ນັກລົງທຶນຕ່າງປະເທດສືບຕໍ່ຕັ້ງຄວາມເຊື່ອໝັ້ນຕໍ່ສະພາບແວດລ້ອມແຫ່ງການລົງທຶນ ຢູ່ ຫວຽດນາມ
(VOVWORLD) - ໃນສະພາບການເສດຖະກິດທົ່ວໂລກ ພວມປະເຊີນໜ້າກັບຄວາມຫຍຸ້ງຍາກໃນໄລຍະ 6 ເດືອນຕົ້ນປີ 2024, ຫວຽດນາມ ຍັງຄົງນັບມື້ນັບດຶງດູກໃຈນັກລົງທຶນຕ່າງປະເທດ ແລະ ຍາມໃດກໍນອນໃນບັນຊີບຸລິມະສິດ. ສິ່ງດັ່ງກ່າວໄດ້ສະແດງຜ່ານການເຕີບໂຕຂອງກະແສເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ທີ່ລົງທຶນເຂົ້າ ຫວຽດນາມ ກໍຄືດັດຊະນີຄວາມໄວ້ເນື້ອເຊື່ອໃຈຂອງວິສາຫະກິດຕ່າງປະເທດສຳລັບແງ່ຫວັງເສດຖະກິດ ຫວຽດນາມ ຍາມໃດກໍຮັກສາຢູ່ໃນລະດັບທີ່ຕັ້ງໜ້າ.










