ຮ່າໂນ້ຍຫຼາກຫຼາຍສີສັນຜ່ານບັນດາຮູບເງົາ ຂອງຜູ້ກຳກັບການສະແດງສິລະປິນປະຊາຊົນດັ້ງເຢິດມິງ
(VOVWORLD) -ໃນຊີວີດເຮັດສິລະປະ, ຊື່ສຽງຮຽງນາມຂອງຜູ້ກຳກັບການສະແດງສິລະປິນປະຊາຊົນດັ້ງເຢິດມິງໄດ້ຕິດພັນກັບບັນດາຮູບເງົາຂອງພື້ນຖານຮູບເງົາຫວຽດນາມ. ໃນຈຳນວນບັນດາຜະລິດຕະພັນຈາກວັນນະຄະດີຕະຫຼອດຮອດຮູບເງົາຂອງທ່ານ, ຫົວເລື່ອງຮ່າໂນ້ຍໄດ້ປະກົດຂຶ້ນແລະຖືກຂຸດຄົ້ນດ້ວຍຫຼາຍແງ່ມູມຫຼາກຫຼາຍສີສັນ ຈາກສະພາບການຂອງປະເທດຊາດຕະຫຼອດຮອດມະນຸດ. ວ່າງແລ້ວນີ້ທ່ານໄດ້ຮັບໃຫຍ່ບຸ່ຍຊວນຝາຍ - ເພື່ອຄວາມຮັກຮ່າໂນ້ຍຄັ້ງທີ 16 ຍ້ອນບັນດາການອຸທິດສ່ວນອັນດີເດັ່ນໃຫ້ແກ່ຮ່າໂນ້ຍຜ່ານບັນດາຜະລິດຕະພັນຮູບເງົາແລະວັນນະຄະດີທີ່ເຂັ້ມຂົ້ນໄປດ້ວຍຄຸນຄ່າປະຫວັດສາດແລະວັດທະນະທຳມະນຸດ










