ຄົ້ນຫາຫວຽດນາມ

20/05/2020

ເຂດປູຊະນີຍະສະຖານລະດັບຊາດພິເສດປ່າ ເຈິ່ນຮຶງດ້າວ - ບ່ອນກຳເນີດກອງທັບປະຊາຊົນ ຫວຽດນາມ

(VOVWORLD) -ເຂດປູຊະນີຍະສະຖານລະດັບຊາດພິເສດປ່າ ເຈິ່ນຮຶງດ້າວ ນອນຢຸ່ຕີນພູ ຊາມກາວ ຂຶ້ນກັບບໍລິເວນສອງຕາແສງ ຕາມກີມ ແລະ ຮວາຖ໋າມ ເມືອງ ງວຽນບິ່ງ ແຂວງ ກາວບັ່ງ. ຫ່າງຈາກນະຄອນ ກາວບັ່ງ ປະມານ 50 ກິໂລແມັດ ໄປທາງທິດຕາເວັນຕົກສຽງໃຕ້, ນີ້ແມ່ນບ່ອນເກັບຮັກສາລະບົບບັນດາປູຊະນີຍະສະຖານ ຕິດພັນກັບໄລຍະປະຫວັດສາດສຳຄັນພິເສດ ຂອງການປະຕິວັດ ຫວຽດນາມ ແລະ ມາຮອດປັດຈຸບັນ ໄດ້ກາຍເປັນສະຖານທີ່ແດງ ໃນການເດີນທາງກັບຄືນສູ່ດິນແດນ ກາວບັ່ງ

ເຂດປູຊະນີຍະສະຖານລະດັບຊາດພິເສດປ່າ ເຈິ່ນຮຶງດ້າວ - ບ່ອນກຳເນີດກອງທັບປະຊາຊົນ ຫວຽດນາມ
13/05/2020

ຢ້ຽມຢາມບ້ານເກີດຂອງປະທານ ໂຮ່ຈີມິນ ໃນຍາມເດືອນ ພຶດສະພາ

(VOVWORLD) -ເງະອານ ເຊິ່ງແມ່ນແຂວງຢູ່ພາກກາງຫວຽດນາມ ທີ່ເຕັມໄປດ້ວຍແດດຮ້ອນເອົ້າ ແລະ ລົມແຮງ ທັງເປັນດິນແດນທີ່ສັກສິດ ໃຫ້ກຳເນີດບັນດານັກວິລະຊົນ, ບູລຸດຜູ້ທີ່ມີຊື່ສຽງ ໃນນັ້ນມີທ່ານປະທານ ໂຮ່ຈີມິນ. ເມືອງ ນາມດ່ານ ເຊິ່ງແມ່ນບ້ານເກີດຂອງປະທານ ໂຮ່ຈີມິນ ແມ່ນແຫ່ງເກັບຮັກສາບັນດາວັດຖຸພັນ ເອກະສານ ວັດທະນະທຳ ປະຫວັດສາດ ໃນຄາວເຍົາໄວຂອງປະທານ ໂຮ່ຈີມິນ

ຢ້ຽມຢາມບ້ານເກີດຂອງປະທານ ໂຮ່ຈີມິນ ໃນຍາມເດືອນ ພຶດສະພາ
06/05/2020

ຢ້ຽມຢາມບັນດາສະຖານທີ່ແດງຢູ່ ນະຄອນໂຮ່ຈີມິນ

(VOVWORLD) -ໃນຊຸມມື້ນີ້, ພ້ອມກັບທົ່ວປະເທດ, ນະຄອນໂຮ່ຈີມິນ ພວມຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ ເພື່ອສະເຫຼີມສະຫຼອງ 45 ປີແຫ່ງວັນປົດປ່ອຍພາກໃຕ້ ທ້ອນໂຮມປະເທດຊາດເປັນເອກະພາບ. ມີແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ພ້ອມກັບຊາວນະຄອນເປັນຈຳນວນຫຼາຍ ໄດ້ມາຢ້ຽມຢາມສະຖານທີ່ແດງ ເຊິ່ງເຂັ້ມຂົ້ນໄປດ້ວຍຂີດໝາຍມູນເຊື້ອປະຕິວັດຂອງນະຄອນ ທີ່ໃສ່ຊື່ຂອງ ປະທານ ໂຮ່ຈີມິນ ຄື ທຳນຽບເອກະລາດ, ທ່າກ່ຳປັ່ນ ຍ່າຣົງ, ລະບົບຂຸມໃຕ້ດິນ ກູ໋ຈີ, ເຂດຖານທີ່ໝັ້ນ ຣຶ່ງຊາກ… ເພື່ອພ້ອມກັນຫວນຄືນໜ້າປະຫວັດສາດ ທີ່ສະຫງ່າອົງອາດຂອງຊາດ ແລະ ສະແດງຄວາມຮູ້ບຸນຄຸນ ຕໍ່ບັນດາຜູ້ທີ່ໄດ້ເສຍສະຫຼະຊີວິດ ເພື່ອເອກະລາດ, ອິດສະຫຼະພາບຂອງປະເທດຊາດ

ຢ້ຽມຢາມບັນດາສະຖານທີ່ແດງຢູ່ ນະຄອນໂຮ່ຈີມິນ
29/04/2020

ເຈື່ອງຊາ - ໝູ່ເກາະທີ່ກ້າແກ່ນຢູ່ເຂດທະເລ ດ້ວຍຄື້ນຍັກລົມແຮງ

(VOVWORLD) -ໃນຊຸມມື້ກ່ອນນີ້ 45 ປີ (1975 – 2020) ໝູ່ເກາະເຈື່ອງຊາ ປັດຈຸບັນແມ່ນເມືອງ ເກາະເຈື່ອງຊາ ແຂວງ ແຄັ໊ງຮວ່າ ໄດ້ຮັບການປົດປ່ອຍ. ພາຍຫຼັງ 45 ປີ ແຫ່ງການກໍ່ສ້າງ, ຂະຫຍາຍຕົວ ແລະ ເຕີບໃຫຍ່, ກອງທັບ ແລະ ປະຊາຊົນ ເຈື່ອງຊາ ຍາມໃດກໍ່ສາມັກຄີກັນ ແກ້ໄຂຄວາມຫຍຸ້ງຍາກ ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈ ປະກອບສ່ວນກໍ່ສ້າງເມືອງເກາະ ໃຫ້ຮັ່ງມີທາງດ້ານເສດຖະກິດ ເຂັ້ມແຂງທາງດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ຍົກສູງກຳລັງຄວາມສາມາດ, ສະຕິລະວັງຕົວຢ່າງບໍ່ຢຸດຢັ້ງ ກຽມພ້ອມຕໍ່ສູ້ປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະ ທີ່ສັກກາລະບູຊາຂອງປະເທດຊາດ

ເຈື່ອງຊາ - ໝູ່ເກາະທີ່ກ້າແກ່ນຢູ່ເຂດທະເລ ດ້ວຍຄື້ນຍັກລົມແຮງ
22/04/2020

ຊາ ຊານຕວຽດ ສວຍຢ່າງ - ລົດຫອມພິເສດຢູ່ເຂດພູຜາປ່າໄມ້ ເຕິຍບັກ

(VOVWORLD) - ສວຍຢ່າງ ແມ່ນຕາແສງເຂດພູສູງ ຂຶ້ນກັບເມືອງ ວັນເຈິ໊ນ ແຂວງ ອຽນບ໊າຍ. ໂດຍຖືກຕັ້ງຢູ່ຄວາມສູງເກືອບ 1.400 ແມັດ, ສວຍຢ່າງ ຖືກອຸປະມາດັ່ງເທດສະບານເມືອງທ່ອງທ່ຽວ ຊາປາ ຂອງແຂວງ ລາວກາຍ ຫຼື ນະຄອນດ່າຫຼາດ ໃນແຂວງ ເລິ່ມດົ່ງ ຍ້ອນດິນຟ້າອາກາດເຢັນສະບາຍຕະຫຼອດປີ. ປັດຈຸບັນ ແຂກທ່ອງທ່ຽວບໍ່ພຽງແຕ່ມາ ສວຍຢ່າງ ເພື່ອພັກຜ່ອນຢ່ອນອາລົມເທົ່ານັ້ນ ຫາກຍັງມານີ້ ເພື່ອຊີມລົດຊາດພິເສດຂອງ ຊາຊານຕວຽດ ທີ່ປຸງມາຈາກຕົ້ນຊາໃຫຍ່ມີອາຍຸນັບ 100 ປີ

ຊາ ຊານຕວຽດ ສວຍຢ່າງ - ລົດຫອມພິເສດຢູ່ເຂດພູຜາປ່າໄມ້ ເຕິຍບັກ
15/04/2020

ຝູອຽນ - ດິນແດນທີ່ເຕັມໄປດ້ວຍແສງແດດ, ລົມ ແລະ ຄວາມງາມມະຫັດສະຈັນ

(VOVWORLD) -ໂດຍມີຊື່ສຽງດົງດັງຜ່ານຮູບເງົາເລື່ອງ “ຂ້ອຍເຫັນດອກໄມ້ເຫຼືອງບານເທິງທົ່ງຫຍ້າຂຽວອຸ່ມທຸ່ມ”, ແຂວງ ຝູອຽນ ໄດ້ ແລະ ພວມກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ທັງຢູ່ພາຍໃນ ແລະ ຕ່າງປະເທດ. ນອກຈາກບັນດາສະຖານທີ່ລືຊື່ຄື ໝຸຍດ້ຽນ, ແກ້ງດ໊າເດ໊ຍ, ບັນດາຫາດຊາຍທະເລ ດ້ວຍນ້ຳຂຽວ ແລະ ໃສເຢັນ… ຝູອຽນ ຍັງເປັນທີ່ຮູ້ຈັກກັນດີ ດ້ວຍອາຫານການກິນທີ່ອຸດົມສົມບູນ ແລະ ເປັນເອກະລັກ, ຊາວທ້ອງຖິ່ນມີຄວາມເມດຕາປານີ ແລະ ມີຈິດໃຈຮັກແພງແຂກ

ຝູອຽນ - ດິນແດນທີ່ເຕັມໄປດ້ວຍແສງແດດ, ລົມ  ແລະ  ຄວາມງາມມະຫັດສະຈັນ
08/04/2020

ບວນມາທວັດ - ຕົວເມືອງໃຈກາງໃນເຂດ ໄຕງວຽນ

(VOVWORLD) -ນະຄອນບວນມາທວັດ ມີເນື້ອທີ່ຫຼາຍກວ່າ 370 ຕະລາງກິໂລແມັດ, ມີຈຳນວນປະຊາກອນຫຼາຍກວ່າ 500.000 ຄົນ ເຊິ່ງປະກອບດ້ວຍເຜົ່າກິງ, ເອເດ, ກະຮໍ, ກະຕູ, ເຊີດັງ, ຢາລາຍ… ນີ້ແມ່ນນະຄອນໃຫຍ່ກວ່າໝູ່ຢູ່ເຂດ ໄຕງວຽນ ແລະ ແມ່ນຕົວເມືອງເຂດພູດອຍ ທີ່ມີຈຳນວນປະຊາກອນຫຼາຍກວ່າໝູ່ໃນ ຫວຽດນາມ. ຕາມແຜນກຳນົດເຖິງປີ 2030, ວິໄສທັດເຖິງປີ 2045, ນະຄອນບວນມາທວັດ ເມືອງເອກຂອງແຂວງ ດັກລັກ ຈະກາຍເປັນຕົວເມືອງໃຈກາງໃນເຂດ ໄຕງວຽນ

ບວນມາທວັດ - ຕົວເມືອງໃຈກາງໃນເຂດ ໄຕງວຽນ
01/04/2020

ສະຖາປັດຕະຍະກຳທີ່ໂດດເດັ່ນຂອງ ວັດບຸດທາບ ຢູ່ແຂວງ ບັກນິງ

(VOVWORLD) -ວັດບຸດທາບ ຍັງມີຊື່ເອີ້ນວ່າ ວັດນິງຟຸກ ຖືກຕັ້ງຢູ່ທາງທິດຕາເວັນຕົກຂອງບ້ານ ບຸດທາບ ຕາແສງ ດິ້ງໂຕ໋ ເມືອງ ທ້ວນແທັ່ງ ແຂວງ ບັກນິງ ຫ່າງຈາກໃຈການ ຮ່າໂນ້ຍ ປະມານ 25 ກິໂລແມັດ ໄປທາງທິດຕາເວັນອອກ. ບຸດທາບ ແມ່ນໜຶ່ງໃນບັນດາວັດເກົ່າແກ່ ແລະ ມີ ສະຖາປັດຕະຍະກຳທີ່ເປັນເອກະລັກ ແລະ ໄດ້ຮັບການກໍ່ສ້າງມາກ່ອນນີ້ເກືອບ 800 ປີ ນີ້ແມ່ນສະຖານທີ່ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຊົມໄຫວ້ບູຊາ ທັດສະນະສຶກສາຢ່າງຫຼວງຫຼາຍ

ສະຖາປັດຕະຍະກຳທີ່ໂດດເດັ່ນຂອງ ວັດບຸດທາບ ຢູ່ແຂວງ ບັກນິງ
25/03/2020

ດອກບານ - ດອກໄມ້ທີ່ເປັນສັນຍາລັກ ຂອງເຂດພູຜາປ່າໄມ້ ໄຕບັກ

(VOVWORLD) - ນັບແຕ່ໃດໆມາ, ດອກບານໄດ້ເຂົ້າສູ່ຊີວິດ ທາງດ້ານວັດທະນະທຳ, ຈິດວິນຍານຂອງພໍ່ແມ່ພີ່ນ້ອງບັນດາເຜົ່າເຂດ ໄຕບັກ (ໝາຍເຖິງເຂດທາງທິດຕາເວັນຕົກສຽງເໜືອຂອງ ຫວຽດນາມ), ເປັນຕົ້ນແມ່ນເຜົ່າຜູ້ໄທ, ເຜົ່າໄຕ… ປະຊາຊົນຢູ່ແຫ່ງນີ້ ໄດ້ຖືດອກບານ ແມ່ນດອກໄມ້ຊະນິດພິເສດກ່ອນໝູ່ ເມື່ອທຽບໃສ່ດອກໄມ້ຊະນິດອື່ນໆ ແລະ ແມ່ນໜຶ່ງໃນບັນດາສິນພິເສດຂອງເຂດພູຜາປ່າໄມ້ ໄຕບັກ ໃນຊຸມວັນເດືອນ 3 ນີ້. ຕົ້ນດອກບານມີລວງສູງແຕ່ 2 ຫາ 6 ແມັດ, ລຳຕົ້ນບໍ່ກ້ຽງ, ມີສີຂີ້ເຖົ່າ, ມີຫຼາຍກິ່ງຫຼາຍກ້ານຍາວ. ດອກບານມີກິ່ນຫອມຫວນ ແລະ ເຄີຍບານສະພັ່ງໃນລະດູບານໃໝ່

ດອກບານ - ດອກໄມ້ທີ່ເປັນສັນຍາລັກ ຂອງເຂດພູຜາປ່າໄມ້ ໄຕບັກ
18/03/2020

ນ້ຳຕົກຕາດອາໂນ- ສະຖານທີ່ທ່ອງທ່ຽວທີ່ດູດດື່ມ ທີ່ເຂດພູສູງອາເລື້ອຍ, ແຂວງເທື່ອທຽນເຫ້ວ

(VOVWORLD) - ເມືອງພູສູງອາເລື້ອຍ, ແຂວງເທື່ອທຽນເຫ້ວຖືກທຳມະຊາດດົນບັນດານໃຫ້ມີທິວທັດທຳມະຊາດທີ່ງົດງາມຫຼາຍແຫ່ງເຊັ່ນ: ປ່າດົງດິບ ອາຣ່ວາງ, ນ້ຳຕົກຕາດອາໂນ, ຫ້ວຍອາລິນ, ຫ້ວຍເປີແລ…ມາຮອດແຫ່ງນີ້, ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບບັນຍາກາດທີ່ກ້ວາງໃຫຍ່ໄພສານຂອງພູຜາປ່າໄມ້ ເຈື່ອງເຊີນ, ໄດ້ອາບນ້ຳໃນກະແສນ້ຳໃສເຢັນຢູ່ຕາມຫ້ວຍ, ໄດ້ຮັບຊົມຄວາມງາມຂອງ ນ້ຳຕົກຕາດຂາວກະຈະ ໄຫຼລົງຈາກທີ່ສູງນັບຮ້ອຍແມັດ

ນ້ຳຕົກຕາດອາໂນ- ສະຖານທີ່ທ່ອງທ່ຽວທີ່ດູດດື່ມ ທີ່ເຂດພູສູງອາເລື້ອຍ, ແຂວງເທື່ອທຽນເຫ້ວ