Mediaຢ້ຽມຢາມສະຖານທີ່ປະທານໂຮ່ຈິມີນຮຽບຮຽງບົດຖະແຫລງປະກາດເອກະລາດສະຖາປະນາປະເທດຫວຽດນາມ
ຢ້ຽມຢາມສະຖານທີ່ປະທານໂຮ່ຈິມີນຮຽບຮຽງບົດຖະແຫລງປະກາດເອກະລາດສະຖາປະນາປະເທດຫວຽດນາມ
ວັນສຸກ, 10:46, 01/09/2017
Duc Anh
(VOVWORLD) - ເຮືອນເລກທີ 48 ຖະຫນົນ ຮ່າງງາງ ນອນໃນຄຸ້ມຖະຫນົນເກົ່າຂອງນະຄອນຫລວງ ຮ່າໂນ້ຍ, ຊື່ງແມ່ນຫນຶ່ງໃນບັນດາຖະຫນົນຄ້າຂາຍຢ່າງຄັບຄາຫນາແຫນ້ນກວ່າໝູ່ຢູ່ ຮ່າໂນ້ຍ ໃນໄລຍະກ່ອນມາຮອດປະຈຸບັນ. ຢູ່ ເຮືອນຫລັງນີ້ ໃນຊຸມມື້ທ້າຍເດືອນສິງຫາປີ 1945, ທ່ານປະທານໂຮ່ຈິມີນ ໄດ້ຮຽບຮຽງບົດຖະແຫລງປະກາດເອກະລາດ, ສະຖາປະນາປະເທດ ສາທາລະນະລັດປະຊາທິປະໄຕຫວຽດນາມ. ເຮືອນຫລັງນີ້ ປະຈຸບັນ ຍັງຮັກສາບັນດາວັດຖຸພັນທີ່ລະນຶກ, ຮ່ອງຮອຍປະຫວັດສາດທີ່ຕິດພັນກັບປະທານໂຮ່ຈິມີນໄວ້ຢູ່.
ເຮືອນເລກທີ 48 ຖະຫນົນ ຮ່າງງາງ ແມ່ນບ່ອນທີ່ໄວ້ເນື້ອເຊື່ອໃຈຂອງການປະຕິວັດ |
ໃນຊຸມມື້ການປະຕິວັດເດືອນສິງຫາປີ 1945 (ແຕ່ວັນທີ 25 ສິງຫາ ຮອດວັນທີ 2 ກັນຍາປີ 1945, ເຮືອນຫລັງນີ້ໄດ້ເລືອກເຟັ້ນແມ່ນບ່ອນຢູ່ ແລະ ເຮັດວຽກຂອງປະທານໂຮ່ຈິມີນ. |
ໃນເຮືອນຫລັງນີ້ ປະທານໂຮ່ຈິມີນ ໄດ້ຮຽບຮຽງ ແລະ ພ້ອມກັບພະນັກງານສູນກາງພັກ ຮັບຮອງເອົາເນື້ອໃນບົດຖະແຫລງປະກາດເອກະລາດ ສະຖາປະນາປະເທດ ສາທາລະນະລັດປະຊາທິປະໄຕ ຫວຽດນາມ. |
ຫ້ອງພັກຜ່ອນຂອງປະທານໂຮ່ຈິມີນ |
ຕຽງນອນຂອງປະທານໂຮ່ຈິມີນ |
ໂຕະຕັ່ງ ບ່ອນປະທານໂຮ່ຈິມີນ ຮຽບຮຽງບົດຖະແຫລງເອກະລາດ |
ຢູ່ທາງນອກແມ່ນຫ້ອງຮັບແຂກທີ່ລຽບງ່າຍ |
ບັນດາວັດຖຸພັນທີ່ລະນຶກໄດ້ຮັບການຮັກສາໄວ້ຄືໃນເວລາປະທານໂຮ່ຈິມີນ ຍັງຢູ່ທີ່ນີ້ |
ບ່ອນນີ້ ປະທານໂຮ່ຈິມີນ ແລະ ບັນດາກຳມະການສູນກາງພັກ ໄດ້ປະຊຸມ ແລະເຮັດວຽກ |
ເຂດປູຊະນີຍະສະຖານໄດ້ດຶງດູດແຂກ ແລະນັກຮຽນຮູ້ທັງຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຢາມ, ຄົ້ນຄ້ວາເປັນຈຳນວນຫລວງຫລາຍ |
ຊຸດ ກາກີ ຊື່ງປະທານໂຮ່ຈິມີນ ນຸ່ງໃນພິທີອ່ານບົດຖະແຫລງເອກະລາດເມື່ອວັນທີ 2 ກັນຍາປີ 1945 |
ປີ 1979 ເຮືອນເລກທີ 48 ຖະຫນົນ ຮ່າງງາງ ໄດ້ຮັບການຮັບຮອງວ່າແມ່ນປູຊະນີຍະສະຖານປະຫວັດສາດແຫ່ງຊາດ |
Tag:VOV / VOVworld / ເຮືອນເລກທີ 48