ຄົ້ນຫາຫວຽດນາມ

23/12/2020

ໄປດ່າຫຼາດຊີມບັນດາຂອງກິນທີ່ແຊບນົວພິເສດ ເຊິ່ງປຸງແຕ່ງຈາກໝາກໂກ

(VOVWORLD) -ດ່າຫຼາດ ແມ່ນເຂດດິນສຳລັບຕົ້ນໄມ້ກິນໝາກຫຼາຍຊະນິດຢູ່ເຂດໜາວທີ່ເຕີບໂຕດີ, ໃນນັ້ນ ໝາກໂກ ດ່າຫຼາດ ແມ່ນໝາກໄມ້ຊະນິດພິເສດ ໄດ້ຮັບຄວາມນິຍົມບໍລິໂພກຈາກແຂກທ່ອງທ່ຽວ. ຈາກໝາກໄມ້ຊະນິດນີ້ ຊາວທ້ອງຖິ່ນໄດ້ປຸງແຕ່ງເປັນບັນດາຂອງກິນທີ່ແຊບນົວພິເສດພ້ອມທັງແທດເໝາະເພື່ອໃຫ້ແຂກທ່ອງທ່ຽວຊື້ເມືອເປັນຂອງຕ້ອນ

ໄປດ່າຫຼາດຊີມບັນດາຂອງກິນທີ່ແຊບນົວພິເສດ ເຊິ່ງປຸງແຕ່ງຈາກໝາກໂກ
22/12/2020

ບາເຣັຍ - ຫວຸງເຕົ່າ ເອົາໃຈໃສ່ການພັດທະນາ MICE

(VOVWORLD) -ໃນຊຸມປີມໍ່ໆມານີ້ເຄື່ອງໝາຍທ່ອງທ່ຽວ ຫວຸງເຕົ່າ ໄດ້ແຜ່ກະຈາຍຢ່າງກວ້າງຂວາງ ໄດ້ຮັບການຍ້ອງຍໍຊົມເຊີຍຈາກແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ບໍ່ພຽງແຕ່ກ່ຽວກັບທິວທັດທຳມະຊາດ, ວຽກງານປົກປັກຮັກສາສິ່ງແວດລ້ອມທີ່ໄດ້ຮັບການປະຕິບັດເປັນຢ່າງດີເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຜ່ານຄຸນນະພາບການບໍລິການ ສະຖານທີ່ພັກເຊົາ, ຈິດໃຈຮັກແພງແຂກຂອງປະຊາຊົນ. ນີ້ກໍ່ແມ່ນບັນດາປັດໄຈທີ່ສະດວກ ແລະ ແທດເໝາະ ເພື່ອໃຫ້ ບາເຣັຍ - ຫວູງເຕົ່າ ສ້າງຮູບແບບການທ່ອງທ່ຽວ ຈັດຕັ້ງກອງປະຊຸມສຳມະນາ (MICE) ພ້ອມກັບບັນດາຮູບແບບທ່ອງທ່ຽວທຳມະຊາດ, ທ່ອງທ່ຽວຊຸມຊົນ, ທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບອີກດ້ວຍ

ບາເຣັຍ - ຫວຸງເຕົ່າ ເອົາໃຈໃສ່ການພັດທະນາ MICE
19/12/2020

ພັດທະນາການທ່ອງທ່ຽວຢູ່ ກົນດ໋າວ ຕາມທິດຍືນຍົງ

(VOVWORLD) -ກົນດ໋າວ ຂຶ້ນກັບແຂວງ ບາເຣັຍ - ຫວຸງເຕົ່າ. ດ້ວຍສະພາບແວດລ້ອມທີ່ຮົກເຮື້ອ, ອາກາດປອດໂປ່ງ, ທິວທັດທຳມະຊາດສວຍສົດງົດງາມ ພິເສດໄດ້ຮັບການເລືອກເຟັ້ນ ຈາກວາລະສານທ່ອງທ່ຽວໂລກ ໃນຫຼາຍປີລຽນຕິດ ແມ່ນແຫ່ງທີ່ມີນ້ຳທະເລຂຽວງາມທີ່ສຸດ, ໝູ່ເກາະລຶກລັບມະຫັດສະຈັນທີ່ສຸດໃນໂລກ. ໃນຫຼາຍປີຜ່ານມາ ກົນດ໋າວ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ການພັດທະນາທ່ອງທ່ຽວແບບຍືນຍົງ ກໍ່ຄືການຮັກສາສິ່ງແວດລ້ອມ ແລະ ລະບົບ ສັດ, ພຶກສາຊາດ ກໍ່ແມ່ນການກຳນົດທິດພັດທະນາຂອງແຂວງໃນໄລຍະປັດຈຸບັນ ແລະ ໃນຊຸມປີທີ່ຈະມາເຖິງ

ພັດທະນາການທ່ອງທ່ຽວຢູ່ ກົນດ໋າວ ຕາມທິດຍືນຍົງ
09/12/2020

ເຂດພູພຽງ ມົກເຈົາ - ສະຖານທີ່ທ່ອງທ່ຽວທີ່ດູດດື່ມ ຢູ່ເຂດທາງທິດຕາເວັນຕົກສຽງເໜືອ.

(VOVWORLD) -ມົກເຈົາແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ໃນແຂວງ ເຊີນລາ ເຊິ່ງແມ່ນແຂວງເຂດພູດອຍທາງທິດເໜືອ. ໄປທ່ອງທ່ຽວຢູ່ ມົກເຈົາ ໃນລະດູຮ້ອນ ຫຼື ໃນລະດູໜາວ,ໃນມື້ມີນ້ຳໝອກກົ້ວ ຫຼື ມີແສງແດດ ກໍ່ລ້ວນແຕ່ເຮັດໃຫ້ແຂກທ່ອງທ່ຽວຫຼົງໄຫຼກັບຄວາມງາມຂອງທຳມະຊາດຢູ່ ມົກເຈົາ.ຫ່າງຈາກ ຮ່າໂນ້ຍ ພຽງປະມານ 190 ກິໂລແມັດ ດ້ວຍອາກາດເຢັນສະບາຍຕະຫຼອດປີ. ມົກເຈົາ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດີສຳລັບແຂກທ່ອງທ່ຽວໃນທົ່ວປະເທດເມື່ອຢາກໄປທ່ອງທ່ຽວ ຄົ້ນຫາຢູ່ເຂດທາງທິດຕາເວັນຕົກສຽງເໜືອ.

ເຂດພູພຽງ ມົກເຈົາ - ສະຖານທີ່ທ່ອງທ່ຽວທີ່ດູດດື່ມ ຢູ່ເຂດທາງທິດຕາເວັນຕົກສຽງເໜືອ.
25/11/2020

ແຂວງ ບິ່ງຖ້ວນ ຮັກສາ ແລະ ເສີມຂະຫຍາຍ ຄຸນຄ່າປູຊະນີຍະສະຖານ ສາລາບ້ານ

(VOVWORLD) -ບັນດາສາລາບ້ານຢູ້ແຂວງ ບິ່ງຖ້ວນ ຕິດພັນກັບການອົບພະຍົບບຸກເບີກເນື້ອທີ່ດິນ ສ້າງຕັ້ງໝູ່ບ້ານ ອັນໄດ້ສ້າງຄວາມເປັນເອກະລັກສະເພາະ ທາງດ້ານວັດທະນະທຳປະຫວັດສາດ, ສະຖາປັດຕະຍາກຳຂອງດິນແດນແຫ່ງນີ້. ມາຢ້ຽມຊົມລະບົບສາລາບ້ານໃນແຂວງ ບິ່ງຖ້ວນ ແຂກທ່ອງທ່ຽວມີໂອກາດເຂົ້າໃຈຕື່ມອີກ ກ່ຽວກັບຄຸນຄ່າວັດທະນະທຳທີ່ເປັນເອກະລັກຂອງລະບົບປູຊະນີຍະສະຖານພິເສດນີ້

ແຂວງ ບິ່ງຖ້ວນ ຮັກສາ ແລະ ເສີມຂະຫຍາຍ ຄຸນຄ່າປູຊະນີຍະສະຖານ ສາລາບ້ານ
18/11/2020

ໄປ ຕຽນອຽນ ແວ່ຕະຫຼາດນັດ ຮ່າເລົາ

(VOVWORLD) -ຕະຫຼາດນັດ ຮ່າເລົາ ຢູ່ຕາແສງ ຮ່າເລົາ ເມືອງ ຕຽນອຽນ ແຂວງ ກວ໋າງນິງ ໄດ້ມີມາແຕ່ຊຸມປີ 1960 ຂອງສະຕະວັດກ່ອນ. ນີ້ແມ່ນແຫ່ງຊື້ຂາຍສິນຄ້າເຄື່ອງຂອງ ຂອງພໍ່ແມ່ພີ່ນ້ອງບັນດາເຜົ່າ ຄື ຢ້າວແທັງອີ, ໄຕ, ສັນຈີ… ຕາມການເວລາຕະຫຼາດນັດໄດ້ຄ່ອຍໆຖືກສູນຫາຍໄປ. ມາຮອດທ້າຍປີ 2018 ຄະນະກຳມະການປະຊາຊົນເມືອງ ຕຽນອຽນ ແຂວງ ກວ໋າງນິງ ໄດ້ຟື້ນຟູຕະຫຼາດນັດນີ້ ແລະ ກາຍເປັນຈຸດນັດພົບຂອງແຂກທ່ອງທ່ຽວ.

ໄປ ຕຽນອຽນ ແວ່ຕະຫຼາດນັດ ຮ່າເລົາ
11/11/2020

ຕຽນອຽນ - ແຫ່ງເຊື່ອມຕໍ່ສີສັນບັນດາເຜົ່າ ເຂດທາງທິດຕາເວັນອອກສຽງເໜືອ

(VOVWORLD) -ຕຽນອຽນ ແມ່ນດິນແດນເຕົ້າໂຮມປະສົມປະສານ ທາງດ້ານວັດທະນະທຳຂອງຫຼາຍຊົນເຜົ່າ ຂອງເຂດທາງທິດຕາເວັນອອກສຽງເໜືອແຂວງ ກວ໋າງນິງ. ຕາມການເວລາ ການປະສົບປະສານທາງດ້ານວັດທະນະທຳ ໄດ້ສ້າງເປັນສີສັນສະເພາະໃຫ້ແກ່ດິນແດນ ແລະ ຊາວຕຽນອຽນ ເຊິ່ງແມ່ນດິນແດນຢູ່ສາມແຍກແມ່ນ້ຳ. ແຕ່ປີ 2017 ສັບປະດາວັດທະນະທຳກິລາບັນດາເຜົ່າ ເຂດທາງທິດຕາເວັນອອກສຽງເໜືອ, ແຂວງ ກວ໋າງນິງ ໄດ້ຖືກຈັດຂຶ້ນປະຈຳປີ ແລະ ໄດ້ກາຍເປັນຈຸດນັດພົບທາງດ້ານວັດທະນະທຳ ໂຄສະນາບັນດາຄວາມງາມອັນເປັນປະເພນີຂອງດິນແດນ ແລະ ຊາວເຂດທາງທິດຕາເວັັນອອກສຽງເໜືອ, ແຂວງ ກວ໋າງນິງ

ຕຽນອຽນ - ແຫ່ງເຊື່ອມຕໍ່ສີສັນບັນດາເຜົ່າ  ເຂດທາງທິດຕາເວັນອອກສຽງເໜືອ
04/11/2020

ເຂດທ່ອງທ່ຽວລະດັບຊາດ ໝຸຍແໜ - ຈຸດທີ່ພົ້ນເດັ່ນໃນແຜນທີ່ທ່ອງທ່ຽວ ຫວຽດນາມ

(VOVWORLD) - ເດືອນ ສິງຫາ ປີ 2020 ເຂດທ່ອງທ່ຽວ ໝຸຍແໜ ໃນແຂວງ ບິ່ງທ້ວນ ໄດ້ຮັບການຮັບຮອງ ແມ່ນເຂດທ່ອງທ່ຽວລະດັບຊາດ. ສິ່ງນີ້ໄດ້ຮຽກຮ້ອງໃຫ້ແຂວງ ບິ່ງທ້ວນ ບໍ່ພຽງແຕ່ສຸມໃສລົງທຶນ ສ້າງລະບົບພື້ນຖານໂຄງລ່າງທ່ອງທ່ຽວໃຫ້ສົມບູນແບບ, ຕອບສະໜອງບັນດາມາດຖານ ຂອງເຂດທ່ອງທ່ຽວລະດັບຊາດເທົ່ານັ້ນ ຫາກຍັງຕ້ອງຮັບປະກັນຄວາມກົມກຽວລະຫວ່າງການພັດທະນາເສດຖະກິດ ແລະ ອະນຸລັກວັດທະນະທຳທ້ອງຖິ່ນອີກດ້ວຍ. ເຮັດໄດ້ເຊັ່ນນັ້ນ, ໝຸຍແໜ ຈຶ່ງສາມາດສ້າງຄວາມແຕກຕ່າງ ແລະ ດຶງດູດແຂກທ່ອງທ່ຽວ ສ້າງຈຸດພົ້ນເດັ່ນໃນແຜນທີ່ທ່ອງທ່ຽວ ຫວຽດນາມ

ເຂດທ່ອງທ່ຽວລະດັບຊາດ ໝຸຍແໜ - ຈຸດທີ່ພົ້ນເດັ່ນໃນແຜນທີ່ທ່ອງທ່ຽວ ຫວຽດນາມ
28/10/2020

ອະນຸລັກຕະຫຼາດບົນແມ່ນ້ຳ ກ໊າຍຣັງ ຕາມທິດກົມກຽວ “ທຳມະຊາດ - ສ້າງເອງ”

(VOVWORLD) -ຕະຫຼາດບົນແມ່ນ້ຳ ກ໊າຍຣັງ ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ດູດ ດື່ມ ຂອງນະຄອນ ເກິ່ນເທີ ເຄີຍໄດ້ຮັບການຄັດເລືອກຈາກວາລະສານທ່ອງທ່ຽວ Rough Guide ຂອງອັງກິດ ແມ່ນໜຶ່ງໃນຕະຫຼາດ 10 ແຫ່ງທີ່ໜ້າປະທັບໃຈທີ່ສຸດໃນໂລກ. ເພື່ອຮັກສາບັນດາຈຸດທີ່ເປັນເອກະລັກສະເພາະ ຂອງຕະຫຼາດບົນແມ່ນ້ຳ ກໍ່ຄືດຶງດູດແຂກທ່ອງທ່ຽວ, ນະຄອນ ເກິ່ນເທີ ພວມຜັນຂະຫຍາຍແຜນ “ອະນຸລັກ ແລະ ພັດທະນາຕະຫຼາດບົນແມ່ນ້ຳ ກ໊າຍຣັງ” ຕາມທິດກົມກຽວ

ອະນຸລັກຕະຫຼາດບົນແມ່ນ້ຳ ກ໊າຍຣັງ ຕາມທິດກົມກຽວ “ທຳມະຊາດ - ສ້າງເອງ”
21/10/2020

ລາຍການທ່ອງທ່ຽວ ຫວຽດນາມ ທີ່ປອດໄພ ແລະ ດູດດື່ມ

(VOVWORLD) -ໃນສະພາບການໂລກລະບາດ ໂຄວິດ - 19 ໄດ້ຮັບການຄວບຄຸມໂດຍພື້ນຖານ, ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສືບຕໍ່ປຸກລະດົມລາຍການກະຕຸ້ນການທ່ອງທ່ຽວ ເຊິ່ງເນັ້ນໜັກໃສ່ສອງມາດຖານທີ່ສຳຄັນ ນັ້ນແມ່ນຄວາມປອດໄພ ແລະ ດູດດື່ມ. ກົມໃຫຍ່ ການທ່ອງທ່ຽວຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາທ້ອງຖິ່ນ, ວິສາຫະກິດທ່ອງທ່ຽວ, ຂະແໜງການບິນ ແລະ ບັນດາບໍລິສັດທ່ອງທ່ຽວທາງໄກ ຈົ່ງຮ່ວມແຮງຮ່ວມໃຈຊຸກຍູ້ການເຄື່ອນໄຫວ ກະຕຸ້ນການເຄື່ອນໄຫວທ່ອງທ່ຽວຄັ້ງທີສອງ

ລາຍການທ່ອງທ່ຽວ ຫວຽດນາມ ທີ່ປອດໄພ ແລະ ດູດດື່ມ