ຄົ້ນຫາຫວຽດນາມ

14/10/2020

ປູຍີຟາມ ສະຖານທີ່ທ່ອງທ່ຽວທີ່ຮົກເຮື້ອ ແລະ ເປັນໜ້າດູດດື່ມ ຢູ່ເຂດ ທາງທິດຕາເວັນຕົກສຽງເໜືອ

(VOVWORLD) -ເມື່ອມີໂອກາດໄປຢ້ຽມຢາມເຂດພູສູງໃນແຂວງ ເຊີນລາ ນອກຈາກໄດ້ຄົ້ນຫາເຂດແດນສະຫວັນ ຕາຊົວ, ຫາດດອນຫີນເກົ່າ ແຄໂຫ, ຖ້ຳອາຝູ, ໜອງດອກບົວ ຮວ່າຍ່ານ… ປັດຈຸບັນແຂກທ່ອງທ່ຽວຍັງຈະໄດ້ຄົ້ນຫາເຂດ ປູຍີຟາມ ໃນຕາແສງ ຟຽງບານ ເພື່ອຮັບຊົມຄວາມງາມແບບຮົກເຮື່ອ ຂອງເຂດພູສູງ. ຢູ່ແຫ່ງນີ້ດ້ວຍທິວທັດທຳມະຊາດໃຫຍ່ໂຕມະໂຫຖານ, ອາກາດເຢັນສະບາຍ ແລະ ປອດໂປ່ງ ເຊິ່ງແມ່ນສະຖານທີ່ທ່ອງທ່ຽວ, ພັກຜ່ອນຢ່ອນອາລົມທີ່ເປັນໜ້າຈັບໃຈ ໃນຊຸມວັນລະດູຮ້ອນ

ປູຍີຟາມ ສະຖານທີ່ທ່ອງທ່ຽວທີ່ຮົກເຮື້ອ ແລະ ເປັນໜ້າດູດດື່ມ  ຢູ່ເຂດ ທາງທິດຕາເວັນຕົກສຽງເໜືອ
07/10/2020

ເຂົ້າຮ່ວມລາຍການທ່ອງທ່ຽວ ຄ່ຳຄືນທີ່ສັກສິດ - ນ້ຳໃຈ ຫວຽດນາມ ສະຫວ່າງສະໄຫວ

(VOVWORLD) -ມາຮອດ ຮ່າໂນ້ຍ ໃນມື້ກາງເວັນ, ແຂກທ່ອງທ່ຽວທັງຫຼາຍອາດຈະເຂົ້າຮ່ວມໄປທ່ຽວຊົມ ບັນດາປູຊະນີຍະສາຖານປະຫວັດສາດ ວັດທະນະທຳ, ໄດ້ຊີມລົດຊາດ ບັນດາເຍື່ອງອາຫານພິເສດ ຫຼື ແວ່ຢາມບັນດາໝູ່ບ້ານອາຊີບຫັດຖະກຳ, ສ່ວນໃນຕອນຄ່ຳພວກເພື່ອນຈະເຮັດຫຍັງແດ່? ລາຍການຄົ້ນຫາຫວຽດນາມພາກນີ້, ຈະພາບັນດາເພື່ອນເຂົ້າຮ່ວມລາຍການທ່ອງທ່ຽວ “ຄ່ຳຄືນທີ່ສັກສິດ - ນ້ຳໃຈ ຫວຽດນາມ ສະຫວ່າງສະໄຫວ”

ເຂົ້າຮ່ວມລາຍການທ່ອງທ່ຽວ ຄ່ຳຄືນທີ່ສັກສິດ -  ນ້ຳໃຈ ຫວຽດນາມ ສະຫວ່າງສະໄຫວ
30/09/2020

ບິ່ງເຟືອກ - ດິນແດນທ່ອງທ່ຽວທີ່ຮົກເຮື້ອ ແລະ ດູດດື່ມ

(VOVWORLD) -ບິ່ງເຟືອກ ແມ່ນແຂວງຂຶ້ນກັບເຂດທາງທິດຕາເວັນອອກພາກໃຕ້ ມີຊື່ສຽງດ້ວຍບັນດາເນື້ອທີ່ປ່າທີ່ກວ້າງໃຫຍ່ໄພສານ ພ້ອມກັບທິວທັດທຳມະຊາດ ແລະ ບັນດາປູຊະນີຍະສະຖານປະຫວັດສາດ ທີ່ຍັງມີໜ້ອຍຄົນຮູ້ຈັກ. ຄວາມງາມຂອງ ບິ່ງເຟືອກ ຍັງຮົກເຮື້ອ ແລະ ລຽບງ່າຍ ຊຶ່ງພວມພົ້ນເດັ່ນຂຶ້ນແມ່ນສະຖານທີ່ທ່ອງທ່ຽວ ເພື່ອຄົ້ນຫາທີ່ຈັບໃຈຂອງແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ

ບິ່ງເຟືອກ - ດິນແດນທ່ອງທ່ຽວທີ່ຮົກເຮື້ອ ແລະ ດູດດື່ມ
23/09/2020

ຄວາມເປັນເອກະລັກຂອງລະຄອນຕຸກກະຕານ້ຳໃນບ້ານ ດົງງື ແຂວງ ບັກນິງ

(VOVWORLD) -ບ້ານ ດົງງື ຕາແສງ ຫງູຖາຍ ເມືອງ ທ້ວນແທັງ ແຂວງ ບັກນິງ ມີຊື່ສຽງດ້ວຍກອງລະຄອນຕຸກກະຕານ້ຳ ດົງງື. ຜ່ານໄລຍະທາງແຫ່ງປະຫວັດ, ມາຮອດປັດຈຸບັນ ກອງລະຄອນຕຸກກະຕານ້ຳບ້ານ ດົງງື ແມ່ນໜຶ່ງໃນຈຳນວນ 14 ກອງລະຄອນຕຸກກະຕາພື້ນເມືອງໃນທົ່ວປະເທດ ຍັງມີການເຄື່ອນໄຫວ ດ້ວຍບັນດາລາຍການສະແດງອັນເປັນເອກະລັກ ແລະ ອຸດົມສົມບູນ ເຊິ່ງເປັນການຢັ້ງຢືນພະລັງຊີວິດອັນຍືນຍົງ ຂອງປະເພດສິລະປະທີ່ເປັນເອກະລັກນີ້

ຄວາມເປັນເອກະລັກຂອງລະຄອນຕຸກກະຕານ້ຳໃນບ້ານ ດົງງື ແຂວງ ບັກນິງ
16/09/2020

ຄວາມປະທັບໃຈໃນລະດູໃບໄມ້ຫຼົ່ນຢູ່ ຮ່າໂນ້ຍ

(VOVWORLD) -ຮ່າໂນ້ຍສວຍງາມທີ່ສຸດ ແລະ ເປັນໜ້າຈັບໃຈທີ່ສຸດ ໃນຍາມເລີ່ມເຂົ້າສູ່ລະດູໃບໄມ້ຫຼົ່ນ. ຄວາມງາມໃນລະດູໃບໄມ້ ຫຼົ່ນຢູ່ ຮ່າໂນ້ຍ ມີຄວາມເປັນເອກະລັກສະເພາະ. ຢູ່ຕາມຖະໜົນຫົນທາງໃນຍາມລະດູໃບໄມ້ຫຼົ່ນ, ກໍ່ລ້ວນແຕ່ມີສີສັນພິເສດ ຂອງລະດູທີ່ສວຍງາມທີ່ສຸດໃນປີ

ຄວາມປະທັບໃຈໃນລະດູໃບໄມ້ຫຼົ່ນຢູ່ ຮ່າໂນ້ຍ
10/09/2020

ບັນດາສະຖານທີ່ທ່ອງທ່ຽວທີ່ດູດດື່ມ ຢູ່ແຂວງ ດົງນາຍ

(VOVWORLD) -ເປັນທີ່ຮູ້ຈັກກັນດີ ດ້ວຍທ່າແຮງໃນການພັດທະນາອຸດສາຫະກຳ, ແຕ່ແຂວງ ດົງນາຍ ກໍ່ຍັງມີບັນດາທ່າແຮງຢ່າງໃຫຍ່ຫຼວງ ກ່ຽວກັບການພັດທະນາການທ່ອງທ່ຽວ, ພິເສດ ແມ່ນການທ່ອງທ່ຽວທຳມະຊາດ. ສະຖານທີ່ທ່ອງທ່ຽວທຳມະຊາດອັນດູດດື່ມຫຼາຍແຫ່ງ ຢູ່ແຂວງ ດົງນາຍ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວທັງຫຼາຍ

ບັນດາສະຖານທີ່ທ່ອງທ່ຽວທີ່ດູດດື່ມ ຢູ່ແຂວງ ດົງນາຍ
09/09/2020

ສະໜາມຫຼວງ ບາດິ່ງ - ສະຖານທີ່ປຸກລຸກຄວາມຕື້ນຕັນໃຈ ຄວາມເອກອ້າງທະນົງໃຈຂອງຊາດ

(VOVWORLD) -ນັບແຕ່ລະດູໃບໄມ້ຫຼົ່ນປະຕິວັດປີ 1945, ສະໜາມຫຼວງ ບາດິ່ງ ໄດ້ກາຍເປັນສະຖານທີ່ໃກ້ຊິດຕິດແທດ ແລະ ສັກກະລະບູຊາ ສຳລັບຊາວນະຄອນຫຼວງ ຮ່າໂນ້ຍ ແລະ ທົ່ວປະເທດ. ນີ້ແມ່ນສະໜາມຫຼວງໃຫຍ່ທີ່ສຸດຢູ່ ຫວຽດນາມ ຖືກຕັ້ງບົນຖະໜົນ ຮຸ່ງເວືອງ ເມືອງ ບາດິ່ງ ຮ່າໂນ້ຍ ແລະ ແມ່ນບ່ອນປຸກສ້າງສຸສານ ປະທານ ໂຮ່ຈີມິນ. ສະໜາມຫຼວງ ບາດິ່ງ ນອນຢູ່ໃນກຸ່ມປູຊະນີຍະສະຖານປະຫວັດສາດ - ວັດທະນະທຳ ບາດິ່ງ ໄດ້ກາຍເປັນພະຍານຫຼັກຖານໄປຕາມການເວລາແຫ່ງປະຫວັດສາດ. ສະຖານທີ່ແຫ່ງນີ້ ແມ່ນໝາກຫົວໃຈຂອງນະຄອນຫຼວງ ແມ່ນຄວາມເອກອ້າງທະນົງໃຈຂອງຊາວນະຄອນຫຼວງ ເວົ້າ ສະເພາະ ແລະ ຂອງປະຊາຊົນ ຫວຽດນາມ ທຸກທົ່ວໜ້າເວົ້າລວມ

ສະໜາມຫຼວງ ບາດິ່ງ - ສະຖານທີ່ປຸກລຸກຄວາມຕື້ນຕັນໃຈ  ຄວາມເອກອ້າງທະນົງໃຈຂອງຊາດ
19/08/2020

ກີມເຊີນ - ດິນແດນຂອງບັນດາໝູ່ບ້ານອາຊີບຫັດຖະກຳ

(VOVWORLD) - ໝູ່ບ້ານອາຊີບຫັດຖະກຳ ກີມເຊີນ ໃນແຂວງ ນິງບິ່ງ ແຕ່ດົນນານມາແລ້ວ ໄດ້ມີຊື່ສຽງດ້ວຍອາຊີບປູກຜື ແລະ ເຮັດເຄື່ອງສີລະປະຫັດຖະກຳຈາກຕົ້ນຜື. ຕົ້ນຜືໄດ້ປາກົດມີຢູ່ເຂດດິນ ກີມເຊີນ ກ່ອນນີ້ເກືອບ ສອງສະຕະວັດ ແລະ ໄດ້ຜ່ານການສ້າງຄັນຄູ ຂະຫຍາຍເນື້ອທີ່ດິນສູ່ທະເລ ຜ່ານໄລຍະນັບຣ້ອຍປີ, ປະຊາຊົນຢູ່ແຫ່ງນີ້ ໄດ້ສ້າງບັນດາເຂດປູກຜືທີ່ທີ່ກວ້າງໃຫຍ່ໄພສານຢູ່ເນື້ອທີ່ດິນສັນດອນ. ໂດຍໄດ້ດຳລົງຊີວິດຢູ່ໝູ່ບ້ານອາຊີບຫັດຖະກຳ, ບັນດານາຍຊ່າງຢູ່ ກີມເຊີນ ດ້ວຍສີມືອັນຄ່ອງແຄ້ວ ໄດ້ສ້າງບັນດາຜະລິດຕະພັນຈາກຜື ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ຊົມໃຊ້ທັງຢູ່ພາຍໃນ ແລະ ຕ່າງປະເທດ

ກີມເຊີນ - ດິນແດນຂອງບັນດາໝູ່ບ້ານອາຊີບຫັດຖະກຳ
12/08/2020

ນາຮາງ - ສິ່ງມະຫັດສະຈັນເທິງພູ

(VOVWORLD) -ໂດຍນອນຢູ່ຫ່າງຈາກນະຄອນ ຕວຽນກວາງ 110 ກິໂລແມັດ ດ້ວຍທິວທັດທຳມະຊາດ ສວຍສົດງົດງາມ ໃຫຍ່ໂຕມະໂຫຖານ, ເຂດທ່ອງທ່ຽວທຳມະຊາດ ນາຮາງ ພວມແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ສຳລັບແຂກທ່ອງທ່ຽວທັງຫຼາຍ. ບໍ່ພຽງແຕ່ມີທິວທັດທຳມະຊາດ ໃຫຍ່ໂຕມະໂຫຖານເທົ່ານັ້ນ. ນາຮາງ ຍັງເປັນບ່ອນເກັບຮັກສາບັນດາຄຸນຄ່າວັດທະນະທຳ ທີ່ເປັນເອກະລັກ ຂອງພໍ່ແມ່ພີ່ນ້ອງບັນດາເຜົ່າຢູ່ທີ່ນີ້

ນາຮາງ - ສິ່ງມະຫັດສະຈັນເທິງພູ
05/08/2020

ການທ່ອງທ່ຽວຢູ່ ມົກເຈົາ ເປັນໜ້າປະທັບໃຈໃນຍາມລະດູຮ້ອນ

(VOVWORLD) -ດ້ວຍເຂດທົ່ງຫຍ້າຂຽວອຸ່ມທຸ່ມທີ່ກວ້າງໃຫຍ່, ອາກາດປອດໂປ່ງ ພ້ອມກັບທິວທັດທຳມະຊາດຮົກເຮື້ອງົດງາມ, ເຂດທ່ອງທ່ຽວລະດັບຊາດ ມົກເຈົາ ໃນແຂວງ ເຊີນລາ ພວມແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ດູດດື່ມ. ມາຢ້ຽມຢາມ ມົກເຈົາ ນອກຈາກໄດ້ຢ້ຽມຊົມທິວທັດທຳມະຊາດຢູ່ສະຖານທີ່ທ່ອງທ່ຽວຫຼາຍແຫ່ງທີ່ລືຊື່ຄື ໂນນຊາ, ນ້ຳຕົກຕາດ ຢາຍອ໊ຽນ ດ້ວຍຄວາມງາມຮົກເຮື້ອ, ອາກາດປອດໂປ່ງ, ສວນໝາກສະຕໍເບີຣີ ທີ່ງົດງາມ… ນອກຈາກນັ້ນ ແຂກທ່ອງທ່ຽວຍັງຈະໄດ້ຢ້ຽມຊົມງານບຸນປະເພດນີ, ໄດ້ຊີມບັນດາເຍື່ອງອາຫານພື້ນເມືອງ ໂດຍຊາວທ້ອງຖິ່ນປຸງແຕ່ງ

ການທ່ອງທ່ຽວຢູ່ ມົກເຈົາ ເປັນໜ້າປະທັບໃຈໃນຍາມລະດູຮ້ອນ