ເສດຖະກິດ

23/11/2021

ຕະຫລາດພາຍໃນປະເທດ- ພື້ນຖານເພື່ອໃຫ້ວິສາຫະກິດຟື້ນຕົວ ແລະ ພັດທະນາ

(VOVWORLD) - ໂລກລະບາດໂຄວິດ -19 ບໍ່ພຽງແຕ່ສົ່ງຜົນສະທ້ອນເຖິງການເຄື່ອນໄຫວນຳເຂົ້າສົ່ງອອກສິນຄ້າເທົ່ານັ້ນ ຫາກຍັງເຮັດໃຫ້ລະບົບສະຫນອງ ແລະ ການຈໍລະຈອນສິນຄ້າຖືກຂາດວັກຂາດຕອນ. ໃນສະພາບການນັ້ນ, ຕະຫລາດພາຍໃນປະເທດ ດ້ວຍພົນລະເມືອງເກືອບ 100 ລ້ານຄົນ ໄດ້ຮັບຖືວ່າ ແມ່ນພື້ນຖານເພື່ອໃຫ້ວິສາຫະກິດຂຸດຄົ້ນຜ່ານຜ່າຄວາມຫຍຸ້ງຍາກ, ຊຸກຍູ້ການເຕີບໂຕ.

ຕະຫລາດພາຍໃນປະເທດ- ພື້ນຖານເພື່ອໃຫ້ວິສາຫະກິດຟື້ນຕົວ ແລະ ພັດທະນາ
16/11/2021

ວິສາຫະກິດ ຫວຽດນາມ ກັບຄືນສູ່ການຜະລິດ, ສົ່ງອອກເປັນປົກກະຕິໂດຍໄວ

(VOVWORLD) -ໄລ່ຮອດເດືອນຕຸລາ ປີ 2021, ວົງເງິນສົ່ງອອກສິນຄ້າຂອງຫວຽດນາມ ຄາດວ່າ ບັນລຸເກືອບ 268 ຕື້ USD, ເພີ່ມຂຶ້ນ 16,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ເດືອນ ຕຸລາ ປີ 2021, ວົງເງິນສົ່ງອອກຄາດວ່າບັນລຸກວ່າ 27 ຕື້ USD, ເພີ່ມຂຶ້ນ 1% ເມື່ອທຽບກັບເດືອນກ່ອນ ແລະ 0,3% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ນີ້ແມ່ນສັນຍານທີ່ປິຕິຊົມຊື່ນຂອງເສດຖະກິດ ແລະ ການຟື້ນຟູຢ່າງວ່ອງໄວຂອງປະຊາຄົມວິສາຫະກິດ ຫວຽດນາມ ໃນການຜະລິດ ແລະ ສົ່ງອອກ.

ວິສາຫະກິດ ຫວຽດນາມ ກັບຄືນສູ່ການຜະລິດ, ສົ່ງອອກເປັນປົກກະຕິໂດຍໄວ
09/11/2021

ຍູ້ແຮງການປ່ອຍແຫລ່ງເງິນລົງທຶນພາກລັດເພື່ອກະຕຸກຊຸກຍູ້ການເຕີບໂຕເສດຖະກິດ

(VOVWORLD) - ລັດຖະບານ ຫາກໍ່ປະກາດໃຊ້ມະຕິເລກທີ 128 ກ່ຽວກັບການກຳນົດຊົ່ວຄາວ “ການຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ -19 ຢ່າງມີປະສິດທິຜົນ”. ປະຈຸບັນ ໂລກລະບາດ ໄດ້ຮັບການຄວບຄຸມໃນເບື້ອງຕົ້ນຢູ່ຈຸດຮ້ອນເຮັ່ງ ແມ່ນເຂດເສດຖະກິດພາກໃຕ້, ນີ້ໄດ້ຮັບຖືວ່າ ແມ່ນກາລະໂອກາດເພື່ອໃຫ້ເຂດນີ້ ກັບຄືນມາສູ່ບົດບາດນຳຫນ້າ, ນຳປະເທດຊາດກ້າວເຂົ້າສູ່ຊີວິດປົກກະຕິແບບໃຫມ່. ໃນນັ້ນ ສຸມໃສ່ປ່ອຍແຫງ່ເງິນລົງທຶນ, ຈຸດສຸມແມ່ນການລົງທຶນພາກລັດ ໂດຍໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກລັດຖະບານ ແລະ ຖືນີ້ແມ່ນໄມ້ງັດໃຫ້ແກ່ການຟື້ນຟູເສດຖະກິດຂອງປະເທດຊາດ.

ຍູ້ແຮງການປ່ອຍແຫລ່ງເງິນລົງທຶນພາກລັດເພື່ອກະຕຸກຊຸກຍູ້ການເຕີບໂຕເສດຖະກິດ
19/10/2021

ນະຄອນຫລວງ ຮ່າໂນ້ຍ ກັບຄືນສູ່ສະພາບເປັນປົກກະຕິເທື່ອລະກ້າວເພື່ອພັດທະນາເສດຖະກິດ

(VOVWORLD) - ເມື່ອໂຄວິດ -19 ລະບາດຮອບທີ 4 ໃນທ້າຍເດືອນ ເມສາ, ນະຄອນຫລວງ ຮ່າໂນ້ຍ ແມ່ນຫນຶ່ງໃນບັນດາແຂວງ, ນະຄອນ ທີ່ຖືກຜົນສະທ້ອນຢ່າງຫນັກຫນ່ວງກ່ຽວກັບດ້ານເສດຖະກິດສັງຄົມ. ເຖິງຢ່າງໃດກໍຕາມ, ດ້ວຍວິທີເຮັດຢ່າງຂ້ຽວຂາດ, ຍາດແຍ່ງໄດ້ “ຈຸດເວລາສຳຄັນທີ່ສຸດ” ເພື່ອວິໄຈຫາເຊື້ອ, ສັກວັກຊິນກັນໂຄວິດ, ຮ່າໂນ້ຍ ຄວບຄຸມໂລກລະບາດໄດ້ໂດຍພື້ນຖານ, ກັບຄືນສູ່ສະພາບເປັນປົກກະຕິເພື່ອພັດທະນາເສດຖະກິດ.

ນະຄອນຫລວງ ຮ່າໂນ້ຍ ກັບຄືນສູ່ສະພາບເປັນປົກກະຕິເທື່ອລະກ້າວເພື່ອພັດທະນາເສດຖະກິດ
18/10/2021

ແຂວງ ຮຶງອຽນ ບົນເສັ້ນທາງກາຍເປັນທ້ອງຖິ່ນຫັນເປັນດີຈິຕອນ

(VOVWORLD) - ແຂວງ ຮຶງອຽນ ກຳນົດວ່າ ການຫັນເປັນດີຈິຕອນ ແມ່ນຫນຶ່ງໃນບັນດາຫນ້າທີ່ຈຸດສຸມ ຍ້ອນວ່າ ນີ້ແມ່ນທ່າອ່ຽງພັດທະນາທີ່ແນ່ນອນ. ຮຶງອຽນ ພວມຄົ້ນຄ້ວາການສ້າງໂຄງການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສ້າງແຜນຮ່າງຫັນເປັນດີຈິຕອນ.

ແຂວງ ຮຶງອຽນ ບົນເສັ້ນທາງກາຍເປັນທ້ອງຖິ່ນຫັນເປັນດີຈິຕອນ
17/10/2021

ສ້າງ​ລະ​ບົບ​ຊີ​ວະ​ພາບ​ແບບ​ຍືນ​ຍົງ ເພື່ອ​ດຶງ​ດູດ​ການ​ລົງ​ທຶນ​ເຂົ້າ​ເຂດ​ອຸດ​ສາ​ຫະ​ກຳ

(VOVWORLD) -ໃນຊຸມປີຜ່ານມາ, ແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າມາ ຫວຽດນາມ ນັບມື້ນັບເພີ່ມຂຶ້ນ. ເຖິງຢ່າງໃດກໍຕາມ, ຕໍ່ໜ້າການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ - 19 ໃນເກືອບ 2 ປີຜ່ານມາ, ບັນດານັກລົງທຶນຕ່າງກໍມີຄວາມປາດຖະໜາ ຢາກກໍ່ສ້າງເຂດອຸດສາຫະກຳຕາມທິດສ້າງເປັນລະບົບຊີວະພາບແບບຍືນຍົງ.

ສ້າງ​ລະ​ບົບ​ຊີ​ວະ​ພາບ​ແບບ​ຍືນ​ຍົງ ເພື່ອ​ດຶງ​ດູດ​ການ​ລົງ​ທຶນ​ເຂົ້າ​ເຂດ​ອຸດ​ສາ​ຫະ​ກຳ
12/10/2021

ຫາຍ​ຟ່ອງ ມຸ່ງ​ໄປ​ເຖິງ​ສູນ​ບໍ​ລິ​ການ logistics ​ຂອງສາ​ກົນ ແລະ ພາກ​ພື້ນ

(VOVWORLD) -ຕາມແຜນຮ່າງດັດປັບການວາງແຜນກຳນົດພັດທະນາເສດຖະກິດ - ສັງຄົມ ຫາຍຟ່ອງ ຮອດປີ 2030, ລະດັບການເຕີບໂຕການບໍລິການ logistics ໄລຍະ ປີ 2021-2025 ບັນລຸລະດັບສະເລ່ຍແມ່ນ 16 -18%/ປີ ແລະ ໄລຍະ 2026-2030 ແມ່ນ 17%/ປີ. ການກຳນົດທິດລວມແກ່ການພັດທະນາການບໍລິການ logistics ແມ່ນສ້າງນະຄອນຫາຍຟ່ອງໃຫ້ກາຍເປັນສູນພັດທະນາການບໍລິການ logistics ຂອງຊາດ ແລະ ຂອງພາກພື້ນ; ສ້າງບັນດາກຸ່ມວິສາຫະກິດໃຫຍ່ໃນຂົງເຂດສະຫນອງການບໍລິການທ່າກຳປັ່ນດ້ວຍຄຸນນະພາບສູງເທື່ອລະກ້າວ, ມີກຳລັງຄວາມສາມາດພຽງພໍເພື່ອແກ້ງແຍ່ງກັບບັນດາວິສາຫະກິດຕ່າງປະເທດ.

ຫາຍ​ຟ່ອງ ມຸ່ງ​ໄປ​ເຖິງ​ສູນ​ບໍ​ລິ​ການ logistics ​ຂອງສາ​ກົນ ແລະ ພາກ​ພື້ນ
05/10/2021

ຫາຍ​ຟ່ອງ​ບົນ​ເສັ້ນ​ທາງ​ກາຍ​ເປັນ​ສູນ​ກາງ​ທ່ອງ​ທ່ຽວ​ສາ​ກົນ

(VOVWORLD) -ພາຍຫລັງໂລກລະບາດໂຄວິດ -19 ໄດ້ຄວບຄຸມດີພໍສົມຄວນ, ນະຄອນ ຫາຍຟ່ອງ ໄດ້ຂຶ້ນແຜນການຈັດຕັ້ງຫລາຍເຫດການ ເພື່ອກະຕຸ້ນການທ່ອງທ່ຽວ. ບໍ່ພຽງແຕ່ຫັນເປັນຫລາຍຮູບຫລາຍແບບ, ພັດທະນາຫລາຍຜະລິດຕະພັນທ່ອງທ່ຽວໃຫມ່ເທົ່ານັ້ນ ຫາກບັນດາວິສາຫະກິດທ່ອງທ່ຽວຢູ່ ຫາຍຟ່ອງ ກໍ່ມີການປ່ຽນແປງວິທີສຳຜັດກັບບັນດາກຸ່ມເປົ້າໝາຍລະອຽດເພື່ອແນໃສ່ດຶງດູດນັກທ່ອງທ່ຽວ.

ຫາຍ​ຟ່ອງ​ບົນ​ເສັ້ນ​ທາງ​ກາຍ​ເປັນ​ສູນ​ກາງ​ທ່ອງ​ທ່ຽວ​ສາ​ກົນ
28/09/2021

ຫາຍຟ່ອງ ມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນ

(VOVWORLD) - ມາຮອດເດືອນ ສິງຫາ ປີ 2021, ນະຄອນ ຫາຍຟ່ອງ ດຶງດູດ 2,8 ຕື້ USD ແຫລ່ງເງິນລົງທຶນຈາກຕ່າງປະເທດ (FDI), ສູງທົບ 3,7 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ໃນສະພາບການໂລກລະບາດໂຄວິດ 19 ພວມຜັນແປໄປຢ່າງສັບສົນນັ້ນ, ນີ້ແມ່ນໝາກຜົນເປັນຫນ້າຮັບຮູ້, ນຳຫາຍຟ່ອງ ກາຍເປັນຫນຶ່ງໃນບັນດາ ສະຖານທີ່ດີເດັ່ນດຶງດູດທຶນ FDI ຂອງທົ່ວປະເທດ. ນອກຈາກການຄວບຄຸມໂລກລະບາດໄດ້ເປັນຢ່າງດີນັ້ນ, ນະຄອນ ຫາຍຟ່ອງ ຍັງມີຫລາຍວິທີເຮັດໃຫມ່ ພິເສດ ໃນການປະຕິຮູບດ້ານບໍລິຫານ, ເປີດກວ້າງເຂດ, ກຸ່ມອຸດສາຫະກຳເພື່ອຮັບຕ້ອນບັນດານັກລົງທຶນ.

ຫາຍຟ່ອງ ມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນ
26/09/2021

​ນຳເອົາ​ແນວ​ຄວາມ​ຄິດ​ startup ຂອງ​ນັກ​ສຶກ​ສາໃຫ້ປະກົດຜົນ​ເປັນ​ຈິງ

(VOVWORLD) -ປັດຈຸບັນ, ຢູ່ມະຫາວິທະຍາໄລແຫ່ງຕ່າງໆຢູ່ນະຄອນ ໂຮ່ຈີມິນ, ມີນັກສຶກສາຫຼາຍຄົນໄດ້ມີແນວຄວາມຄິດ startup ແລະ ເລີ່ມປະຕິບັດນັບຕັ້ງແຕ່ໃນເວລາທີ່ຕົນເອງຍັງຮຽນຢູ່. ໃນການເສັງ startup ຈຳນວນໜຶ່ງ, ມີໂຄງການຂອງນັກສຶກສາຈຳນວນບໍ່ໜ້ອຍໄດ້ຮັບການຕີລາຄາສູງ ແລະ ໄດ້ຮັບຄວາມສົນໃຈລົງທຶນຈາກອົງການຈັດຕັ້ງ, ວິສາຫະກິດ ເພື່ອພັດທະນາແນວຄວາມຄິດເຫຼົ່ານັ້ນໃຫ້ປະກົດຜົນເປັນຈິງ.

​ນຳເອົາ​ແນວ​ຄວາມ​ຄິດ​ startup ຂອງ​ນັກ​ສຶກ​ສາໃຫ້ປະກົດຜົນ​ເປັນ​ຈິງ