ຄົ້ນຫາຫວຽດນາມ

18/12/2019

ຄົ້ນຫາງານບຸນດອນໄມ້ ດ່າຫຼາດ

(VOVWORLD) -ສອງປີໃດ ງານບຸນດອກໄມ້ກໍ່ຖືກຈັດຂຶ້ນເທື່ອໜຶ່ງ, ນະຄອນ ດ່າຫຼາດ ແຂວງ ເລິມດົ່ງ ພັດດຶງດູດແຂກທ່ອງທ່ຽວມາທ່ຽວຊົມຄວາມງາມ ຂອງດອກໄມ້ຊະນິດຕ່າງໆທີ່ພາກັນເອ້ຄວາມງາມໃນງານບຸນດອກໄມ້ ດ່າຫຼາດ (Festival ດອກໄມ້ ດ່າຫຼາດ). ໃນທຸກ ວັນນີ້ໃນງານ Festival ດອກໄມ້ ດ່າຫຼາດ ໄດ້ກາຍເປັນງານບຸນວັດທະນະທຳທ່ອງທ່ຽວ ທີ່ເປັນເອກະລັກ, ມີເຄື່ອງໝາຍສະເພາະ ຂອງດິນແດນເຂດພູພຽງ

ຄົ້ນຫາງານບຸນດອນໄມ້ ດ່າຫຼາດ
12/12/2019

ການທ່ອງທ່ຽວຢູ່ເຂດກະເສດ - ຜະລິດຕະພັນທ່ອງທ່ຽວ ທີ່ເປັນເອກະລັກຂອງ ແຂວງ ເລິມດົ່ງ

(VOVWORLD) -ເດືອນ ພະຈິກ ປີ 2019 , ນະຄອນ ດ່າຫຼາດ ແຂວງ ເລິມດົ່ງ ໄດ້ຕ້ອນຮັບແຂກທ່ອງທ່ຽວ 500.000 ເທື່ອຄົນ, ອັນໄດ້ຍົກຍອດຈຳນວນແຂກທ່ອງທ່ຽວ ນັບແຕ່ຕົ້ນປີມາຮອດປັດຈຸບັນຂຶ້ນເຖິງ 6,2 ລ້ານກວ່າເທື່ອຄົນ. ພ້ອມກັບບັນດາຜະລິດຕະພັນທ່ອງທ່ຽວ ທີ່ເຄີຍນຳໃຊ້ແລ້ວ, ການທ່ອງທ່ຽວຢູ່ເຂດກະເສດໄດ້ຮັບຖືວ່າ ແມ່ນຜະລິດຕະພັນໃໝ່ ດຶງດູດແຂກທ່ອງທ່ຽວຢ່າງຫຼວງຫຼາຍ ອັນໄດ້ປະກອບສ່ວນຫຼາຍສົມຄວນ ເຂົ້າໃນການເຕີບໂຕຂອງຂະແໜງການນີ້

ການທ່ອງທ່ຽວຢູ່ເຂດກະເສດ - ຜະລິດຕະພັນທ່ອງທ່ຽວ  ທີ່ເປັນເອກະລັກຂອງ ແຂວງ  ເລິມດົ່ງ
04/12/2019

ຄົ້ນຫາໜອງ ບາເບ໋ - ເພັດຂຽວຂອງເຂດພູຜາປ່າໄມ້ ທາງທິດຕາເວັນອອກສຽງເໜືອ

(VOVWORLD) -ໜອງ ບາເບ໋ ຂຶ້ນກັບຕາແສງ ນາມເໝົ້າ ເມືອງ ບາເບ໋ ແຂວງ ບັກກ້ານ ນອນໃນກຸ່ມເຂດປ່າສະຫງວນແຫ່ງຊາດ ບາເບ໋ ຫາງຈາກ ຮ່າໂນ້ຍ ປະມານ 230 ກິໂລແມັດ ໄປທາງທິດເໜືອ ເຊິ່ງໄດ້ເປັນຮູບເປັນຮ່າງ ນັບແຕ່ກ່ອນນີ້ກວ່າ 200 ລ້ານປີ. ດ້ວຍທັດຊະນີຍະພາບທຳມະຊາດທີ່ເປັນເອກະລັກ ພ້ອມກັບດິນຟ້າອາກາດທີ່ດີ, ໜອງ ບາເບ໋ ແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ

ຄົ້ນຫາໜອງ ບາເບ໋ - ເພັດຂຽວຂອງເຂດພູຜາປ່າໄມ້ ທາງທິດຕາເວັນອອກສຽງເໜືອ
27/11/2019

ຕາແສງ ບາດຈ່າງ ໄດ້ຮັບການຮັບຮອງ ແມ່ນສະຖານທີ່ທ່ອງທ່ຽວຢູ່ ຮ່າໂນ້ຍ

(VOVWORLD) -ໂດຍນອນຢູ່ແຄມຝັ່ງເບື້ອງຊ້າຍແມ່ນ້ຳແດງ, ຕາແສງ ບາດຈ່າງ ເປັນທີ່ຮູ້ຈັກກັນດີ ດ້ວຍມູນເຊື້ອປະຫວັດສາດ ແລະ ວັດທະນະທຳຂອງໝູ່ບ້ານອາຊີບ ທີ່ເປັນເອກະລັກ, ບັນດາທ່າໄດ້ປຽບທີ່ດີ ເພື່ອພັດທະນາການທ່ອງທ່ຽວໝູ່ບ້ານອາຊີບ. ໃນມໍ່ໆມານີ້, ຕາແສງ ບາດຈ່າງ ໄດ້ຮັບການຮັບຮອງ ແມ່ນສະຖານທີ່ທ່ອງທ່ຽວຂອງ ນະຄອນຮ່າໂນ້ຍ

ຕາແສງ ບາດຈ່າງ ໄດ້ຮັບການຮັບຮອງ ແມ່ນສະຖານທີ່ທ່ອງທ່ຽວຢູ່ ຮ່າໂນ້ຍ
20/11/2019

ຮ່າໂນ້ຍ - ນະຄອນປະດິດຄິດສ້າງ ໃນຂົງເຂດອອກແບບ: ຢັ້ງຢືນເຄື່ອງໝາຍປະດິດຄິດສ້າງວັດທະນະທຳ

(VOVWORLD) -ເດືອນ ຕຸລາ ປີ 2019 ອົງການ Unesco ໄດ້ຮັບຮອງ 66 ນະຄອນຢູ່ໃນໂລກ ເຂົ້າໃນເຄືອຂ່າຍບັນດານະຄອນປະດິດຄິດສ້າງຂອງ Unesco. 7 ຂົງເຂດທີ່ໄດ້ຮັບການຄັດເລືອກ ເພື່ອສ້າງເປັນນະຄອນປະດິດຄິດສ້າງລວມມີ: ສິລະປະຫັດຖະກຳ, ສິລະປະພື້ນເມືອງ, ການອອກແບບ, ຟີມຮູບເງົາ, ອາຫານການກິນ, ວັດທະນະທຳ, ສິລະປະເປັນປະເພນີ, ນະຄອນຮ່າໂນ້ຍ ຂອງ ຫວຽດນາມ ໄດ້ກາຍເປັນສະມາຊິກ ໃນເຄືອຂ່າຍຂອງບັນດານະຄອນປະດິດຄິດສ້າງຂອງ Unesco ກ່ຽວກັບຂົງເຂດການອອກແບບ. ນີ້ແມ່ນໂອກາດ ທີ່ສະດວກໃຫ້ແກ່ ຮ່າໂນ້ຍ ໃນການຢັ້ງຢືນເຄື່ອງໝາຍ, ໂຄສະນາພາບພົດ ໃນຂົງເຂດປະດິດິຄິດສ້າງ ວັດທະນະທຳອອກສູ່ໂລກ

ຮ່າໂນ້ຍ - ນະຄອນປະດິດຄິດສ້າງ ໃນຂົງເຂດອອກແບບ:  ຢັ້ງຢືນເຄື່ອງໝາຍປະດິດຄິດສ້າງວັດທະນະທຳ
13/11/2019

ສວນສາທາລະນະທໍລະນີ ດັກນົງ ບັນລຸລະດັບ ສວນສາທາລະນະທໍລະນີທົ່ວໂລກ

(VOVWORLD) -ລະບົບຖ້ຳພູເຂົາໄຟ ກຣົງໂນ ຂຶ້ນກັບກຸ່ມສວນສາທາລະນະທໍລະນີ ດັກນົງ ນອນຢູ່ໃນບໍລິເວນແຂວງ ດັກນົງ ຫາກໍ່ຖືກຈັດເຂົ້າບັນຊີລາຍຊື່ສຳເນົາເອກະສານ 11 ຊຸດ ຖືກ Global Geopark Network ຮັບຮອງ ແລະ ຍື່ນສະເໜີຕໍ່ Unesco ສະເໜີຈັດເຂົ້າບັນຊີລາຍຊື່ ສວນສາທາລະນະທໍລະນີທົ່ວໂລກ ຂອງເຄືອຂ່າຍສວນສາທາລະນະທໍລະນີທົ່ວໂລກ. ໝາກຜົນສຸດທ້າຍຈະຖືກ Unesco ປະກາດໃນເດືອນ ເມສາ ປີ 2020, ແຕ່ສິ່ງນີ້ໄດ້ສະແດງໃຫ້ເຫັນວ່າ ລະບົບຖ້ຳພູເຂົາໄຟ ກຣົງໂນ ເວົ້າສະເພາະ, ສວນສາທາລະນະທໍລະນີ ດັກນົງ ເວົ້າລວມ ມີບັນດາຄຸນຄ່າຂອງສວນສາທາລະນະທໍລະນີທົ່ວໂລກ

ສວນສາທາລະນະທໍລະນີ ດັກນົງ  ບັນລຸລະດັບ ສວນສາທາລະນະທໍລະນີທົ່ວໂລກ
06/11/2019

ນະຄອນ ຫ໋າຍເຢືອງ ບົນເສັ້ນທາງແຫ່ງການພັດທະນາໃໝ່

(VOVWORLD) -ນະຄອນ ຫ໋າຍເຢື່ອງ ໃນຊຸມວັນນີ້ແມ່ນເຕັມໄປດ້ວຍບັນຍາກາດຟົດຟຶ້ື້ນ ມ່ວນຊື່ນຂອງປະຊາຊົນ ຍ້ອນວ່າທ່ານນາຍົກລັດຖະມົນຕີ ຫາກໍ່ຕົກລົງຮັບຮອງນະຄອນ ຫ໋າຍເຢື່ອງ ເປັນປະເພດໜຶ່ງ ຂຶ້ນກັບແຂວງ ຫ໋າຍເຢືອງ. ສຳລັບຊາວ ຫ໋າຍເຢືອງ ແຕ່ລະຄົນ, ເດືອນ ຕຸລາ ຍັງປ່ຽມລົ້ນດ້ວຍບັນດາຄວາມຮູ້ສຶກພິເສດ ເພາະວ່າ ໃນລະດູໃບໄມ້ຫຼົ່ນກ່ອນນີ້ 65 ປີ, ເມື່ອເທດສະບານ ຫ໋າຍເຢືອງ ໄດ້ຮັບການປົດປ່ອຍ

ນະຄອນ ຫ໋າຍເຢືອງ  ບົນເສັ້ນທາງແຫ່ງການພັດທະນາໃໝ່
30/10/2019

ຄົ້ນຫາວົງຕະກຸນ ເວືອງ - ທຳນຽບພະຍາເຜົ່າມົ້ງ

(VOVWORLD) -ພໍ່ຕູ້ ເວືອງຈິ໊ງດຶກ (1865 - 1947) ແມ່ນບຸກຄົນໜຶ່ງດຽວເທົ່ານັ້ນ ທີ່ໄດ້ຮັບການນັບຖື ຈາກພໍ່ແມ່ພີ່ນ້ອງເຜົ່າມົ້ງວ່າ ແມ່ນພະຍາເຜົ່າມົ້ງ. ທຳນຽບຂອງວົງຕະກຸນ ເວືອງ ຫຼື ເອີ້ນວ່າທຳນຽບຂອງພະຍາເຜົ່າມົ້ງ ເວືອງຈິ໊ງດຶກ ຢູ່ຕາແສງ ຊ່າຝິ່ນ, ເມືອງ ດົ່ງວັນ ແມ່ນກິດຈະກຳສະຖາປັດຕະຍາກຳ ທີ່ເປັນເອກະລັກອັນດັບໜຶ່ງໃນແຂວງ ຮ່າຢາງ. ທຳນຽບແຫ່ງນີ້ ໄດ້ຮັບການຮັບຮອງຈາກລັດ ຫວຽດນາມ ແມ່ນປູຊະນີຍະສະຖານລະດັບຊາດ ເມື່ອປີ 1993

ຄົ້ນຫາວົງຕະກຸນ ເວືອງ - ທຳນຽບພະຍາເຜົ່າມົ້ງ
23/10/2019

ຄົ້ນຫາເຂດພູຜາປ່າໄມ້ ແມ່ນ້ຳລຳເຊ ທາງທິດຕາເວັນອອກຂອງແຂວງ ກາວບັງ

(VOVWORLD) -ໃນບໍລິເວນສວນສະທາລະນະທໍລະນີທົ່ວໂລກ ພູຜາປ່າໄມ້ ແມ່ນ້ຳລຳເຊ ກາວບັງ ເຊິ່ງໄດ້ຮັບການຮັບຮອງຈາກອົງການ Unesco ນັ້ນ, ພົ້ນເດັ່ນຂຶ້ນແມ່ນລາຍການທ່ອງທ່ຽວ ບັນດາເມືອງທາງທິດຕາເວັນອອກຂອງແຂວງ ກາວບັງ ລວມມີເມືອງ ຈຸ່ງແຄັ໊ງ, ເມືອງ ກວ໋າງອວຽນ, ທີ່ມີຊື່ວ່າ ຄົ້ນຫາວັດທະນະທຳທ້ອງຖິ່ນ ຢູ່ເຂດແດນສະຫວັນ.

ຄົ້ນຫາເຂດພູຜາປ່າໄມ້ ແມ່ນ້ຳລຳເຊ ທາງທິດຕາເວັນອອກຂອງແຂວງ ກາວບັງ
16/10/2019

ຄົ້ນຫາບົນດາສະຖານທີ່ລືຊື່ ໃນແຂວງ ດົ່ງທາບ

(VOVWORLD) -ດົ່ງທາບ ແມ່ນໜຶ່ງໃນຈຳນວນ 13 ແຂວງ, ນະຄອນ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລະ ແມ່ນໜຶ່ງໃນຈຳນວນສາມແຂວງຢູ່ເຂດ ດົ່ງທາບເມື່ອຍ ນັ້ນແມ່ນ ລອງອານ, ຕ່ຽນຢາງ ແລະ ດົ່ງທາບ. ດ້ວຍບັນດາຈຸດພິເສດທຳມະຊາດທີ່ມີຫຼາຍຮູບຫຼານສີ, ປູຊະນີຍະສະຖານປະຫວັດສາດ, ວັດທະນະທຳທີ່ອຸດົມສົມບູນ ພ້ອມກັບບັນດາທິວທັດທຳມະຊາດທີ່ງົດງາມ, ດົ່ງທາບ ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບແຂກທ່ອງທ່ຽວ ທັງຢູ່ໃກ້ ແລະ ໄກເມື່ອມາຢ້ຽມຢາມເຂດທົ່ງພຽງແມ່ນ້ຳຂອງ ທາງພາກໃຕ້ ຫວຽດນາມ

ຄົ້ນຫາບົນດາສະຖານທີ່ລືຊື່ ໃນແຂວງ ດົ່ງທາບ