນະທຳການເຫຼື້ອມໃສຂອງບັນດາປະເທດອິດສະລາມ. |
 |
| ສິ້ນສຸດການຢ້ຽມຢາມ, ບັນດາເອກອັກຄະລັດຖະທູດຖ່າຍເປັນທີ່ລະນຶກຢູ່ເຂດວາງສະແດງພາບແກ້ວ ອິນໂດເນເຊຍ. |
Tag:VOV / VOVworld / ຫໍສະໝຸດ / ຮູບຖ່າຍ