ຄົ້ນຫາຫວຽດນາມ

29/07/2020

ອ່າວ ລານຮະ ເຊິ່ງແມ່ນແດນສະຫວັນທີ່ມີຈິງຢູ່ ຫວຽດນາມ

(VOVWORLD) -ໂດຍນອນຢູ່ທາງທິດຕາເວັນອອກຂອງເກາະ ກ໊າດບ່າ ຂຶ້ນກັບນະຄອນ ຫາຍຟ່ອງ, ອ່າວ ລານຮະ ຖືກອຸປະມາວ່າ ເປັນແດນສະຫວັນຖືກຫຼົງລືມ. ແຕ່ໃນປັດຈຸບັນ ເຂດແດນສະຫວັນນີ້ ພວມເຮັດໃຫ້ບັນດານັກທ່ອງທ່ຽວ ຜູ້ຮັກທຳມະຊາດທັງຫຼາຍ ມີຄວາມປະຫຼາດໃຈ.

ອ່າວ ລານຮະ ເຊິ່ງແມ່ນແດນສະຫວັນທີ່ມີຈິງຢູ່ ຫວຽດນາມ
22/07/2020

ເສັ້ນທາງ ຕ່ານັງ - ຟານຢຸ໊ງ ເພື່ອຄົ້ນຫາຄວາມງາມຂອງພູຜາປ່າໄມ້

(VOVWORLD) -ໂດຍຫ່າງຈາກນະຄອນ ໂຮ່ຈີມິນ ປະມານ 300 ກິໂລແມັດ, ເສັ້ນທາງ ຕ່ານັງ - ຟານຢຸ໊ງ ນອນໃນບໍລິເວນແຂວງ ເລິມດົ່ງ ແລະ ແຂວງ ບິ່ງທ້ວນ ໄດ້ຮັບການຂະໜານນາມວ່າ ແມ່ນສວຍງາມທີ່ສຸດຢູ່ ຫວຽດນາມ ຍ້ອນມັນຍາມໃດກໍ່ຊ້ອນແຝງບັນດາສິ່ງທີ່ມະຫັດສະຈັນ ສຳລັບບັນດາຜູ້ນິຍົມຄົ້ນຫາທຳມະຊາດ. ຊ່ວງເວລາທີ່ງາມທີ່ສຸດໃນປີ ເພື່ອຄົ້ນຫາເສັ້ນທາງນີ້ແມ່ນເລີ່ມແຕ່ເດືອນ ມິຖຸນາ ຫາເດືອນ ທັນວາ ໃນແຕ່ລະປີ

ເສັ້ນທາງ ຕ່ານັງ - ຟານຢຸ໊ງ ເພື່ອຄົ້ນຫາຄວາມງາມຂອງພູຜາປ່າໄມ້
15/07/2020

ເທື່ອທຽນເຫວ້ ມຸ່ງໄປສູ່ “ເມືອງຫຼວງເສື້ອຍາວ” ໃນພາກກາງ ຫວຽດນາມ

(VOVWORLD) -ວັນບຸນເສື້ອຍາວເຫວ້ ຈະແມ່ນຈຸດທີ່ພົ້ນເດັ່ນເປັນເອກະລັກ ໃນງານ Festival ເຫວ້ 2020 ເຊິ່ງຖືກຈັດຂຶ້ນໃນຕົ້ນເດືອນກັນຍາ ປີ 2020. ບໍ່ພຽງແຕ່ເທົ່ານັ້ນ, ງານບຸນເສື້ອຍາວຈະແມ່ນເຫດການລຸລ່ວງ ໃນບັນດາງານບຸນປະຈຳປີໃນແຂວງ ເທື່ອທຽນເຫວ້. ຜ່ານນັ້ນໄດ້ປະກອບສ່ວນໂຄສະນາເຄື່ອງໝາຍ ແລະ ສີສັນວັດທະນະທຳຂອງເສື້ອຍາວ ເຫວ້ ກໍ່ຄືເສື້ອຍາວ ຫວຽດນາມ ໃນທົ່ວໂລກ. ເປົ້າໝາຍທີ່ ເຫວ້ ມຸ່ງໄປເຖິງນັ້ນແມ່ນເພື່ອອະນຸລັກຮັກສາຄວາມງາມທາງດ້ານວັດທະນະທຳຂອງເສື້ອຍາວ ຫວຽດນາມ, ພ້ອມກັນນັ້ນກໍ່ເປັນການໂຄສະນາທາງດ້ານວັດທະນະທຳ ແລະ ສ້າງຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ

ເທື່ອທຽນເຫວ້ ມຸ່ງໄປສູ່ “ເມືອງຫຼວງເສື້ອຍາວ” ໃນພາກກາງ ຫວຽດນາມ
08/07/2020

ຄວາມປະທັບໃຈຕໍ່ລາຍການທ່ອງທ່ຽວ ຢ້ຽມຊົມສະຖານທີ່ປະຫວັດສາດຄຸກ ຮວ່າລໍ່ ໃນຍາມຄ່ຳຄືນ

(VOVWORLD) -ນັບແຕ່ວັນທີ 24 ກໍລະກົດ ແຂກທ່ອງທ່ຽວ ເມື່ອມາຢ້ຽມຊົມສະຖານທີ່ປະຫວັດສາດຄຸກ ຮວ່າລໍ່ ຈະໄດ້ເຂົ້າຮ່ວມລາຍກາຍທ່ອງທ່ຽວຢ້ຽມຊົມໃນຍາມຄ່ຳຄືນ ດ້ວຍຊື່ທີ່ເອີ້ນວ່າ “ຄ່ຳຄືນສັກກາລະບູຊາ - ນ້ຳໃຈ ຫວຽດນາມ ສະຫວ່າງສະໄຫວ”. ໃນຕະຫຼອດໄລຍະການເດີນທາງ, ແຂກທ່ອງທ່ຽວຈະມີຄວາມປະທັບໃຈ ເປັນພິເສດ, ຈາກຄວາມເຈັບປວດຕໍ່ໜ້າການກະທຳທີ່ຮ້າຍກາດ ຂອງລະບອບຄຸກລ່າເມືອງຂຶ້ນ ຕະຫຼອດຮອດຄວາມນິຍົມນັບຖືຕໍ່ເຈດຈຳນົງ ທີ່ອົງອາດກ້າແກ່ນ, ຄວາມເສຍສະຫຼະຊີວິດຢ່າງພິລະອາດຫານຂອງບັນດານັກວິລະຊົນ ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ. ເຊິ່ງຊື່ສຽງຮຽງນາມຂອງເຂົາເຈົ້າໄດ້ກາຍເປັນສ່ວນໜຶ່ງໃນປະຫວດສາດຂອງຊາດ

ຄວາມປະທັບໃຈຕໍ່ລາຍການທ່ອງທ່ຽວ  ຢ້ຽມຊົມສະຖານທີ່ປະຫວັດສາດຄຸກ ຮວ່າລໍ່ ໃນຍາມຄ່ຳຄືນ
01/07/2020

ເຂດປູຊະນີຍະສະຖານພໍ່ຕູ້ ຫງວຽນຊິງສັກ ໃນແຂວງ ດົ່ງທາບ

(VOVWORLD) -ເຂດປູຊະນີຍະສະຖານພໍ່ຕູ້ ຫງວຽນຊິງສັກ ແມ່ນສະຖານທີ່ຕັ້ງສຸສານຂອງພໍ່ຕູ້ ຫງວຽນຊິງສັກ (1862 - 1929) ເຊິ່ງແມ່ນບິດາຂອງປະທານ ໂຮ່ຈີມິນ. ເຂດປູຊະນີຍະສະຖານແຫ່ງນີ້ຖືກຕັ້ງຢູ່ຖະໜົນ ຟ້າມຫິວເລົ່າ ຕາແສງ 4 ນະຄອນ ກາວແຫຼ໊ງ ແຂວງ ດົ່ງທາບ. ນີ້ແມ່ນກຸ່ມປູຊະນີຍະສະຖານທີ່ເປັນເອກະລັກ ໄດ້ຮັບການຢັ້ງຢືນແມ່ນປູຊະນີຍະສະຖານລະດັບຊາດປີ 1992

ເຂດປູຊະນີຍະສະຖານພໍ່ຕູ້ ຫງວຽນຊິງສັກ ໃນແຂວງ ດົ່ງທາບ
24/06/2020

ຊຸດສະສົມວັດຖຸພັນ ເກັບຮັກສາຄຸນຄ່າວັດທະນະທຳເຂດ ເຕິຍງວຽນ

(VOVWORLD) -ດ້ວຍຈຳນວນວັດຖຸພັນກວ່າໜຶ່ງໝື່ນຢ່າງ ກ່ຽວກັບເຂດ ເຕິຍງວຽນ ໃນນັ້ນຫຼາຍກວ່າໝູ່ແມ່ນບັນດາປະເພດເຄື່ອງປັ້ນດິນເຜົາບູຮານ, ນັກສະສົມ ຫວໍມິງລວນ ຢູ່ນະຄອນ ບວມມາທ້ວດ ແຂວງ ດັກລັກ ພວມຝັກໃຝ່ຄວາມຫວັງສ້າງຊຸດສະສົມເຄື່ອງປັ້ນດິນເຜົາ ເພື່ອເກັບຮັກສາຄຸນຄ່າວັດທະນະທຳຂອງເຂດ ເຕິຍງວຽນ ໃຫ້ຄົນລຸ້ນຫຼັງ. ຫວໍມິງລວນ ຍັງມີຄວາມຫວັງຢາກສ້າງແຫ່ງນີ້ກາຍເປັນຫໍພິພິທະພັນກ່ຽວກັບເຂດ ເຕິຍງວຽນ ຜ່ານເຄື່ອງປັ້ນດິນເຜົາສິລະປະກຳ

ຊຸດສະສົມວັດຖຸພັນ ເກັບຮັກສາຄຸນຄ່າວັດທະນະທຳເຂດ ເຕິຍງວຽນ
17/06/2020

ວັດ ວ້ານແຮັ້ງ ຢູ່ ດ່າລາດ ແຫ່ງເກັບຮັກສາ ບັນດາຜະລິດຕະພັນສິລະປະກຳເຮັດດ້ວຍຫີນ

(VOVWORLD) -ໂດຍຖືກຕັ້ງຢູ່ຖະໜົນ ຟູ່ດົ່ງທຽນເວືອງ ນະຄອນ ດ່າລາດ ແຂວງ ເລິມດົ່ງ, ວັດ ວ້ານແຮັ້ງ ແມ່ນສະຖານທີ່ບູຊາທີ່ເຄັ່ງຂຶມ ທີ່ສະຫງວນໃຫ້ແກ່ພະສົງສຳມະເນນ ພຸດທະສາສະນິກກະຊົນແຂກສາລະທິດ ທີ່ມານະມັດສະການໄຫວ້ບູຊາ ແລະ ຍັງໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາກິດຈະກຳວັດທະນະທຳທີ່ເປັນເອກະລັກ ສະແດງໃຫ້ເຫັນສະຖາປັດຕະຍາກຳ ພິເສດສະເພາະຂອງພຸດທະສາສະໜາ. ຢູ່ແຫ່ງນີ້ຍັງເກັບຮັກສາບັນດາຮູບພາບ ເຮັດດ້ວຍຫີນແກ້ວ ພ້ອມກັບບັນດາວັດຖຸບູຮານ ເຊິ່ງພະອາຈານໃຫຍ່ ທິກວຽນແທັງ ເຈົ້າອະທິການວັດໄດ້ເກັບກຳ ໃນໄລຍະກວ່າ 30 ປີທີ່ຜ່ານມາ

ວັດ ວ້ານແຮັ້ງ ຢູ່ ດ່າລາດ ແຫ່ງເກັບຮັກສາ ບັນດາຜະລິດຕະພັນສິລະປະກຳເຮັດດ້ວຍຫີນ
10/06/2020

ຮ່ອມພູປູກໝາກໝັ້ນ ໃນບ້ານ ນ່າກ່າ ທີ່ເທດສະບານເມືອງ ມົກເຈົາ ແຂວງ ເຊີນລາ

(VOVWORLD) -ເທດສະບານເມືອງ ມົກເຈົາ ແຂວງ ເຊີນລາ ແຕ່ດົນນານມາແລ້ວ ໄດ້ມີຊື່ສຽງແມ່ນດິນແດນດ້ວຍເນື້ອທີ່ ດອກຜັກກາດຂາວ ແລະ ທົ່ງຊາຂຽວອຸ່ມທຸ່ມທີ່ກວ້າງໃຫຍ່ໄພສານ. ເມື່ອບໍ່ດົນມານີ້ ໃນແຜນທີ່ທ່ອງທ່ຽວ ມົກເຈົາ ຍັງປາກົດມີບ້ານ ນ່າກ່າ ເຊິ່ງແມ່ນແຫ່ງມີຮ່ອມພູປູກໝາໝັ້ນທີ່ງົດງາມ. ນ່າກ່າ ໃນປັດຈຸບັນພວມເຂົ້າສູ່ລະດູໝາກໝັ້ນສຸກ. ມາຢ້ຽມຢາມແຫ່ງນີີ້, ແຂກທ່ອງທ່ຽວ ຈະໄດ້ຮັບຊົມຄວາມງາມທຳມະຊາດ ຂອງເຂດພູຜາປ່າໄມ້ ເຕິຍບັກ ທາງທິດຕາເວັນຕົກສຽງເໜືອຂອງ ຫວຽດນາມ, ໄດ້ສູບເອົາອາກາດທີ່ປອດໂປ່ງ ແລະ ໄດ້ເດັດເອົາໝາກໝັ້ນເທິງງ່າພວມສຸກ.

ຮ່ອມພູປູກໝາກໝັ້ນ ໃນບ້ານ ນ່າກ່າ ທີ່ເທດສະບານເມືອງ ມົກເຈົາ ແຂວງ ເຊີນລາ
03/06/2020

ຄົ້ນຫາເສັ້ນທາງແຜນທີ່ຢູ່ແຂວງ ບິ່ງເຢືອງ

(VOVWORLD) - ເສັ້ນທາງແຜນທີ່ແມ່ນເສັ້ນທາງຕົ້ນຕໍເຂົ້າໄປ ເກາະຣົ່ວ ຢູ່ຕາແສງ ແທັ້ງໂຮ້ຍ ເທດສະບານ ເຕິນອວຽນ ແຂວງ ບິ່ງເຢືອງ. ເສັ້ນທາງແຜນທີ່ໂດຍແມ່ນຊາວທ້ອງຖິ່ນຢູ່ແຫ່ງນີ້ ໄດ້ຕັ້ງຊື່ໃຫ້ເສັ້ນທາງນັບຕັ້ງແຕ່ລຸງ ມາຍຊົງແບ໊ ອະດີດປະທານສະມາຄົມນັກຂ່າວແຂວງ ດົ່ງນາຍ ໄດ້ນຳພາບແຕ້ມ 40 ແຜ່ນເຮັດດ້ວຍເຄື່ອງປັ້ນດິນເຜົາ ພິມແຜນທີ່ກ່ຽວກັບເຂດທະເລໝູ່ເກາະ ມານີ້ວາງສະແດງ ໃນເດືອນ ເມສາ ປີ 2019

ຄົ້ນຫາເສັ້ນທາງແຜນທີ່ຢູ່ແຂວງ ບິ່ງເຢືອງ
27/05/2020

ເຮືອນແຫ່ງຂີດໝາຍຂອງປະທານ ໂຮ່ຈີມິນ ຢູ່ນະຄອນ ໂຮ່ຈີມິນ

(VOVWORLD) - ຢູ່ນະຄອນ ໂຮ່ຈີມິນ ມີຮ່ອງຮອຍສະຖານປະຫວັດສາດ ລະດັບຊາດພິເສດ ເຊິ່ງແມ່ນແຫ່ງທີ່ປະທານ ໂຮ່ຈີມິນ ໄດ້ຢູ່ເປັນເວລາ 9 ເດືອນ ກ່ອນທີ່ອອກເດີນທາງໄປຕ່າງປະເທດ ເພື່ອຊອກຫາເສັ້ນທາງກູ້ຊາດ. ນັ້ນແມ່ນເຮືອນເລກທີ 1 – 2 - 3 ກວາຍແຕັດເຕີດ, ເຈິເຫຼີນ, ປະຈຸບັນແມ່ນເຮືອນເລກທີ 5 ຖະໜົນ ເຈົາວັນລຽມ ຂຶ້ນກັບຕາແສງ 14 ເມືອງ 5. ເຮືອນຫຼັງນ້ອຍທີ່ລຽບງ່າຍນີ້ ໄດ້ເປັນອະນຸສອນຂອງເພິ່ນ ບົນເສັ້ນທາງອອກໄປຕ່າງປະເທດ ເພື່ອຊອກຫາເສັ້ນທາງກູ້ຊາດ ປັດຈຸບັນຖືກເອີ້ນດ້ວຍຊື່ ເປັນໜ້າເຄົາລົບ ແລະ ໃກ້ຊິດທີ່ສຸດ ນັ້ນແມ່ນ “ເຮືອນລຸງ ໂຮ່”

ເຮືອນແຫ່ງຂີດໝາຍຂອງປະທານ ໂຮ່ຈີມິນ ຢູ່ນະຄອນ ໂຮ່ຈີມິນ