ວິສາຫະກິດຂອງຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ເປັນຂົວຕໍ່ແກ່ການສົ່ງສິນຄ້າໄປຍັງຕະຫຼາດເອີຣົບ
(VOVWORLD) - ຕາມການສະຖິຕິແລ້ວ, ປັດຈຸບັນ ມີວິສາຫະກິດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ປະມານ 3500 ແຫ່ງພວມເຄື່ອນໄຫວຢູ່ຫຼາຍປະເທດ ແລະ ເຂດແຄວ້ນໃນໂລກ. ນີ້ແມ່ນແຫຼ່ງກຳລັງສໍາຄັນຊ່ວຍໂຄສະນາ ແລະ ນຳສິນຄ້າ ຫວຽດນາມ ຈຳໜ່າຍຢູ່ປະເທດປະຈຳຖິ່ນ. ປັດຈຸບັນ, ຫວຽດນາມ ພວມເຂົ້າຮ່ວມສົນທິສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA), ບັນດາວິສາຫະກິດຂອງຊາວ ຫວຽດນາມ ອາໄສ ຢູ່ ຕ່າງປະເທດ ໄດ້ ແລະ ພວມກາຍເປັນຂົວຕໍ່ນຳສິນຄ້າ ຫວຽດນາມ ເຂົ້າສູ່ເອີຣົບເວົ້າລວມ ແລະ ບັນດາປະເທດສະມາຊິກ ອີຢູ ເວົ້າສະເພາະ.










