Media

ວັນບຸນຄຼິດສະມາດ ຮ່າໂນ້ຍ ສວຍງາມຍິບຍັບ

ວັນບຸນຄຼິດສະມາດ ຮ່າໂນ້ຍ ສວຍງາມຍິບຍັບ

(VOVWORLD) - ໃນຊຸມມື້ນີ້, ບັນຍາກາດວັນບຸນຄຼິດສະມາດໄດ້ປົກຄຸມໃນທົ່ວ ຮ່າໂນ້ຍ. ບໍ່ພຽງແຕ່ແມ່ນວັນບຸນສາສະໜາເທົ່ານັ້ນ, ວັນບຸນຄຼິດສະມາດຢູ່ນະຄອນຫຼວງ ຮ່າໂນ້ຍ ໄດ້ກາຍເປັນເຂດວັດທະນະທຳທີ່ເປັນເອກະລັກສະເພາະອີກດ້ວຍ.

ເຂດອ້ອມໜອງ ໂຮ່ເກືອມ ຍາມສາຍັນ, ແສງດອກໄຟປະດັບປະດາໃຫ້ແກ່ວັນບຸນຄຼິດສະມາດຄ່ອຍໆຍິບຍັບ, ສ້າງເປັນບັນຍາກາດທີ່ເປັນເອກະລັກສະເພາະຂອງວັນບຸນຍາມທ້າຍປີ.
ຮ່າໂນ້ຍ ຍາມທ້າຍປີຍິບຍັບຍິ່ງກວ່າເວລາໃດໝົດ.
ໂດຍແມ່ນເຂດຂາຍເຄື່ອງຮັບໃຊ້ວັນບຸນຕ່າງໆໃຫຍ່ທີ່ສຸດ, ເຂດຖະໜົນ ຮ່າງມ້າ ໃນຊຸມມື້ທ້າຍເດືອນທັນວາ ສວຍງາມດ້ວຍບັນດາແສງດອກໄຟ ແລະ ສີແດງ - ສີຂາວ ເປັນເອກະລັກສະເພາະຂອງວັນບຸນຄຼິດສະມາດ.
ຢູ່ແຫ່ງນີ້ໄດ້ຂາຍສິນຄ້າຫຼາຍປະເພດທີ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບ, ຕອບສະໜອງຄວາມຕ້ອງການໃນການຊື້ເຄື່ອງຂອງປະຊາຊົນໃນໂອກາດວັນບຸນ, ບຸນເຕັດຍາມທ້າຍປີ.
ແຂກທ່ອງທ່ຽວຕ່າງປະເທດຢ້ຽມຢາມເຂດຖະໜົນເກົ່າ ຮ່າໂນ້ຍ ໃນຊຸມມື້ວັນບຸນ…
ໂບດໃຫຍ່ ຮ່າໂນ້ຍ ໄດ້ຮັບການປະດັບປະດາຢ່າງງາມຕາເພື່ອຕ້ອນຮັບວັນບຸນຄຼິດສະມາດ
ໂບດ ຮ່າມລອງ.
ບັນຍາກາດກ່ອນຈະຮອດວັນບຸນຄຼິດສະມາດ ຢູ່ແຫ່ງນີ້ໄດ້ສ້າງຄວາມສະງົບສຸກ, ສະຫນິດຕິດພັນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.