NASA ຈະຢຸດຊົ່ວຄາວໂຄງການກໍ່ສ້າງສະຖານີອາວະກາດໃນວົງໂຄຈອນດວງຈັນ
(VOVWORLD) - ວັນທີ 24 ມີນາ, ທ່ານ Jared Isaacman ຜູ້ອຳນວຍການອົງການການບິນອາວະກາດ ອາເມລິກາ (NASA) ໃຫ້ຮູ້ວ່າ ອົງການນີ້ ມີແຜນການຢຸດຕິຊົ່ວຄາວໂຄງການ Gateway ທີ່ເຄີຍແນໃສ່ສ້າງສະຖານີອາວະກາດໃນວົງໂຄຈອນດວງຈັນ ແລະ ແທນທີ່ນັ້ນແມ່ນຈະສຸມໃສ່ສ້າງ “ຖານທີ່ໝັ້ນ” ໃນໜ້າດວງຈັນ.










