ຍູ້ແຮງການຕ່າງປະເທດ ອາຊຽນ ແລະ ເພີ່ມທະວີການປົກປ້ອງຊາວປະມົງ, ຕ້ານ IUU, ເປີດກວ້າງການຮ່ວມມືດ້ານເສດຖະກິດ
(VOVWORLD) - ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ ກົວລາ ລຳເປີ, ມາເລເຊຍ (25-28/10), ຕອນເຊົ້າວັນທີ 28 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການເຮັດວຽກກັບເອກອັກຄະລັດຖະທູດ ຫວຽດນາມ ປະຈຳບັນດາປະເທດ ອາຊຽນ ທີ່ມີທະເລຕິດຕໍ່ກັບ ຫວຽດນາມ (ບຣູໄນ, ກຳປູເຈຍ,ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ໄທ) ແລະ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາຊຽນ.










