ຮັກສາ ແລະ ເສີມຂະຫຍາຍຄຸນຄ່າໝູ່ບ້ານອາຊີບຊ່າງໄມ້ພື້ນເມືອງ ທາຍອຽນ
(VOVWORLD) - ໝູ່ບ້ານອາຊີບຊ່າງໄມ້ ທາຍອຽນ, ຢູ່ຕາແສງ ແທງບິນ, ເມືອງ ດຶກທໍ້, ແຂວງ ຮ່າຕິ້ງ ມີຊື່ສຽງດ້ວຍບັນດາຜະລິດຕະພັນເຄື່ອງເຟີນີເຈີ ແລະ ໄມ້ຫັດຖະກຳສິລະປະ. ນີ້ແມ່ນໜຶ່ງໃນບັນດາໝູ່ບ້ານອາຊີບຊ່າງໄມ້ພື້ນເມືອງທີ່ມີມາແຕ່ດົນນານຢູ່ພາກກາງ ຫວຽດນາມ. ບໍ່ພຽງແຕ່ໄດ້ຜະລິດບັນດາຜະລິດຕະພັນໄມ້ຫັດຖະກຳສິລະປະທີ່ຍອດຍິ່ງເທົ່ານັ້ນ, ທາຍອຽນ ຍັງແມ່ນໜຶ່ງໃນຈຳນວນໜ້ອຍໝູ່ບ້ານຢູ່ເຂດບ້ານນາຂອງແຂວງ ຮ່າຕິ້ງ ທີ່ຍັງຄົງຮັກສາຈຸດຄວາມງາມດ້ານວັດທະນະທຳພື້ນເມືອງທີ່ເຂັ້ມຂຸ້ນໄປດ້ວຍຂີດໝາຍຂອງໝູ່ບ້ານອາຊີບທີ່ມີມາແຕ່ດົນນານໄວ້ໄດ້ອີກດ້ວຍ.










