Media

ຢ້ຽມຊົມການຜະລິດຊາ ດ້ວຍລາຄາແພງນັບສິບລ້ານດົ່ງ ຕໍ່ ກີໂລກຼາມ

ຢ້ຽມຊົມການຜະລິດຊາ ດ້ວຍລາຄາແພງນັບສິບລ້ານດົ່ງ ຕໍ່ ກີໂລກຼາມ

(VOVWORLD) - ຊາຊານຕຽດຂອງແຂວງ ຮ່າຢາງ ແລະ ຊາດອກບົວແບກຢຽບຂອງໜອງ ໂຮ່ໄຕ ແມ່ນຊາສອງຊະນິດ ທີ່ມີຊື່ສຽງ ກ່ຽວກັບລົດຫອມ ເຊິ່ງຜູ້ນິຍົມດື່ມນ້ຳຊາກໍ່ລ້ວນແຕ່ຮູ້ຈັກ. ຢູ່ເທື່ອງຕິນ, ຮ່າໂນ້ຍ ໃນຫຼາຍປີມານີ້ ມີຮາກຖານແຫ່ງໜຶ່ງໄດ້ສົມທົບສິ່ງທີ່ຍອດຍິ່ງຂອງຊາ ສອງຊະນິດນີ້ ໃນຜະລິດຕະພັນໜຶ່ງເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ນິຍົມດື່ມນ້ຳຊາ.

ອ້າຍຟ້າມເທຢຽດຢູ່ ເມືອງເທື່ອງຕິນ ຮ່າໂນ້ຍ ແມ່ນຜູ້ມີປະສົບການໃນການປະກອບອາຊີບ ເອືອບຊາ , ຮາກຖານຂອງລາວ ກໍ່ປະສົບຜົນສຳເລັດ ດ້ວຍຊາຊານຕວຽດ ເອືອບກັບຊາແບກຢຽບ. ຊາຊະນິດຄຸນນະພາບສູງທີ່ສຸດ ອາດຈະຂຶ້ນເຖິງ 12 – 15 ລ້ານດົ່ງ
ຊາທີ່ຮາກຖານຂອງອ້າຍຢຽດ ແມ່ນຊາຂອງຕົ້ນຊາຊານຕວຽດ ໃຫຍ່ ຖືກປູກຢູ່ໄຕກົນລີງ ໃນແຂວງ ຮ່າຢາງ.
ຮາກຖານຂອງອ້າຍຢຽດ ຍັງຜະລິດຊາແບກຈ່າ ທີ່ມີລົດຫອມທີ່ສຸດ
ແຕ່ລະປີ ຮອດເດືອນມິຖຸນາ ມີດອກບົວເລີ່ມບານສະພັ່ງ, ບັນດາຄົນງານຂອງຮາກຖານ ອ້າຍຢຽບເລີ່ມ ພາຍເຮືອ ໄປຕັດດອກບົວນັບແຕ່ 5 ໂມງເຊົ້າ ເພື່ອກະກຽມໃຫ້ແກ່ການຜະລິດຊາໃໝ່
ດອກບົວ ທີ່ໄດ້ຕັດມາແລ້ວ ກໍ່ແຍກດອກເອົາໜໍ່, ດອກບົວຕ້ອງເກັບກູ້ໃນຈຸດເວລາທີ່ກີບດອກບົວຫາກໍ່ບານ ເຊິ່ງຈະມີກີ່ນຫອມຫວນ.
ຜູ້ເອືອບຊາ ດອກບົວແນວໃດກໍ່ຕ້ອງເຮັດຕາມຫຼັກການ ເມື່ອເຮັດວຽກເພື່ອໃຫ້ຊາມີກີ່ມຫອມຫວນຄື ຕ້ອງນຸ່ງສົ້ງເສື້ອບໍ່ມີກີ່ນຂອງ ຜ້າແພ, ບໍ່ໃຊ້ນ້ຳຫອມ…
ການແຍກເອົາໜໍ່ດອກບົວແມ່ນຂັ້ນຕອນຍາກທີ່ສຸດ ຕ້ອງມີຄວາມຄ່ອງແຄ້ວ ເພື່ອ ຮັກສາ ກີ່ນຫອມທີ່ເປັນເອກະລັກຂອງດອກບົວໄວ້
ເມັດດອກບົວພາຍຫຼັງແຍກອອກຈາກໜໍ່ກໍ່ແມ່ນສ່ວນ ຮັກສາກີ່ນຫອມຂອງດອກບົວຈຳນຳໄປເອືອບກັບຊາຊານຕວຽດ.
ສຳລັບຊາທີ່ເອືອບໂດຍຖົ່ວໄປ, ຊາ ຈະຖືກຫໍ່ດ້ວຍກີບດອກບົວ, ຫຼັງຈາກນັ້ນ ດອກບົວສືບຕໍ່ໄດ້ປັກໃນນ້ຳປະມານ 2 – 3 ຊົ່ວໂມງ, ແລ້ວເອົາໃສ່ຖົງຊີວ ສູນຍາກາດ ແລະຖືກຮັກສາໃນຕູ້ເຢັນ. ຊາຊະນິດນີ້ໃນປັດຈຸບັນມີລາຄາ 80.000 ດົ່ງ/ ດອກ, ແຕ່ລະດອກທຽບເທົາກັບ ຊາກະຕິກໜຶ່ງ.
ສຳລັບຊາດອກບົວແຫ້ງ ກໍ່ຕ້ອງຜ່ານການເອືອບຫຼາຍຄັ້ງ. ໃນນັ້ນ ເມັດດອກບົວຊັ້ນໜຶ່ງກໍ່ຫວ່ານໃສ່ຊາຊັ້ນໜຶ່ງ ແລ້ວນຳໄປອົບ. ຜູ້ເອືອບຊາແຕ່ລະຄົນກໍ່ມີຊຸດແຕກຕ່າງກັນ.
ເພື່ອເອືອບຊາດອກບົວແຫ້ງໜຶ່ງ ກີໂລກຼາມ ກໍ່ຕ້ອງມີດອກບົວສົດ ແຕ່ 120 – 150 ດອກ ແລະ ຕ້ອງຜ່ານການເອືອບ, ອົບ 20 ກ່ວາວັນ.
ໃນມໍ່ໆມານີ້ ມີຫຼາຍຄົນ ໄດ້ໄປຍັງຮາກຖານຂອງອ້າຍຢຽດເພື່ອ ຊອກຮູ້ວິທີເອືອບຊາ. ມາທີ່ນີ້ ກໍ່ໄດ້ເຫັນປະຈັກຕາບັນດາຂັ້ນຕອນຜະລິດຊາ ຈິ່ງສາມາດເຂົ້າໃຈວ່າ ເປັນຫຍັງລາຄາຂອງຊາຈຶ່ງແພງເຊັນນັ້ນ.
ຍ້ອນວ່າ ຕ້ອງເຮັດຢ່າງລະອຽດລະອໍ່, ຕ້ອງຜ່ານຫຼາຍຂັ້ນຕອນໃນວິທີປຸງແຕ່ງ, ດັ່ງນັ້ນ ຊາ ຊານຕວຽດ ແລະ ແບກຢຽບ ຂອງຮາກຖານອ້າຍຢຽດ ເຖິງວ່າມີລາຄາຂາຍແພງກໍ່ຕາມ ແຕ່ເມື່ອຜະລິດອອກມາໄດ້ເທົ່າໃດ ກໍ່ບໍ່ພຽງພໍເພື່ອຕອບສະໜອງຄວາມຕ້ອງການໃນທ້ອງຕະຫຼາດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.