Mediaຢ້ຽມຢາມຂົວດີນຂໍແທງຕວານ
ຢ້ຽມຢາມຂົວດີນຂໍແທງຕວານ
ວັນອາທິດ, 16:50, 10/06/2018
Lan Anh
(VOVWORLD) -ຂົວແຫ່ງນີ້ໄດ້ຮັບການອອກແບບ ຢູ່ເທິງແມ່ນ ເຮືອນ, ຢູ່ລຸ່ມແມ່ນຂົວ. ຂົວແຫ່ງນີ້ບໍ່ພຽງແຕ່ແມ່ນປູຊະນີຍະສະຖານມີຄຸນຄ່າດ້ານປະຫວັດສາດ, ວັດທະນະທຳເທົ່ານັ້ນ ຫາກຍັງແມ່ນແຫ່ງດຶງດູດນັກທ່ອງທ່ຽວມາຢ້ຽມຊົມເປັນຈຳນວນຫລວງຫລາຍ.
 |
| ໂດຍຫ່າງຈາກນະຄອນ ເຫ້ວ ໄປທາງທິດຕາເວັນອອກສ່ຽງໃຕ້ປະມານ 8 ກິໂລແມັດ, ຂົວແທງຕວານ ຂຶ້ນກັບ ຕາແສງ ຖູຍແທງ, ເທດສະບານ ເຮືອງຖູຍ ແຂວງ ເທື່ອທຽນເຫ້ວໄດ້ຈັດເຂົ້າບັນຊີລາຍຊື່ແມ່ນປູຊະນີຍະສະຖານຫາຍາກ ແລະ ມີຄຸນຄ່າດ້ານສິລະປະສູງໃນບັນດາປະເພດຂົວບູຮານຢູ່ຫວຽດນາມ. |
 |
| ຂົວມີລວງຍາວ 17 ແມັດ, ກວ້າງ 4 ແມັດ |
 |
| ຂົວມີຫລັງຄາມຸ້ງດ້ວຍດິນຂໍ |
 |
| ຂົວຖືກແບ່ງເປັນ 7 ສ່ວນ, ໃນນັ້ນ ຢູ່ໃຈກາງໄດ້ຮັບການອອກແບບດ້ວຍເນື້ອທີ່ກວ້າງກວ່າ ແລະ ຢູ່ນີ້ໄດ້ວາງແທ່ນບູຊາທ່ານນາງເຈີນທິດ້າວ, ຜູ້ບໍລິຈາກເງິນຂອງຕົນເອງໃຫ້ແກ່ປະຊາຊົນໃນບ້ານ, ໃຫ້ຕາແສງເພື່ອກໍ່ສ້າງຂົວແຫ່ງນີ້ເພື່ອໃຫ້ປະຊາຊົນໃນບ້ານໄປມາຢ່າງສະດວກ. |
 |
| ຂົວແທງຕວານເປັນສະຖານທີ່ດູດດື່ມສຳລັບນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດເມື່ອມາຢ້ຽມຢາມນະຄອນເຫ້ວ |
 |
| ຢູ່ສອງເບື້ອງຂອງຂົວມີແທ່ນໄມ້ແລະຮາວເພື່ອໃຫ້ນັກທ່ອງທ່ຽວນັ່ງພັກຜ່ອນກ່ອນທີ່ຈະເຂົ້າໄປໃນບ້ານ. |
Tag:VOV / VOVworld / ຂົວດິນຂໍ