Startup ຫວຽດນາມ ສືບຕໍ່ບຸກທະລຸບືນຕົວຂຶ້ນ, ປະຕິບັດຄວາມຄາດຫວັງຂອງຊາດໃຫ້ປະກົດຜົນເປັນຈິງ
(VOVWORLD) -ໃນໄລຍະຜ່ານມາ, ໃນສະພາບການທີ່ຂົງເຂດເສດຖະກິດ-ສັງຄົມເກືອບທັງໝົດຂອງ ຫວຽດນາມ ຖືກຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19, ປະຊາຄົມວິສາຫະກິດ Startup ຍັງມີການເຕີບໂຕ ແລະ ບືນຕົວຂຶ້ນເປັນຢ່າງດີ, ເຊິ່ງສະແດງໃຫ້ເຫັນຜ່ານດັດຊະນີຕ່າງໆ, ພິເສດແມ່ນກ່ຽວກັບແຫຼ່ງເງິນລົງທຶນທີ່ດຶງດູດມາໄດ້. ມີຜູ້ຊ່ຽວຊານ ແລະ ນັກຄຸ້ມຄອງໃນຂົງເຂດ Startup ຫຼາຍທ່ານໄດ້ຕີລາຄາວ່າ Startup ຫວຽດນາມ ພວມສະແດງໃຫ້ເຫັນຄວາມຄາດຫວັງ ແລະ ຄວາມຕັດສິນໃຈບືນຕົວຂຶ້ນຢ່າງແຮງ.










