ການຍົກຍ້າຍໝູນວຽນພະນັກງານ: ມາດຕະການໃຫ່ຍເພື່ອແນໃສ່ປ່ຽນແປງໃໝ່ວຽກງານພະນັກງານຂອງພັກ
(VOVWORLD) - ໃນວາລະປະຊຸມຄັ້ງທີ 2 (ວັນທີ 21 ສິງຫາ) ຂອງອະນຸກຳມະການພະລາກອນ ກອງປະຊຸມໃຫ່ຍຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ, ທ່ານເລຂາທິການໃຫ່ຍ, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ເນັ້ນໜັກວ່າ ໃນບໍ່ວ່າໄລຍະເວລາປະຕິວັດໃດ, ບໍ່ວ່າຂົງເຂດໃດ, ທ້ອງຖິ່ນໃດ, ຍາມໃດພະນັກງານກໍ່ສວມບົດບາດຕັດສິນ. ຕາມຕົວຈິງ, ນັບແຕ່ຫຼັງກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກ, ຫຼາຍແຂວງ ນະຄອນໄດ້ຜັນຂະຫຍາຍວຽກງານພະນັກງານຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນການຍົກຍ້າຍໝູນວຽນພະນັກງານຫຼັກແຫລ່ງ. ນີ້ແມ່ນມາດຕະການໃຫ່ຍເພື່ອແນໃສ່ປ່ຽນແປງໃໝ່ວຽກງານພະນັກງານຂອງພັກໃນສະພາບການໃຫ່ມ.










