ຊຸກຍູ້ຜົນປະໂຫຍດຍຸດທະສາດ ສອງຝ່າຍ ຫວຽດນາມ - ຕີມໍແລັດສະແຕ
(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ໂຕເລິມ, ທ່ານ Jose Ramos-Horta ປະທານາທິບໍດີ ສາທາລະນະລັດ ປະຊາທິປະໄຕ ຕີມໍແລັດສະແຕ ຢ້ຽມຢາມທາງລັດຖະກິດ ຢູ່ ຫວຽດນາມໃນລະຫວ່າງວັນທີ 31 ກໍລະກົດ ຫາວັນທີ 3 ສິງຫາ. ການຢ້ຽມຢາມແມ່ນກາລະໂອກາດເພື່ອໃຫ້ສອງຝ່າຍສືບຕໍ່ແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ການຮ່ວມມື, ເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງຂຶ້ນຕື່ມ.










